ສະພາປະຊາຊົນແຂວງ ອັດຕະປື ຮັບຮອງທ່ານ ທະນູໄຊ ບັນຊາລິດ ເປັນປະທານຄະນະກໍາມະການປົກຄອງແຂວງ

 

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ IV. ໄຂຂຶ້ນໃນວັນທີ 17 ທັນວາ 2025. ທີ່ຫ້ອງປະຊຸມໃຫຍ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີບັນດາການນໍາພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ອາດີດການນໍາພັກ-ລັດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ແລະ ລົງຄະແນນສຽງດ້ວຍຄວາມເປັນເອກະພາບສູງ ໄດ້ພິຈາລະນາ ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ, ໃນນີ້ໄດ້ພິຈາລະນາ ຮັບຮອງເອົາການແຕ່ງຕັ້ງ ແລະ ຍົກຍ້າຍ, ປະທານ, ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ບຸກຄາລະກອນທີ່ເປັນກໍາມະການ ຄະນະກໍາມະການປົກຄອງແຂວງ ຄື:

1.​ ທ່ານ ທະນູໄຊ ບັນຊາລິດ ເປັນປະທານຄະນະກໍາມະການປົກຄອງແຂວງ
2.​ ທ່ານ ສຸລິວົງ ອະໄພວົງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ ຄວບຕໍາແໜ່ງຫົວໜ້າພະແນກການເງີນ
3.​ ທ່ານ ສີໄລ ສີສະແຫວງສຸກ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ
4.​ ທ່ານ ພັອ ສັກສິດ ສີພັນດວງ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ
5.​ ທ່ານ ບຸນທະມາລີ ໝັ້ນອານົງ ເປັນຫົວໜ້າພະແນກຍຸຕິທໍາ
6.​ ທ່ານ ຄໍາໝັ້ນ ສີສະໝຸດ ເປັນຫົວໜ້າພະແນກສາທາລະນະສຸກແຂວງ
7.​ ທ່ານ ພອນໄຊ ໄກສອນເສນາ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ
8.​ ທ່ານ ອຸດົມສິນ ສີຊານົນ ເປັນຫົວໜ້າພະແນກສືກສາທິການ ແລະ ກີລາແຂວງ
9.​ ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ
10.​ ທ່ານ ມີໄຊ ສີສະແຫວງສຸກ ເປັນຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ
11.​ ທ່ານ ປອ ຄໍາພັນ ແກ້ວມະນີ ເປັນຫົວໜ້າພະແນກການຕ່າງປະເທດແຂວງ
12.​ ທ່ານ ລິດຄໍາ ໂຮມອິດຕາ ເປັນຫົວໜ້າຫ້ອງວ່າການແຂວງ
13.​ ທ່ານ ກົງໃຈ ສີດາວົງ ເປັນຫົວໜ້າພະແນກກະສີກໍາ ແລະ ສິ່ງແວດລ້ອມແຂວງ
14.​ ທ່ານ ສຸດໃຈ ກົມມະເມືອງ ເປັນຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ
15.​ ທ່ານ ຂັນທອງ ຍິ້ນດາວົງ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ
16.​ ທ່ານ ພັອ ບຸນຈັນ ສີຫາວົງ ເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງ
17.​ ທ່ານ ບຸນປອນ ອ່ອນໄຊວຽງ ເປັນຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ.
18.​ ທ່ານ ອິນປັນ ອິນທິລາດ ໄປຮັບໜ້າທີ່ໄໝ່ຢູ່ອົງຄະນະພັກເມືອງສາມັກຄີໄຊ.
19.​ ທ່ານ​ ສົມໄຊ ແກ້ວມະນີ​ວັນ​ ໄປຮັບໜ້າທີ່ໄໝ່ຢູ່ອົງຄະນະພັກເມືອງໄຊເສດຖາ.​

ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ໃຫ້ດໍາລົງຕໍາແໜ່ງ ນໍາພາ-ຄຸ້ມຄອງ ຂອງແຂວງ ໃນຄັ້ງນີ້ ລ້ວນແຕ່ຖືກຕ້ອງຕາມຂັ້ນຕອນ ຂອງລັດຖະທໍາມະນູນ ແລະ ກົດໝາຍ, ຮັບປະກັນມາດ ຖານເງື່ອນໄຂ ແລະ ສອດຄ່ອງກັບຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນບັນດາເຜົ່າ ຊາວແຂວງອັດຕະປື.
#ຂ່າວ-ພາບ: ວິນັດ ສີສຸລາດ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa