
ໃນຕອນເຊົ້າວັນທີ 24 ກໍລະກົດ 2026 ນີ້, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ອັດ ຕະປື ໄດ້ສ້າງຂະບວນການອອກແຮງງານລວມອະນາໄມ້ ເສັ້ນ ທາງ ແລະ ຂົວ ພາຍໃນເທດສະບານຂອງແຂວງ, ນໍາພາຂະບວນການໂດຍ ທ່ານ ພອນໄຊ ໄກສອນເສນາ, ກຳມະການພັກແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື, ພ້ອມຄະນະນໍາ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກ ຍທຂ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ທ່ານ ພອນໄຊ ໄກສອນເສນາ ໄດ້ໃຫ້ຮູ້ວ່າ: ຂະບວນການອະນາໄມ້ອອກແຮງງານລວມຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໃນເທື່ອນີ້ ເປັນການສ້າງຂະ ບວນການ ເພື່ອສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ໂດຍສະເພາະວັນສ້າງຕັ້ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຄົບ ຮອບ 75 ປີ (13 ກໍລະກົດ 1951-13 ກໍລະກົດ 2026) ແລະ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026). ນອກນີ້ ເພື່ອເຮັດໃຫ້ພື້ນທີ່ສາທາລະ ນະ ມີຄວາມສະອາດຈົບງາມ, ທັງເປັນການສ້ອມແຊມຟື້ນຟູຂົວ ແລະ ຖະໜົນຫົນທາງ, ອີກຢ່າງໜຶ່ງແມ່ນເປັນການປູກຈິດສໍານຶກ ໃຫ້ພະນັກງານ-ລັດຖະກອນ ພາຍໃນພະແນກໂຍທາທິການ ແລະ ຂົນ ສົ່ງແຂວງ ໃຫ້ມີຄວາມເສຍສະຫຼະ, ມີຄວາມສາມັກຄີ ແລະ ມີສ່ວນຮ່ວມໃນຂະບວນການສັງຄົມ.

ການອະນາໄມ ໃນຄັ້ງນີ້ ແມ່ນໄດ້ແບ່ງອອກເປັນ 3 ຈຸ ຄື: ຈຸທີ1 ແມ່ນຢູ່ວົງວຽນບ້ານສາມັກຄີ, ຈຸທີ2 ແມ່ນຢູ່ຂົວຂ້າມນໍ້າເຊກອງ ແລະ ຈຸທີ 3 ແມ່ນຢູ່ຂົວຂ້າມນໍ້າເຊກະໝານ, ເຊິ່ງໜ້າວຽກການອອກແຮງ ງານ ແມ່ນໄດ້ພ້ອມກັນປັດກວາດອະນາໄມ ສິ່ງເສດເຫຼືອອອກຈາກວົງວຽນ ແລະ ຂົວຂ້າມນໍ້າທັງ 2 ແຫ່ງ, ພ້ອມກັນຕັດຫຍ້າບ່ອນທີ່ຮົກເຮື້ອ, ພ້ອມນັ້ນຍັງນໍາໃຊ້ລົດຊີດນໍ້າ ເພື່ອອະນາໄມເສດດິນອອກຈາກສາຍທາງ ໃຫ້ມີຄວາມສະອາດ.


ຂ່າວ-ພາບ: ວົງສະໄໝ