ຄະນະບໍຫານງານພັກເມືອງພູວົງ ສຳເລັດກອງປະຊຸມຄົບຄະນະ ຄັ້ງທີ V ສະໄໜທີ VI.

ກອງປະຊຸມຄົບຄະນະບໍຫານງານພັກເມືອງພູວົງ, ແຂວງອັດຕະປື ຄັ້ງທີ V ສະໄໜທີ VI ໄດ້ໄຂຂື້ນແ ລະ ສໍາເລັດລົງໃນວັນທີ 24 ກໍລະກົດ 2026 ທີ່ຫ້ອງວ່າການເມືອງ, ໂດຍການເປັນປະທານຂອງ ສະຫາຍ ດາບເເກ້ວ ໄຊຍະເເສງ ກຳມະການພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກເເຂວງ ປະທານແນວລາວສ້າງຊາດແຂວງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາໜ່ວຍພັກອອມຂ້າງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງຄະນະບໍລິຫານ ງານພັກເມືອງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ2026, ຜ່ານບົດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງມີຫຼາຍຢ່າງທີ່ປະເຊີນກັບສິ່ງທົດສອບທ້າ ທາຍເປັນຕົ້ນ: ບັນຫາຄ່າຄອງຊີບສູງ, ນ້ຳມັນແພງ ແລະ ບັນຫາປະກົດການຫຍໍ້ໃນສັງຄົມອື່ນໆ ແຕ່ຍ້ອນການເອົາໃຈໃສ່ຂອງຄະນະພັກຂັ້ນເທິງໄດ້ມີການຕິດຕາມໃກ້ຊິດໃນການນໍາພາ-ຊີ້ນຳໃນທຸກຂະແໜງ ເຮັດໃຫ້ບັນຫາຕ່າງໆພາຍໃນເມືອງຫຼຸດໜ້ອຍຖອຍລົງ, ໄລຍະ 1 ປີແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XIl ຂອງພັກ, ຄັ້ງທີ XII ຂອງແຂວງ ຄັ້ງທີ VI ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ ຄັ້ງທີ VI ຂອງເມືອງ. ນອກຈາກນີ້ ຍັງມີປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມລວມທັງຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ແລະ ການປ່ຽນແປງ ຂອງສະພາບພູມອາກາດ ເຊິ່ງກາຍເປັນສິ່ງທ້າທາຍ ແລະ ທົດສອບ. ແຕ່ພາຍໃຕ້ການນໍາພາຂອງອົງຄະນະພັກ ເຮັດໃຫ້ຄະນະພັກທຸກຂັ້ນ, ສະ ມາຊິກພັກ, ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັດແໜ້ນຄວາມສາ ມັກຄີ ເປັນປຶກແຜ່ນ, ສາມາດຍາດໄດ້ຜົນສໍາເລັດສໍາຄັນ ທີ່ເປັນພື້ນຖານຫຼາຍດ້ານ, ປະຈຸບັນທົ່ວເມືອງ ມີການຈັດຕັ້ງຮາກຖານພັກ 13 ຄະນະພັກຮາກຖານ, ມີ 63 ໜ່ວຍພັກ. ໃນນີ້, ມີໜ່ວຍພັກເອກະລາດ 19 ໜ່ວຍພັກ, ໜ່ວຍພັກຂື້ນກັບຄະນະພັກຮາກຖານ ມີ 44 ໜ່ວຍພັກ; ມີສໍາມະຊິກພັກ 1,047 ສະຫາຍ, ຍິງ 297 ສະຫາຍ; ສະມາຊິກພັກສົມບູນ 988 ສະຫາຍ, ຍິງ 281 ສະຫາຍ; ສໍາຮອງ 59 ສະຫາຍ, ຍິງ 16 ສະຫາຍ; ໄດ້ເອົາໃຈໃສ່ວຽກງານຂະຫຍາຍ ຮັບມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ 35 ສະຫາຍ, ຍິງ 14 ສະຫາຍ; ເຂົ້າຮຽນກົດລະບຽບພັກ 21 ສະຫາຍ, ຍິງ 11 ສະຫາຍ; ເຂົ້າພັກສໍາຮອງ 18 ສະຫາຍ, ຍິງ 6 ສະຫາຍ; ເຂົ້າພັກສົມບູນ 6 ສະຫາຍ, ຍິງ 3 ສະຫາຍ; ຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 39 ໜ່ວຍພັກ, ເທົ່າກັບ 60%; ນອກນັ້ນ ໄດ້ສົ່ງພະນັກງານຮໍ່າຮຽນບໍາລຸງ-ຍົກລະດັບ ດ້ານທິດສະດີການເມືອງ-ການປົກຄອງ 5 ສະຫາຍ; ສຳເລັດການສະເໜີຮັບຮອງ, ຄົ້ນຄວ້າບຸກຄະລາກອນລົງປະຈຳຢູ່ແຕ່ລະຕາແສງ ແລະ ປະກາດສ້າງຕັ້ງຕາແສງ ສຳເລັດ 3 ຕາແສງ, ເອົາໃຈໃສ່ຊຸກຍູ້ກ, ນຳພາ-ຊີ້ນຳ ວຽກງານປູກຝັງ-ລ້ຽງສັດ, ໃນນັ້ນ ສຸມໃສ ການຜະລິດເຂົ້ານາແຊງ, ປະຕິບັດໄດ້ 10,14 ເຮັກຕາ (ເທົ່າກັບ 25.30% ຂອງແຜນການ); ສໍາເລັດການວາງແຜນຜະລິດເຂົ້າລະດູຝົນ ເນື້ອທີ່ 3,148 ເຮັກຕາ, ໃນນີ້; ເຂົ້ານາປີ 3,048 ເຮັກຕາ ແລະ ເຂົ້າເນີນສູງ 100 ເຮັກຕາ, ເກັບກູ້ຜົນຜະລິດມັນຕົ້ນ 14,370 ໂຕນ, ແຫ້ງ 5,748 ໂຕນ ແລະ ຜົນຜະລິດອ້ອຍ 41,328 ໂຕນ, ສົ່ງເສີມການປູກອ້ອຍຂອງຊາວກະສິກອນ ຮູບແບບ (2+3), ສັກຢາປ້ອງກັນພະຍາດສັດລ້ຽງ 3,177 ໂຕ ແລະ ປີ່ນປົວສັດ 147 ໂຕ. ຜະລິດເບ້ຍໄມ້ ແລະ ຮ່າຍເບົ້າກຽມລົງແກ່ນ ໄດ້ 15,000 ເບົ້າ, ຕິດຕາມຄຸ້ມຄອງໂຮງງານຜະລິດໄມ້ ແລະ ຫົວໜ່ວຍໂຮງຊ່າງຫັດຖະກໍາ, ຄຽງຄູ່ກັບການສະກັດກັ້ນການລັກ ລອບຊື້ຂາຍໄມ້, ເຄື່ອງປ່າຂອງດົງທີ່ຜິດຕໍ່ລະບຽບກົດໝາຍເປັນປົກກະຕິ; ສໍາຫຼວດ, ວັດແທກ ແລະ ສອບສວນສິດນໍາໃຊ້ທີ່ດິນໄດ້ 214 ຕອນ, ເນື້ອທີ່ 2,90,869 ຕາແມັດ, ໃບຕາດິນຄ້າງ 241 ຕອນ, ອອກໃໝ່ 65 ຕອນ ແຈກຢາຍໃບຕາດິນໄດ້ 121 ຕອນ, ປະຕິ ບັດໄດ້ 10,158 ລ້ານກວ່າກີບ ເທົ່າກັບ 36.44% ຂອງແຜນການ (ແຜນປີ 2026 ໃຫ້ໄດ້ 27,537 ລ້ານ​ກວ່າກີບ), ການເກັບລາຍຮັບ: ປະຕິບັດໄດ້ 10,158 ລ້ານກວ່າກີບ ເທົ່າກັບ 36.44% ຂອງແຜນການ (ແຜນປີ 2026 ໃຫ້ໄດ້ 27,537 ລ້ານ​ກວ່າກີບ), ລາຍຈ່າຍງົບປະມານ: ປະຕິບັດໄດ້ 17,774 ລ້ານກວ່າກີບ ເທົ່າກັບ 52.92% ຂອງແຜນການ (ແຜນປີ 2026 ໃຫ້ໄດ້ 33,582 ລ້ານກວ່າກີບ); ໂຄງການລົງທຶນຂອງລັດທີ່ສະພາຮັບຮອງ ປີ 2026 ມີ 9 ໂຄງການ ມູນຄ່າການຊໍາລະ 2,688 ລ້ານກວ່າກີບ, ອອກເອກະສານຕິດຕາມການລົງທຶນ 3 ໂຄງການ ມູນຄ່າ 2,248 ລ້ານກວ່າກີບ, ຕິດຕາມໂຄງການສ້ອມແປງຟື້ນພູ ທາງນໍ້າເບີ້ 9232 ( ແຍກທາງ18B ກມ 52+000 ຫາ ບ້ານນໍ້າຊວນ ) ປະຕິບັດໄດ້ 70 %, ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ (ເສັ້ນທາງເຂົ້າເຂື່ອນນໍ້າກົງ 1) ລວງຍາວ 3 ກມ, ມູນຄ່າ 7.1 ຕື້ກີບ ປະຕິບັດໄດ້ 82 % ), ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ( ເສັ້ນທາງເທດສະບານເມືອງ ໄລຍະທີ 1) ລວງຍາວ 4.04 ກມ, ມູນຄ່າ 12.5 ຕື້ກີບ (ປະຈຸບັນກໍາລັງເລີມລົງມືຈັດຕັ້ງປະຕິບັດ), ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ (ທາງນໍ້າເບີ 9225 ຕອນທາງຄອງຊົນລະ ປະທານ ຫາ ຂົວເຊຊຸ ບ້ານຄໍາວົງສາ) ລວງຍາວ: 3.6 ກມ, ມູນຄ່າ 12.9 ຕື້ກີບ (ປະມູນສໍາເລັດແລ້ວ ປະຈຸບັນໃນຂັ້ນຕອນປະກອບເອກະສານສັນຍາ), ຕິດຕາມ, ກວດກາໂຄງການກໍ່ສ້າງອານຸສາວະລີ ປະທານ ໄກສອນ ພົມວິຫານ ສຳເລັດ 70%; ນອກນັ້ນ; ໄດ້ອະນຸຍາດຂຸດຄົ້ນຫີນແຮ່-ຊາຍ ຕາມລໍາແມ່ນໍ້າເຊຊຸ 2 ບໍ່, ອອກອະນຸຍາດຮ້ານສ້ອມແປງລົດ 10 ຮ້ານ; ໄດ້ຊຸກຍູ້​ຂຶ້ນ​ທະ​ບຽນ​ວິ​ສາ​ຫະ​ກິດ​ໃໝ່ 5 ຫົວ​ໜ່ວຍ (ມີທືນຈົດທະບຽນ 4,000 ລ້ານກີບ), ດັດແກ້ທະບຽນວິສາ ຫະກິດ 3 ຫົວໜ່ວຍ, ອອກເອກະສານຢັ້ງຢືນຜະລິດຕະພັນໄມ້ ເພື່ອເຄື່ອນຍ້າຍພາຍໃນ ແລະ ສົ່ງອອກໄດ້ 621,408 ແມັດກ້ອນ, ມູນຄ່າ 2,154 ລ້ານກວ່າກີບ ແລະ ໄດ້ຕິດຕາມການຜະລິດ ຂອງໂຮງງານປຸງແຕ່ງຂະໜາດນ້ອຍພາຍໃນເມືອງ ມີມູນຄ່າການຈໍາໜ່າຍລວມ 548 ລ້ານກີບ. ນອກນັ້ນ; ໄດ້ລົງກວດກາ ແລະ ແທກບໍລິມາດນໍ້າມັນໃນປໍ້າທີ່ຢູ່ໃນເຂດຄຸ້ມຄອງຂອງເມືອງມີ 3 ຄັ້ງ, ມີ 6 ປໍ້າ, ມີ 11 ຕູ້ ເທົ່າກັບ 22 ຫົວຈ່າຍ, ຂື້ນທະບຽນພາຫະນະຊິງຊັ່ງ 33 ໜ່ວຍ, ຊຸກຍູ້ການຂະຫຍາຍຕາຂ່າຍໄຟຟ້າ ປະຈຸບັນມີຜູ້ຊົມໃຊ້ພະລັງານໄຟຟ້າ 4,372 ຄົວເຮືອນ ເທົ່າກັບ 98%,

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ພູວົງ ຄັ້ງນີ້ ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ພ້ອມກັນສັງເກດຕີລາຄາຄືນບັນດາເນື້ອໃນເອກະສານຕ່າງໆ ພ້ອມທັງປະກອບຄຳຄິດ, ຄຳເຫັນ ຊອກໃຫ້ເຫັນດ້ານດີຜົນງານທີ່ສາມາດຍາດມາໄດ້. ພ້ອມຊອກເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ທອດຖອນໄດ້ ນອກນັ້ນກໍ່ຈະໄດ້ພ້ອມກັນຄົ້ນຄວ້າພິຈາລະນາຮັບຮອງເອົາທິດທາງ, ຄາດໝາຍ ແລະ ໜ້າວຽກຈຸດສຸມ, ກໍ່ຄືການແຜນພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ ລ້ວນແຕ່ເປັນທິດທາງທີ່ມີລັກສະນະຍຸດທະສາດ ແລະ ເປັນບັນຫາຕັດສິນຕໍ່ການເຕີບໃຫຍ່ເຂັ້ມແຂງຂອງພັກ ແລະ ຄວາມຈະເລີນກ້າວໜ້າດ້ານເສດຖະກິດ-ສັງຄົມຂອງເມືອງ ພູວົງ

ຂ່າວ: ສາຍລຸ້ງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa