6​ ເດືອນຕົ້ນປີ​ນີ້ ເມືອງໄຊເສດຖາ​ ມີມູນຄ່າການຈໍລະຈອນສິນຄ້າ​ 169 ຕື້ກີບ.

ໄລຍະ​ 6​ ເດືອນຕົ້ນປີ​ 2026​ ນີ້​ເມືອງໄຊເສດຖາ,​ ແຂວງອັດຕະປື​ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ,​ ບັນລຸໄດ້ເກືອບ 100% ຂອງແຜນການປີ,​ ເຊິ່ງປັດຈຸບັນທົ່ວເມືອງມີຫົວໜ່ວຍທຸລະກິດທັງໝົດ 596 ຫົວ​ໜ່ວຍ, ໃນນີ້​ 6​ ເດືອນຜ່ານມາ ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ​ ແລະ​ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂື້ນທະບຽນຖືກຕ້ອງຕາມກົດໝາຍ.

ທ່ານ ພອນໄຊ ສີສະແຫວງສຸກ, ກຳມະການພັກເມືອງ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊເສດຖາ ໄດ້ໃຫ້ສຳພາດເມື່ອ 23 ກໍລະກົດ 2026 ນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້, ເມືອງໄຊເສດຖາ​ ມີມູນຄ່າການສົ່ງ ອອກລວມກວ່າ 14.9 ຕື້ກີບ (ປະລິມານ 221,024 ໂຕນ/ແມັດກ້ອນ) ໂດຍມີ ສສ ຫວຽດນາມ ເປັນຕະຫຼາດຫຼັກ,​ ສິນຄ້າສົ່ງອອກຕົ້ນຕໍ ແມ່ນ ຜະລິດຕະພັນໄມ້, ເຄື່ອງປ່າຂອງດົງ ມີ: ໝາກຈອງ, ຂີ້ຊີ,​ ສ່ວນແຮ່ທາດ​ ມີ: ຫີນກາວແລັງ, ຫີນປາໂກໄດ,​ ການປົກປ້ອງຜູ້ຊົມໃຊ້ ໄດ້ລົງກວດກາມາດຕະຖານຊິງຊັ່ງ, ປ້ຳນ້ຳມັນ ແລະ ກວດກາສິນຄ້າໝົດອາຍຸ-ນອກລະບົບ ບັນລຸໄດ້ 100% ຂອງແຜນການ ພ້ອມທັງຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໃຫ້ຢູ່ໃນເກນປົກກະຕິ ເຊັ່ນ: ຊີ້ນໝູໜ້າຟາມ 50,000 ກີບ/ກິໂລ ແລະ ລາຄາຢູ່ຕະຫຼາດ 85,000 ກີບ/ກິໂລ,​ ການສົ່ງເສີມ 1 ບ້ານ 1 ຜະລິດຕະພັນ (ODOP) ສາມາດຍົກລະດັບພູມປັນຍາທ້ອງ ຖິ່ນເປັນສິນຄ້າ, ໂດຍມີ 3 ຜະລິດຕະພັນໄດ້ຮັບຮອງເປັນສິນຄ້າໂອດັອບແລ້ວ ໄດ້ແກ່: ເຫຼົ້າຂາວບ້ານຊ້າຍ, ເຫຼົ້າດອງໂສມ ເອີເລີຊາ ແລະ ໝາກພິກໄທ,​ ພ້ອມນີ້ ກໍກຳລັງສືບຕໍ່ປັບປຸງອີກ 6 ຜະລິດຕະພັນ ເພື່ອກ້າວໄປສູ້ການສົ່ງອອກ,​ວຽກງານພະລັງງານ ແລະ ບໍ່ແຮ່,​ ໄດ້ເພີ່ມມາດຕະການສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດຢ່າງເດັດຂາດ, ສາມາດກັກໂຕ ແລະ ສຶກ​ສາ​ອົບຮົມຜູ້ກະທຳຜິດໄດ້ຫຼາຍກວ່າ 70 ຄົນ ພ້ອມຍຶດຂອງກາງຈໍານວນໜຶ່ງ.

ທ່ານ ພອນໄຊ ສີສະແຫວງສຸກ ໄດ້ລາຍງານໃຫ້ຮູ້ອີກວ່າ: ເຖິງແມ່ນວ່າຈະມີຜົນສຳເລັດຫຼາຍດ້ານ ແຕ່ກໍ່ເຫັນວ່າ ຍັງມີຂໍ້ຫຍຸ້ງຍາກທີ່ພົບເຫັນ ເປັນຕົ້ນແມ່ນ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຍັງມີຄວາມທ້າທາຍ ຍ້ອນຜົນກະ​ທົບຈາກເສດຖະກິດມະຫາພາກ,​ ບັນຫາການລັກລອບຂຸດຄົ້ນແຮ່ທາດຍັງມີລັກສະນະຊ້ຳເຮື້ອ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ.
ເພື່ອແກ້ໄຂບັນຫາດັ່ງກ່າວ, ທາງຫ້ອງການຈະເພີ່ມທະວີການປະສານງານກັບອົງການປົກຄອງເມືອງ ແລະ ແຂວງ ເພື່ອປັກຫຼັກໝາຍເຂດສຳ​ຫຼວດແຮ່ທາດໃຫ້ຈະແຈ້ງ, ດຳເນີນມາດຕະການທາງກົດໝາຍຢ່າງເຄັ່ງຄັດ, ພ້ອມທັງລົງຕິດແທດ, ອຳນວຍຄວາມສະດວກ ແລະ ສຶກສາອົບຮົມໃຫ້ຜູ້ປະກອບການນອກລະບົບ ເຂົ້າມາຈົດທະບຽນໃຫ້ຖືກຕ້ອງ.
ສຳລັບແຜນການ 6 ເດືອນທ້າຍປີ 2026​ ນີ້, ເມືອງໄຊເສດຖາ ໄດ້ຕັ້ງເປົ້າໝາຍຊຸກຍູ້ທຸລະກິດໃໝ່ໃຫ້ຂຶ້ນທະບຽນຕື່ມອີກຢ່າງໜ້ອຍ 25 ຫົວ​ໜ່ວຍ, ອອກອະນຸຍາດ ແລະ ຕິດຕາມການຜະ ລິດໂຮງງານຂະໜາດນ້ອຍ, ເລັ່ງຂະຫຍາຍໂຄງ​ການ ODOP ໃຫ້ຄຸມກວມທັງ 22 ບ້ານ. ນອກ​ຈາກນີ້ ຍັງຈະຕິດຕາມການກໍ່ສ້າງຕາຂ່າຍໄຟຟ້າຢູ່ເຂດກະສິກຳບ້ານໂພໄຊ, ບໍ່ຄຳບ້ານນ້ຳຊວນ, ເກັບກູ້ໜີ້ສິນຄ່າໄຟຟ້າ ແລະ ສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດຢ່າງຕໍ່ເນື່ອງ.
ທ່ານ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊເສດຖາ ໄດ້ຮຽກຮ້ອງມາຍັງພາກສ່ວນຕ່າງໆ ເພື່ອຮ່ວມກັນສ້າງສາເສດຖະ​ກິດຂອງເມືອງໃຫ້ເຂັ້ມແຂງ ແລະ ຍືນຍົງ ດັ່ງນີ້:
1) ນຳເອົາທຸລະກິດເຂົ້າສູ່ລະບົບ: ຮຽກຮ້ອງໃຫ້ຜູ້ປະກອບການ 391 ຫົວໜ່ວຍທີ່ຍັງນອກລະບົບ ຮີບຮ້ອນມາຂຶ້ນທະບຽນວິສາຫະກິດໃຫ້ຖືກຕ້ອງຕາມກົດໝາຍ ເພື່ອຮັບປະກັນສິດ​ທິປະໂຫຍດ ແລະ ການເຂົ້າເຖິງການສະໜັບ​ສະໜູນຈາກພາກລັດ.
2) ສ້າງມູນຄ່າເພີ່ມໃຫ້ສິນຄ້າທ້ອງຖິ່ນ: ສົ່ງເສີມໃຫ້ຜູ້ປະກອບການຂະໜາດນ້ອຍ ແລະ ຄອບ​ຄົວ ຫັນເອົາທ່າແຮງທາງກະສິກຳ ແລະ ພູມປັນຍາ ເຂົ້າຮ່ວມໂຄງການ 1 ບ້ານ,​ 1 ຜະລິດ​ຕະ​ພັນ,​ ໂດຍພາກລັດພ້ອມສະໜັບສະໜູນດ້ານວິ​ຊາການ, ທຶນຮອນ ແລະ ຕະຫຼາດ.
3) ດຳເນີນທຸລະກິດຢ່າງມີຈັນຍາບັນ: ຂໍໃຫ້ຊາວຄ້າຂາຍ ແລະ ປ້ຳນ້ຳມັນ ປະຕິບັດຕາມມາດ​ຕະຖານການຊັ່ງ-ຕວງ-ວັດ, ບໍ່ສວຍໂອກາດກັກຕຸນ ຫຼື ຂຶ້ນລາຄາສິນຄ້າ, ແລະ ຢຸດຕິການນຳເຂົ້າສິນ​ຄ້າທີ່ບໍ່ໄດ້ມາດຕະຖານ.
4) ຍິນດີຕ້ອນຮັບນັກລົງທຶນ: ດ້ວຍທ່າແຮງຂອງເສັ້ນທາງຫຼວງ 18B ເຊື່ອມຕໍ່ໃສ່ ສສ ຫວຽດ​ນາມ, ເມືອງໄຊເສດຖາ ພ້ອມອຳນວຍຄວາມສະດວກຢ່າງເຕັມທີ່ ໃຫ້ນັກລົງທຶນທີ່ສົນໃຈເຂົ້າມາຕັ້ງໂຮງງານປຸງແຕ່ງ ແລະ ອຸດສາຫະກຳບໍລິການ ບົນພື້ນຖານຄວາມຖືກຕ້ອງ ແລະ ເປັນມິດກັບສິ່ງແວດລ້ອມ.

ຂ່າວ-ພາບ: ຫັດສະດີ ສຸດດາວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa