
ວັນທີ 27 ກໍລະກົດ 2026 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງສາມັກຄີໄຊ ແຂວງອັດຕະປື, ໄດ້ຈັດພິທີປາຖະກະຖາ ວັນເກີດຂອງປະທານສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026 ) ແລະ ວັນເຊັນສົນທິສັນຍາສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 49 ປີ ( ວັນທີ 18 ກໍລະກົດ 1977-18 ກໍລະກົດ 2026), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ອິນປັນ ອິນທິລາດ ກຳມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົົນແຂວງ ປະຈຳເຂດເລືອກຕັ້ງເມືອງສາມັກຄີໄຊ, ມີຄະນະພັກ, ຄະນະນໍາຂອງເມືອງ, ປະທານປົກຄອງຕາແສງ, ພະນັກງານລັດຖະກອນ ກຳລັງ ປກຊ-ປກສ ອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ອິນປັນ ອິນທິລາດ ໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ຄຸນງາມຄວາມດີຂອງປະທານສຸພານຸວົງ, ເຊິ່ງທ່ານແມ່ນຜູ້ນຳທີ່ມີຄວາມ ຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງສຸດກົກສຸດປາຍ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ, ຍາມໃດກໍ່ໄດ້ຍົກສູງສະຕິ, ລະບຽບວິໄນຕໍ່ການຈັດຕັ້ງ, ມີຄວາມນັບ ຖືຕໍ່ໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍ ຢ່າງຈິງໃຈ, ດຳລົງຊີວິດຢ່າງຊື່ສັດສຸດຈະລິດ, ທ່ານແມ່ນປັນຍາຊົນຜູ້ຍິ່ງໃຫຍ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດ ເພື່ອປະຊາຊົນ, ຕະຫຼອດຊີວິດຂອງທ່ານ ບໍ່ວ່າຈະຢູ່ໃນຕຳແໜ່ງໃດ, ຄວາມຮັບຜິດ ຊອບອັນໃດເພິ່ນກໍ່ໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາ ມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປະຕິວັດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນ.

ນອກນນັ້ນທ່ານເນັ້ນໜັກວ່າ ປະທານ ສຸພານຸວົງ ເປັນສັນຍາລັກແຫ່ງຄວາມສາມັກຄີປວງຊົນ, ຄວາມເສຍສະຫຼະ ແລະ ຄວາມຈົງຮັກພັກດີຕໍ່ຊາດ ແລະ ປະຊາຊົນ. ການປາຖະກະຖາຍັງໄດ້ຍົກໃຫ້ເຫັນບົດບາດອັນສຳຄັນຂອງປະທານ ສຸພາ ນຸວົງ ໃນການນຳພາການປະຕິວັດລາວ, ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ການຕໍ່ສູ້ເພື່ອເອກະລາດ ແລະ ອະທິປະໄຕຂອງຊາດ ລວມທັງການເປັນຜູ້ບັນຊາການປ້ອງກັນຕົວເມືອງທ່າແຂກ ໃນວັນທີ 21 ມີນາ 1946 ອັນເປັນວີລະກຳສຳ ຄັນໃນໜ້າປະຫວັດສາດຂອງຊາດ. ຈາກນັ້ນ ທ່ານ ນາງ ພຸດມະໄລພອນ ແກ້ວວົງສາ ຮອງເລຂາພັກເມືອງ ກໍ່ໄດ້ສືບຕໍ່ຍົກໃຫ້ເຫັນເຖິງຄວາມສຳຄັນຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ທີ່ມີມາຢ່າງຍາວນານ ພາຍໃຕ້ການນຳພາຂອງຜູ້ນຳ ສອງປະເທດ ທີ່ມີຄວາມກ້າຫານ, ສະຫຼາດສ່ອງໃສ, ເປັນຈິດໜຶ່ງໃຈດຽວກັນ ພ້ອມກັນຕໍ່ສູ້ປົດປ່ອຍປະເທດຊາດ ຍາດເອົາເອກະລາດຈາກພວກຈັກກະ ພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດຊາດຂອງຕົນຂຶ້ນ. ນັບແຕ່ທ້າຍສະຕະວັດທີ 19 ເປັນຕົ້ນມາ, ສອງຊາດ ລາວ-ຫວຽດນາມ ໄດ້ດຳເນີນການຕໍ່ສູ້ຕ້ານສັດ ຕູໂຕດຽວກັນ ເພື່ອກອບກູ້ ແລະ ປົກປັກຮັກສາປະເທດຊາດ ໂດຍສະເພາະການຕໍ່ສູ້ກັບຈັກກະຶພັດຜູ້ຮຸກຮານ, ສອງຊາດລາວ-ຫວຽດໄດ້ຮ່ວມສຳພັນສູ້ຮົບຄຽງບ່າຄຽງໄຫຼ່ກັນ ເພື່ອຕີເອົາຊະນະສັດຕູ,ຕີຖອຍທຸກກົນອຸບາຍຂອງສັດຕູ ກ້າວຂຶ້ນເພື່ອຍາດເອົາໄຊຊະນະອັນຍິ່ງໃຫຍ່, ນັ້ນແມ່ນການສະແດງອອກເຖິງຄວາມສາມັກຄີ, ນໍ້າໃຈປະສິດທິພາບທີ່ມີປະສິດທິຜົນຂອງການປະຕິວັດສອງປະເທດ ລາວ-ຫວຽດນາມ. ເຊິ່ງພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ທັງສອງຊາດ ລາວ-ຫວຽດນາມ ກໍ່ໄດ້ສືບຕໍ່ພົວພັນກັນຢ່າງສະໜິດແໜ້ນ, ໃຫ້ການສະໜັບສະໜູນຊ່ວຍເຫຼືອກັນ ແລະ ຮ່ວມມືກັນໃນດ້ານຕ່າງໆ ແລະ ພ້ອມກັນເພີ່ມພູນຄູນສ້າງ ມິດຕະພາບແບບພິເສດ, ການພົວພັນຮ່ວມມືຮອບດ້ານ ນັບມື້ຍິ່ງມີການຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ, ແທດເໝາະກັບສະພາບການຕົວຈິງ ແລະ ມີປະສິດທິຜົນ, ສາມາດຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງຊາດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ສາກົນ.

ຂ່າວ-ພາບ: ຂາວພອນ.