ໃນວັນທີ 12 ມີນາ 2026 ນີ້, ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ສະຫາຍ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າພົບ ສະຫາຍ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງອັດຕະປື.

ໂອກາດດັ່ງກ່າວ ສະຫາຍ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ໄດ້ແຈ້ງຈຸດປະສົງຂອງການເຄື່ອນໄຫວຢູ່ແຂວງອັດຕະປື ເພື່ອລົງມາຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ lX, ພ້ອມນີ້ຮອງປະທານສູນກາງສະຫະພັນແມ່ຍິງລາວ ຍັງສະເໜີຝາກເຖິງ ສະຫາຍ ເລຂາພັກແຂວງອັດຕະປື ຊ່ວຍຊຸກຍູ້, ພັດທະນາແມ່ຍິງແຂວງ, ໃຫ້ມີການປະກອບສ່ວນໃນການພັດທະນາວຽກແມ່ຍິງລາວບັນ ດາເຜົ່າ ໃຫ້ມີບົດ ບາດໃນການຈັດຕັ້ງປະຕິບັດທຸກຂົງເຂດວຽກງານຂອງແຂວງ, ມີສ່ວນຮ່ວມໃນການປະກອບຄໍາຄິດຄໍາເຫັນໃນທຸກວຽກງານຄຽງຄູ່ກັບເພດຊາຍ.

ໂອກາດນີ້ ສະຫາຍ ບຸນເຖິງ ດວງສະຫວັນ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ຕີລາຄາສູງ ເຖິງຄວາມເອົາໃຈໃສ່ຂອງຄະນະນໍາສູນກາງ ສະຫະພັນແມ່ຍິງລາວ ທີ່ລົງມາຕິດຕາມຊຸກຍູ້ວຽກງານສະຫະພັນແມ່ຍິງຂອງແຂວງອັດຕະປື ເພື່ອເຮັດໃຫ້ສະຫະພັນແມ່ຍິງແຂວງ, ພ້ອມທັງຢືນຢັນວ່າ ຈະໃຫ້ຄວາມສໍາຄັນ ແລະຊຸກຍູ້ ຂະບວນການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າພາຍໃນແຂວງ ໃຫ້ໄດ້ຮັບເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ.
ຂ່າວ: ມະນີວອນ