ທ່ານລັດຖະມົນຕີ ກະຊວງ ຮສສ ເນັ້ນໜັກ 4 ວຽກສໍາຄັນ ໃຫ້ພະ​ແນກ ຮສສ ແຂວງອັດຕະປື ສືບຕໍ່ປະຕິບັດ

ໃນວັນທີ 11ມີນາ 2026 ນີ້ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ເຄື່ອນ​ໄຫວພົບປະໂອ້ລົມພະນັກງານ-ລັດ​ຖະກອນ ພະແນກ ແຮງງານ​ ແລະ​ ສະຫວັດດີການສັງຄົມ ແຂວງອັດຕະປື, ໂດຍການຕ້ອນຮັບຂອງ ທ່ານ ນາງ ພອນມະນີ ຂຽນໄຊຍະວົງ, ຫົວໜ້າພະແນກ ແຮງງານ​ ແລະສະຫວັດດີການສັງຄົມແຂວງ, ພ້ອມ​ດ້ວຍຄະ​ນະພະແນກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມໃຫ້ການຕ້ອນຮັບ.

ໂອກາດນີ້ ທ່ານ ໂພໄຊ ໄຊຍະສອນ ໄດ້ສະ​ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ຄະນະ​ພັກ, ຄະນະພະ​ແນກ ຕະຫຼອດຮອດພະນັກງານ​-ລັດ​ຖະກອນ ພາຍໃນພະແນກ ຮສສ ແຂວງອັດຕະປື ຍາດມາໄດ້ໃນໄລຍະຜ່ານມາ, ເຖິງວ່າຈະປະເຊີນກັບສິ່ງທ້າທາຍຈາກສະພາບເສດ​ຖະກິດ- ການເງິນ ແລະ ໄພທຳມະຊາດ ແຕ່ການປະຕິບັດໜ້າທີ່ວຽກງານຂົງ​ເຂດແຮງງານ ແລະ ສະຫວັດດີການສັງ ຄົມພາຍໃນແຂວງອັດຕະປື ກໍ່ສາມາດປະສົບຜົນສໍາເລັດໄດ້ຕາມແຜນການທີ່ວາງໄວ້.

ພ້ອມນັ້ນທ່ານລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງ​ຄົມ ຍັງໄດ້ເນັ້ນໜັກໃຫ້ຄະນະ​ພັກ​, ຄະນະນຳ ແລະ ພະນັກງານທຸກຂັ້ນພາຍໃນພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງອັດຕະປື ຈົ່ງສືບຕໍ່ຜັນຂະຫຍາຍມະຕິກອງປະ​ຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກກະຊວງ ຮສສ ແລະ ແຜນ​ພັດ​ທະນາວຽກງານ ຮສສ 5 ປີ (2026-2030) ໃຫ້ປາກົດຜົນເປັນຈິງ. ທ່ານຍັງມີທິດຊີ້ນຳທີ່ສຳຄັນໃນ 4 ວຽກງານຈຸດສຸມ ຄື: ດ້ານວຽກ​ງານການເມືອງ-ແນວຄິດ ແລະ ການຈັດຕັ້ງ ເພີ່ມທະວີຄວາມສາມັກຄີ ເປັນເອກະພາບ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ກະທັດຮັດ ແລະ ມີປະສິດທິພາບ, ເນັ້ນການກໍ່ສ້າງພະນັກງານສືບທອດ ທີ່ໜັກແໜ້ນທາງດ້ານຄຸນທາດການເມືອງ ແລະ ມີຈັນຍາບັນວິຊາຊີບ, ດ້ານວຽກງານແຮງງານ ເລັ່ງໂຄສະນາ ແລະ ພັດທະ​ນາສີມືແຮງງານ ໃຫ້ມີຄຸນນະ​ພາບ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ, ໂດຍເນັ້ນໃສ່ການສ້າງວຽກເຮັດງານທຳທີ່ໝັ້ນຄົງ, ດ້ານວຽກງານນະໂຍບາຍ ແລະ ສະຫວັດດີການ ໃຫ້ສືບຕໍ່ຈັດ​ຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ, ຜູ້ພິການ ແລະ ຜູ້ສູງອາຍຸ ຢ່າງທົ່ວເຖິງ, ໂປ່ງໃສ ແລະ ຍຸຕິທຳ ໂດຍອີງໃສ່ຖານຂໍ້ມູນທີ່ຊັດເຈນ ແລະ ຖືກ ຕ້ອງຕາມລະບຽບການ, ດ້ານວຽກງານປະກັນສັງຄົມ ກໍ່ໃຫ້ສືບຕໍ່ຂະຫຍາຍຕາໜ່າງການປົກຄຸມປະ​ກັນສັງຄົມໃຫ້ກວ້າງຂວາງ, ປັບປຸງການບໍລິການໃຫ້ທັນສະໄໝ ແລະ ຮັບປະກັນຄວາມຍືນຍົງຂອງກອງທຶນ ເພື່ອເປັນບ່ອນອີງທີ່ໝັ້ນຄົງໃຫ້ແກ່ຜູ້ອອກແຮງງານ. ເພີ່ມທະວີຄວາມຮັບ ຜິດ ຊອບຕໍ່ໜ້າທີ່ການເມືອງ, ເປັນເຈົ້າການໃນການບໍ ລິຫານລັດດ້ວຍກົດໝາຍ ແລະ ຮ່ວມແຮງຮ່ວມໃຈກັນພັດທະນາຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງກວ່າເກົ່າ.
ຂ່າວ: ມະນີວອນ

# ptatp.gov.la

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa