
ໃນວັນທີ 11ມີນາ 2026 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື ໂອກາດດັ່ງກ່າວຍັງໄດ້ເຂົ້າພົບສະຫາຍ ບຸນເຖິງ ດວງສະຫວັນ ເລຂາພັກແຂວງອັດຕະປື ທີ່ຫ້ອງວ່າການແຂວງເພື່ອແຈ້ງຈຸດປະສົງຂອງການເຄື່ອນໄຫວ ເປັນຕົ້ນແມ່ນ ຕິດຕາມດ້ານແຮງງານພາຍແຂວງ, ການສ້າງແຮງງານໃຫ້ເປັນຊຸມຊົນທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນແຂວງ ມີລາຍຮັບທີ່ໝັ້ນຄົງຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ພ້ອມທັງໄດ້ສະເໜີໃຫ້ສະຫາຍເລຂາພັກແຂວງອັດຕະປື ສຸມໃສ່ບັນຫາແຮງງານໃຫ້ເຂົ້າເຖິງບັນດາໂຮງງານພາຍໃນແຂວງ ເປັນຕົ້ນ ການພັດທະນາສີມືແຮງໃຫ້ກາຍເປັນຊຸມຊົນແຮງງານ ຫຼື ບ້ານພັດທະສີມືແຮງ, ໂດຍຕິດພັນກັບວຽກງານສາມສ້າງ ເພື່ອເປັນເງື່ອນໄຂໃນການສ້າງຊຸມຊົນໃຫ້ມີວຽກເຮັດງານທໍາ, ວຽກປະກັນສັງຄົມ, ວຽກງານນະໂຍບາຍ ແລະວຽກງານອື່ນ

ໂອກາດທີ່ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງອັດຕະປື ຄັ້ງນີ້ ທ່ານ ໂພໄຊ ໄຊຍະສອນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ມອບເຄື່ອງ ເພື່ອຊ່ວຍບັນເທົາທຸກໃຫ້ແກ່ປະຊາຊົນຊາວແຂວງອັດຕະປື, ເຊີ່ງເຄື່ອງທີ່ນໍາມາມອບຄັ້ງນີ້ປະກອບມີ: ເຂົ້າສານ ຈໍານວນ 110 ໂຕນ, ເຄື່ອງນຸ່ງຮົມ, ນໍ້າດື່ມ ແລະ ແກັດອາຊຽນຈໍານວນໜຶ່ງ.


ຂ່າວ: ມະນີວອນ
ptatp.gov.la