
ເມື່ອວັນທີ 11 ມີນາ 2026 ນີ້, ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງອັດຕະປື ໄດ້ອອກມາຊີ້ແຈງຜ່ານສື່ມວນຊົນຂອງແຂວງ ກ່ຽວກັບສະພາບຄວາມເຄັ່ງຮ້ອນການສະໜອງນໍ້າມັນ ພາຍໃນແຂວງອັດຕະປື ວ່າ: ແຂວງອັດຕະປື ມີ 7 ບໍລິສັດ ນໍາເຂົ້້ານໍ້າມັນເຊື້ອໄຟ, ທົ່ວແຂວງມີ 48 ປໍ້າຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟ, ໃນນີ້, ເມືອງສາມັກຄີໄຊ ມີ 20 ປໍ້າ, ເປີດ 5 ປໍ້າ, ເມືອງພູວົງ ມີ 5 ປໍ້າ, ເປີດ 3 ປໍ້າ, ເມືອງ ຊານໄຊ 3 ປໍ້າ, ເປີດ 1 ປໍ້າ, ເມືອງໄຊເສດຖາ ມີ 9 ປໍ້າ, ເປີດ 5 ປໍ້າ ແລະ ເມືອງສະໜາມໄຊ ມີ 11 ປໍ້າ,ເປີດ 2 ປໍ້າ. ເຊິ່ງໃນເບື້ອງຕົ້ນທັງ 7 ບໍລິສັດໄດ້ມີຄວາມພະຍາຍາມຍາດແຍ່ງນໍ້າມັນເພື່ອມາສະໜອງພາຍໃນແຂວງອັດຕະປື ແຕ່ເນື່ອງຈາກວ່າສະພາບຄວາມບໍສະຫງົບໃນຂົງເຂດຕາເວັນອອກກາງ ເຮັດໃຫ້ທາງບໍລິສັດບໍສາມາດສະໜອງນໍ້າມັນໄດ້ຕາມແຜນນໍາເຂົ້າ ຫຼື ເຮັດໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟຫຼຸດລົງເຖິງ 60% ຂອງແຜນການນໍາເຂົ້າ, ສະນັ້ນ ຈຶ່ງເຮັດໃຫ້ການສະໜອງນໍ້າມັນໃນໄລຍະນີ້ພົບຄວາມຫຍຸ່ງຍາກ, ແຕ່ແນວໃດກໍ່ຕາມຂໍໃຫ້ປະຊາຊົນພາຍໃນແຂວງພວກເຮົາ ເຊື່ອໝັ້ນຕໍ່ພາກລັດ, ໂດຍຈະພະຍາຍາມປະສານສົມທົບ ກັບທາງກະຊວງອຸດສາຫະກໍາ ແລະການຄ້າ ແລະ ພາກສ່ວນຕົວແທນນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອໃຫ້ໄດ້ມີນໍ້າມັນມາສະໜອງພາຍໃນແຂວງບໍໃຫ້ຂາດ. ພ້ອມນັ້ນ ທາງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າແຕ່ລະເມືືອງ ຈະໄດ້ລົງປະຈໍາຢູ່ບັນດາປໍ້າໃນເທສະບານ ເພື່ອຕິດຕາມກວດກາຕົວຈິງ, ຕິດຕາມກ່ຽວກັບລາຄາ, ການຊົມໃຊ້ ພ້ອມທັງຕິດຕາມການຈໍາໜ່າຍເຂົ້າ-ອອກແຕ່ລະຄັ້ງ ແລະ ຖ້າປໍ້າ ທີ່ມີການປິດການຈໍາໜ່າຍ, ເຈົ້າໜ້າທີ່ ໄດ້ມີການວັດແທກກວດເຊັກນໍ້າມັນຄັກແນ່ ເພື່ອໃຫ້ແນ່ໃຈວ່າ ປໍ້າດັ່ງກ່າວບໍ່ມີນໍ້າມັນຈໍາໜ່າຍແທ້ຈິງ ຫຼີກລຽງການກັກຕຸນນໍ້າມັນ ໂດຍຜ່ານມາ ສັງເກດເຫັນວ່າ, ການຈັດຕັ້ງປະຕິບັດ ລວມເຖິງຄວາມຮ່ວມມືລະຫວ່າງ ເຈົ້າຂອງປໍ້ານໍ້າມັນ ແລະ ພາກລັດພວກເຮົາ ໄດ້ມີການປະສານງານດ້ວຍຄວາມໂປ່ງໃສ, ເຊິ່ງໄດ້ມີການກວດກາຕົວຈິງທຸກຂັ້ນຕອນ, ການສັ່ງຊື້ືນໍ້າມັນແມ່ນມີຄວາມຫຍຸ້ງຍາກ ພໍສົມຄວນ ຕ້ອງໄດ້ລໍຖ້າການນໍາເຂົ້້ານໍ້າມັນຈາກບໍລິສັດນໍາເຂົ້້າ ເພື່ອຈະກະຈາຍໃຫ້ບັນດາປໍ້າຕົວແທນຂອງແຂວງ ເພາະການນໍາເຂົ້ານໍ້າມັນແມ່ນສູນກາງຄຸ້ມຄອງ.

ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງອັດຕະປື ຍັງໄດ້ຮຽກຮ້ອງມາຍັງບັນດາປໍ້ານໍ້າມັນທົ່ວແຂວງ ໃຫ້ເປັນເຈົ້າການປະຕິບັດຕາມແຈ້ງການທີ່ທາງກະຊວງອຸດສະຫະກຳ ແລະ ການຄ້າວາງອອກຢ່າງເຂັ້ມງວດ, ຮຽກຮອງມາຍັງປະຊາຊົນບັນດາເຜົ່າຊາວແຂວງອັດຕະປື ໃຫ້ມີສະຕິໃນການ ຕິດຕາມຂໍ້ມູນຂ່າວສານ ເພື່ອບໍ່ໃຫ້ເກີດມີຄວາມວິຕົກກັງວົນວ່າຈະຂາດແຄນນໍ້າມັນນໍາໃຊ້ ເພາະປັດຈຸບັນ ແຂວງອັດຕະປື ກໍຍັງມີນໍ້າມັນສະໜອງໃຫ້ປະຊາ ຊົນໄດ້ຊົມໃຊ້ ຊຶ່ງມີຢູ່ 120,900 ລິດ, ໃນນີ້, ນໍ້າມັນແອັດຊັງ ມີ 71,900 ລິດ ແລະ ກະຊວນ ມີ 49,000 ລິດ.ນອກນີ້ທາງແຂວງ ຍັງມີແຜນນໍາເຂົ້ານໍ້າມັນຕື່ມອີກ 291,000 ລິດ. ສໍາລັບລາຄານໍ້າມັນ ອາດຈະມີການເໜັງຕີງ ຂຶ້ນ-ລົງ ຕາມລາຄາຂອງຕະຫຼາດໂລກ, ດັ່ງນັ້ນ ຂໍໃຫ້ປະຊາຊົນຊາວແຂວງອັດຕະປື ເຊື່ອໝັ້ນຕໍ່ການ ການບໍລິຫານຈັດການນໍ້າມັນເພື່ອໃຫ້ພຽງພໍຕໍ່ການຊົມໃຊ້.

ຂ່າວ: ມະນີວອນ