ອັດຕະປື ປະຕິບັດນະໂຍບາຍ ຕໍ່ພະ​ນັກງານທີ່ເຮັດການປະຕິວັດຊາດ ໃນເມື່ອກ່ອນ

ໃນວັນທີ 10 ມີນາ 2026 ທີ່ຫໍປະ​ຊຸມໃຫຍ່ຂອງແຂວງອັດຕະປື ໄດ້ຈັດພິທີມອບເງິນນະໂຍບາຍຕໍ່ພະນັກ​ງານທີ່ເຮັດໜ້າທີ່ການປະຕິວັດ ຕາມດຳລັດ 57/ລບ, ປະຈໍາປີ 2025 ຈໍານວນ 2,227 ທ່ານ, ມູນຄ່າ 39 ຕື້ກວ່າກີບ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງ, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ພ້ອມດ້ວຍຍາດພີ່ນ້ອງຂອງຜູ້ເສຍຊີວິດເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລາຍ​ງານການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງານຄວາມດີ ຕໍ່ການປະຕິວັດຊາດ ປະຊາທິປະໄຕ ຕາມດຳລັດ 57/ລບ, ເຊິ່ງການປະ​ຕິບັດນະໂຍບາຍ ແຕ່ປີ 2000-2025 ມີຈໍານວນຜູ້ຮ້ອງຂໍນະໂຍບາຍ ທັງ​ໝົດ 8,680 ທ່ານ, ສາມາດປະຕິບັດນະໂຍບາຍໄດ້ 2,433 ທ່ານ, ຍັງບໍ່ທັນໄດ້ປະຕິບັດນະໂຍບາຍ ທົ່ວແຂວງອັດຕະປື ທັງໝົດ 6,208 ທ່ານ, ຍິງ 1,540 ທ່ານ, ເປັນເງີນທັງໝົດ 96 ຕື້ກວ່າກີບ, ໃນນີ້,​ ປະ​ຕິບັດນະໂຍບາຍ ໄລຍະທີ 1 ແມ່ນຜູ້ທີ່ເຂົ້າການແຕ່ປີ 1954 ຄືນຫຼັງ ມີຈໍານວນ ຜູ້ຮ້ອງຂໍ ທັງໝົດ 5,044 ທ່ານ (ບໍ່ນອນໃນເງື່ອນໄຂນະໂຍບາຍ54 ຄືນຫຼັງງ ຈໍານວນ 40 ທ່ານ), ສາ​ມາດ​ປະຕິບັດໄດ້ ຈໍານວນ 2,433 ທ່ານ ເປັນເງິນທັງ ໝົດ 43 ຕື້ກວ່າກີບ, ມີ 3 ເປົ້າໝາຍ, ໃນນັ້ນ ລວມເປົ້າໝາຍຜູ້ທີ່ເຂົ້າການແຕ່ປີ 1954 ຄືນຫຼັງຍັງບໍ່ທັນໄດ້ປະຕິບັດ ຈໍານວນ 3 ເປົ້າໝາຍ ຄື: 1) ນະໂຍບາຍເງິນປ່ຽນແທນໂກຕ້າລົດ, 2) ນະ​ໂຍບາຍອຸດໜູນເທື່ອດຽວ ຜູ້ຍັງມີຊີວິດ ແລະ 3) ນະໂຍບາຍອຸດໜູນເສຍສະຫຼະຊີວິດ ໃນສະໜາມຮົບ, ລວມທັງໝົດຍັງບໍ່ທັນໄດ້ປະ ຕິບັດ ຈໍານວນ 2,571 ທ່ານ ຍິງ 680 ທ່ານ ເປັນເງີນ ທັງໝົດ 46 ຕື້ກວ່າກີບ. ໃນປີ 2025 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອະນຸມັດເງິນນະໂຍບາຍ ຕາມດໍາລັດ 57/ລບ ຈໍານວນ 2 ເປົ້າໝາຍ ຄື: ນະໂຍບາຍອຸດໜູນເທື່ອດຽວ ຜູ້ຍັງມີຊີວິດ ຈໍານວນ 1,945 ທ່ານ ເປັນເງິນທັງໝົດ 33 ຕື້ກວ່າກີບ, ນະໂຍບາຍອຸດໜູນເສຍສະຫຼະຊີວິດ ໃນສະໜາມຮົບ ຈໍານວນ 282 ທ່ານເປັນເງິນ ທັງ​ໝົດ 5 ຕື້ກວ່າກີບ, ໄລຍະທີ 2 ຜູ້ທີ່ເຂົ້າການ ແຕ່ປີ 1955-1974 ຄື: 1) ຂໍ້ມູນເປົ້າ ໝາຍ ທີ່ຍັງບໍ່ໄດ້ຮັບການແກ້ໄຂຈຳນວນ 3,976 ທ່ານ ເປັນເງິນ 57 ຕື້ກວ່າກີບ ລະອຽດມີຄື: ຜູ້ເຂົ້າການ ແຕ່ປີ 1955-1960 ມີທັງ​ໝົດ 1,690 ທ່ານ ເປັນຈໍານວນເງິນ 28 ຕື້ກວ່າກີບ, ຊຶ່ງມີ 2 ນະໂຍບາຍຄື: ອຸດໜູນເທື່ອດຽວຜູ້ເສຍສະຫຼະຊີວິດ 310 ທ່ານ ເປັນເງິນ 5 ຕື້ກວ່າກີບ, ອຸດໜູນເທື່ອດຽວຜູ້ຍັງມີຊີວິດ ຈຳ  ນວນ 1,380 ທ່ານ ເປັນເງິນ 22 ຕື້ກວ່າກີບ, ຜູ້ເຂົ້າການ ແຕ່ປີ 1961-1965 ມີຈຳນວນ 1,189 ທ່ານ ເປັນເງິນ 15 ຕື້ກວ່າກີບ ຊຶ່ງມີ 2 ນະໂຍບາຍ ຄື: ອຸດ   ໜູນເທື່ອດຽວຜູ້ເສຍສະຫຼະຊີວິດ ຈໍານວນ 143 ທ່ານ ເປັນເງິນ 2 ຕື້ກວ່າກີບ, ອຸດ ໜູນເທື່ອດຽວຜູ້ຍັງມີຊີວິດ ຈໍານວນ 1,046 ທ່ານ ເປັນເງິນ 12 ຕື້ກວ່າກີບ,  ຜູ້ເຂົ້າການ 1966-1974 ມີຈໍານວນ 1,097 ທ່ານ ເປັນເງິນ 13 ຕື້ກວ່າກີບ ຊຶ່ງມີ 2 ນະໂຍບາຍ ຄື: ອຸດ​ໜູນເທື່ອດຽວຜູ້ເສຍສະຫຼະຊີວິດ ຈໍານວນ 120 ທ່ານ ເປັນເງິນ 2 ຕື້ກວ່າກີບ, ອຸດໜູນເທື່ອດຽວຜູ້ຍັງມີຊີວິດ ຈໍານວນ 977 ທ່ານ ເປັນເງິນ 11 ຕື້ກວ່າກີບ.

ໂອກາດນີ້ ທ່ານ ນາງ ມີນາພອນ ໄຊຊົມພູ ຍັງໄດ້ໂອລົມຕໍ່ພິທີ ໂດຍເນັ້ນ​ໜັກເຖິງ ພະນັກງານຜູ້ທີ່ຮັບຜິດ​ຊອບ ການຈັດຕັ້ງປະຕິບັດວຽກນະ​ໂຍບາຍ ຈົ່ງສືບຕໍ່ເກັບກຳຂໍ້ມູນສະ​ຖິຕິ ພະນັກງານທີ່ໄດ້ຮັບນະໂຍບາຍແລ້ວທີ່ບໍ່ທັນລະອຽດໃຫ້ຊັດເຈນ, ສືບຈັດລຽງບູລິມະສິດການຈັດຖານຂໍ້ມູນບາງເມືອງທີ່ຍັງບໍ່ທັນຖືເອົາມື້ ວັນ ເດືອນ ປີ ເຂົ້າການປະຕິວັດ ຕົວຈິງຍັງມີແບບເອົາການຈັດລຽງລໍາດັບມານໍາສະ ເໜີ, ສືບຕໍ່ການປັງປຸງຈັດລຽງສະຖິຕິ ຍັງບໍ່ທັນຈັດລະອຽດຄືນ ເປັນບ້ານ ເພື່ອສັງ ລວມເປັນສະຖິຕິທີ່ມີການ ຢັ້ງຢືນຈາກຄະນະກຳມະການຂັ້ນເມືອງຂອງຕົນ. ພ້ອມນີ້ ທ່ານຍັງໄດ້ຮ້ອງໃຫ້ລູກຫຼານ ທີ່ມາຮັບນະໂຍບາຍພາຍຫຼັງທີ່ໄດ້ຮັບເງິນນະ ໂຍບາຍແລ້ວ ຈົ່ງພ້ອມກັນນໍາເງິນດັ່ງໄປນໍາໃຊ້ໃຫ້ເກີດປະໂຫຍດສູງ ເພື່ອພັດທະນາຊີວິດ ຄອບຄົວ ໃຫ້ດີຂື້ນ.
ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa