ອັດຕະປື ປາຖະກະຖາວັນຊາດ ສສ ຫວຽດນາມ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ.

ແຂວງອັດຕະປື ໄດ້ພິທີປາຖະກະຖາວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບ ຮອບ 81 ປີ (2 ກັນຍາ 1945–2 ກັນຍາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002–9 ກັນຍາ 2026) ຂື້ນໃນວັນທີ 15 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຄອນສະຫງ່າ ພິມມະສອນ ຄະ ນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານຄະນະພັກ, ຄະນະນໍາ, ພະ ນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມຮັບຟັງ.

ທ່ານ ປອ ຄອນສະຫງ່າ ພິມມະສອນ ໄດ້ຫວນຄືນເຖິງບັນດາເຫດການສຳຄັນໃນປະຫວັດສາດ ແລະ ຄວາມໝາຍຂອງວັນທີ 2 ກັນຍາ 1945, ເຊິ່ງເປັນວັນທີ່ ປະທານ ໂຮ່ ຈີ ມິນ ໄດ້ອ່ານຖະ ແຫຼງການເອກະລາດ ປະກາດການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ເປີດສັກກະລາດໃໝ່ຂອງປະຊາຊາດ ຫວຽດນາມ. ພ້ອມທັງໄດ້ຍົກໃຫ້ເຫັນການຕໍ່ສູ້ອັນຍາວນານຂອງປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ ຈົນສາມາດຍາດ ໄດ້ເອກະລາດ, ປົກປັກຮັກສາປະເທດ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມກ້າວໜ້າ. ພ້ອມນີ້ ຍັງໄດ້ກ່າວເຖິງບັນດາຜົນສຳເລັດຂອງ ສສ ຫວຽດນາມ ໃນການພັດທະນາດ້ານການເມືອງ, ເສດ ຖະກິດ-ສັງຄົມ, ການທູດ ແລະ ການຍົກສູງບົດບາດຂອງປະເທດໃນເວທີສາກົນ, ກ່ອນໜ້ານັ້ນ ໃນເດືອນສິງຫາ ປີ 1945 ໄດ້ເກີດຂຶ້ນ “ການປະຕິວັດເດືອນສິງຫາ” ເຊິ່ງປະຊາຊົນຫວຽດນາມໄດ້ລຸກຮືຂຶ້ນຍຶດອຳນາດໃນຫຼາຍທ້ອງຖິ່ນ, ວັນທີ 19 ສິງຫາ 1945 ການລຸກຮືຂຶ້ນທີ່ຮ່າໂນ້ຍ ໄດ້ຮັບໄຊຊະນະ ແລະ ຕາມມາດ້ວຍການຍຶດອຳນາດໃນຫຼາຍແຫ່ງ, ປູພື້ນຖານໄປສູ່ການປະກາດເອ ກະລາດ ໃນວັນທີ 2 ກັນຍາ ປີ 1945. ຫຼັງຈາກປະກາດເອກະລາດ ປະຊາຊົນຫວຽດນາມ ໄດ້ຜ່ານຜ່າໄລຍະແຫ່ງການຕໍ່ສູ້ອັນຍາວນານ ເພື່ອປົກປັກຮັກສາເອກະລາດ ແລະ ເອກະພາບຂອງປະເທດ. ໃນປີ 1954 ການຮົບທີ່ ດ້ຽນບຽນຝູ ໄດ້ສິ້ນສຸດລົງດ້ວຍໄຊຊະນະຂອງຫວຽດນາມ ແລະ ນຳໄປສູ່ການລົງນາມສັນຍາເຈນີວາ ໃນປີດຽວກັນ. ຈາກນັ້ນ ຫວຽດນາມໄດ້ສືບຕໍ່ການຕໍ່ສູ້ເພື່ອການຮວມປະເທດ ຈົນຮອດວັນທີ 30 ເມສາ 1975 ຊຶ່ງເປັນວັນສຳຄັນອີກວັນໜຶ່ງໃນປະ ຫວັດສາດຫວຽດນາມ ເມື່ອສົງຄາມສິ້ນສຸດລົງ ແລະ ປະເທດກ້າວເຂົ້າສູ່ຂະບວນການຮວມປະ ເທດ ແລະ ຟື້ນຟູສ້າງສາປະເທດ, ຕໍ່ມາ ວັນທີ 2 ກໍລະກົດ 1976 ຫວຽດນາມໄດ້ປະກາດຊື່ປະ ເທດເປັນ “ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ” ຢ່າງເປັນທາງການ. ຈາກນັ້ນ ປະເທດຫວຽດນາມໄດ້ສືບຕໍ່ພັດທະນາ ແລະ ດຳເນີນການປະຕິຮູບໃນຫຼາຍດ້ານ, ໂດຍສະເພາະນັບແຕ່ການດຳເນີນ “ນະໂຍບາຍແບບໃໝ່” ໃນປີ 1986 ເປັນຕົ້ນມາ. ບັນດາເຫດການສຳຄັນດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງຈິດໃຈຮັກຊາດ, ຄວາມສາມັກຄີ, ຄວາມເສຍສະຫຼະ ແລະ ຄວາມມຸ່ງໝັ້ນຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ເພື່ອເອກະລາດ, ເອກະພາບ ແລະ ການສ້າງສາປະ ເທດ, ວັນທີ 2 ກັນຍາ ຈຶ່ງມີຄວາມໝາຍເປັນວັນລະນຶກເຖິງຈຸດຫັນອັນສຳຄັນຂອງຊາດ ແລະ ເປັນວັນຊາດຂອງ ສສ ຫວຽດນາມ.

ຈາກນັ້ນທ່ານພັອ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງອັດຕະປື ໄດ້ສືບຕໍ່ຫວນຄືນວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍໄດ້ຫວນຄືນເຖິງມູນເຊື້ອ, ຂະບວນການກໍ່ຕັ້ງ ແລະ ພັດທະນາຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕະຫຼອດໄລຍະ 24 ປີຜ່ານມາ. ພ້ອມທັງຊີ້ໃຫ້ເຫັນເຖິງບົດບາດ, ພາລະໜ້າທີ່ ແລະ ຜົນງານຂອງອົງການນັກຮົບເກົ່າ ໃນການປົກປັກຮັກສາມູນເຊື້ອອັນດີງາມ, ສຶກສາອົບຮົມຄົນຮຸ່ນໃໝ່, ສົ່ງເສີມສາມັກຄີປະຊາຊົນ ແລະ ປະກອບສ່ວນໃນວຽກງານພັດທະນາປະເທດ. ພ້ອມກັນນັ້ນ ຍັງໄດ້ເນັ້ນເຖິງບົດບາດຂອງນັກຮົບເກົ່າ ໃນການສືບທອດມູນເຊື້ອການປະຕິວັດ, ຄວາມຮັກຊາດ, ຄວາມເສຍສະຫຼະ ແລະ ຈິດໃຈຮັບໃຊ້ປະຊາຊົນ ໃຫ້ແກ່ລູກຫຼານ ແລະ ຄົນຮຸ່ນຫຼັງ. ອັນເປັນການຊ່ວຍສ້າງຄວາມຮູ້, ຈິດສຳນຶກ ແລະ ຄວາມຮັບຜິດຊອບໃນການສືບຕໍ່ພາລະກິດສ້າງສາປະເທດຊາດ.

ການຈັດພິທີປາຖະກະຖາໃນຄັ້ງນີ້ ມີຄວາມໝາຍສຳຄັນ ໃນການຊ່ວຍໃຫ້ບັນດາພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ພາກສ່ວນຕ່າງໆ ເຂົ້າໃຈເລິກເຊິ່ງຕື່ມອີກກ່ຽວກັບມູນເຊື້ອອັນດີງາມ, ບົດຮຽນທາງປະຫວັດສາດ ແລະ ຄຸນຄ່າຂອງສາຍພົວພັນລາວ–ຫວຽດນາມ ທີ່ມີມາຍາວນານ. ພ້ອມນີ້ ຍັງເປັນການປຸກລະດົມໃຫ້ບັນດາພາກສ່ວນ ສືບຕໍ່ຮັກສາ ແລະ ສືບທອດມູນເຊື້ອອັນດີງາມ, ເສີມຂະຫຍາຍຄວາມສາມັກຄີ, ຄວາມຮ່ວມມື ແລະ ສາຍພົວພັນມິດຕະພາບອັນໝັ້ນຄົງລະຫວ່າງ ລາວ–ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ທັງນີ້ ເພື່ອສືບຕໍ່ສ້າງຈິດສຳນຶກ, ຄວາມສາມັກຄີ ແລະ ຄວາມມຸ່ງໝັ້ນໃຫ້ແກ່ພະນັກງານ, ນັກຮົບເກົ່າ ແລະ ຄົນຮຸ່ນໃໝ່ ໃນການສືບຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມສະຫງົບ, ກ້າວໜ້າ ແລະ ຍືນຍົງ.

ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa