
ວັນທີ 15 ກັນຍາ 2026, ທີ່ຫ້ອງຮັບແຂກອົງການປົກຄອງແຂວງ, ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື ໄດ້ໃຫ້ການຕ້ອນຮັບ ທ່ານ ຈັນທະບູນ ສຸກອາລຸນ ປະທານກໍາມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ ພ້ອມຄະນະ ໃນໂອກາດທີ່ເດີນທາງມາເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ແຂວງອັດຕະປື.
ໂອກາດນີ້, ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາ ຄາສູງຕໍ່ການມາເຄື່ອນໄຫວວຽກງານຂອງຄະນະກໍາມາທິການໃນຄັ້ງນີ້; ພ້ອມທັງໄດ້ລາຍງານສະ ພາບລວມ, ຈຸດພິເສດ ແລະ ທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງອັດຕະປື, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການເກັບລາຍຮັບເຂົ້າງົບປະມານ. ນອກຈາກນີ້, ທ່ານຍັງໄດ້ຍົກໃຫ້ເຫັນທ່າແຮງທີ່ສໍາຄັນຂອງແຂວງ ເປັນຕົ້ນແມ່ນດ້ານກະສິກໍາ, ການທ່ອງທ່ຽວ, ພະລັງງານໄຟຟ້ານໍ້າຕົກ ແລະ ແຮ່ທາດ, ພ້ອມທັງສະເໜີບາງຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ຄະນະກໍາມາທິການສະພາແຫ່ງຊາດ ໄດ້ຊ່ວຍຊຸກຍູ້ ແລະ ພິຈາລະນາ.

ຈາກນັ້ນ, ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວຈຸດປະສົງໃນການເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຢູ່ແຂວງອັດຕະປື, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາມະຕິຂອງສະພາແຫ່ງຊາດ, ການແກ້ໄຂບັນຫາຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ແລະ ການຊຸກຍູ້ການລົງທຶນຂອງພາກລັດ ແລະ ເອກະຊົນ. ພ້ອມນີ້, ທ່ານຍັງໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງອັດຕະປື ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນໍາ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອເປັນທິດທາງໃນການປັບປຸງ ແລະ ຈັດຕັ້ງປະຕິບັດວຽກ ງານເສດຖະກິດ-ການເງິນຂອງແຂວງ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ຂ່າວ: ວິນັດ