
ວັນທີ 14 ກັນຍາ 2026 ນີ້ ສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງສະໜາມໄຊ ໄດ້ລົງພົບປະໂອ້ລົມ ກັບພໍ່ແມ່ປະຊາຊົນ ບ້ານສະໝອງໃໝ່ປີນດົງ ກ່ອນການຈັດຕັ້ງປະຕິບັດການເບີກຈ່າຍເງີນຊົດເຊີຍລາຍການທີ 6 ເຊິ່ງເປັນລາຍການສຸດ ທ້າຍ ໃຫ້ແກ່ຜູ້ປະ ສົບໄພພິບັດຢູ່ເມືອງສະໜາມໄຊ.

ໃນພິທີ ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ ແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຊົດເຊີຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກເຫດການສັນເຂື່ອນໄຟຟ້າ D ເຊປຽນ-ເຊນ້ຳນ້ອຍ ແຕກໃນຄັ້ງວັນທີ 23 ກໍລະກົດ ປີ 2018, ເຊິ່ງເປັນເຫດການທີ່ຮ້າຍແຮງທີ່ສຸດ, ຊຶ່ງພັກ ແລະ ລັດຖະ ບານ ໄດ້ຈັດເຫດການໃນຄັ້ງນັ້ນເປັນເຫດການລະດັບຊາດ ຊຶ່ງບໍ່ເຄີຍມີມາກ່ອນ, ມາຮອດປະຈຸບັນ ກໍ່ເປັນໄລຍະ 8 ປີ ພໍດີ. ໃນຕະຫຼອດໄລຍະ 8 ປີຜ່ານມານັ້ນ ສູນກາງພັກ-ລັດຖະບານ, ອົງການປົກຄອງທ້ອງຖີ່ນຂອງແຂວງ ແລະ ເມືອງ ແມ່ນມີຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ, ສະນັ້ນ ຈຶ່ງໄດ້ມີການສົບທົບຮ່ວມກັບບໍລິສັດພັດທະນາໂຄງການ (SK & PNPC) ໄດ້ມີຄວາມພະ ຍາຍາມຢ່າງສຸດຂີດ ເພື່ອຊ່ວຍເຫຼືອເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄຟ ເຊັ່ນ: ການຊົດເຊີຍປະເພດພາຫະນະ, ເຄື່ອງຮັບໃຊ້ຄົວເຮືອນ, ວິສາຫະກິດຄົວເຮືອນ, ສັດລ້ຽງ, ສະບຽງອາ ຫານ, ເຄື່ອງຮັບໃຊ້ວຽກງານກະສິກຳ, ນອກນັ້ນຍັງມີອີກຫຼາຍລາຍການຊົດເຊີຍ ເຊັ່ນ: ວຽກສັງຄົມສົງເຄາະ, ວຽກຟື້ນຟູທີ່ຢູ່ອາໃສ ແລະ ວຽກຟື້ນຟູດ້ານພື້ນຖານໂຄງລ່າງ ແລະ ການຈັດສັນເນື້ອທີ່ການຜະລິດ ( 5 ລາຍການໃຫຍ່ ) ແລະ ມາຮອດປະຈຸບັນແມ່ນຈະໄດ້ເບີກຈ່າຍເງີນຊົດເຊີຍ ເຊິ່ງເປັນລາຍ ການທີ 6 ແລະ ເປັນລາຍການສຸດທ້າຍ ໃຫ້ປະຊາຊົນໃນ 6 ບ້ານ 1 ຄຸ້ມ ທີ່ໄດ້ຮັບຜົນກະທົບໜັກ.

ໂອກາດດັ່ງກ່າວ ສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື ໄດ້ມີຄຳເຫັນວ່າ: ໃນນາມຕາງໜ້າໃຫ້ແກ່ ຄະນະພັກ ແລະ ອຳນາດການປົກຄອງແຂວງອັດຕະປື, ພ້ອມດ້ວຍ ຄະນະຮັບຜິດຊອບຂັ້ນແຂວງ ຕາມມະຕິຕົກລົງສະບັບເລກທີ 2060/ຄປພຂ, ລົງວັນທີ 11 ກັນຍາ 2026 ມີຄວາມຮູ້ສຶກພາກພູມໃຈ ແລະ ຕື້ນຕັນໃຈຢ່າງຍິ່ງ ທີ່ໄດ້ລົງມາພົບປະໂອ້ລົມ ແລະ ຢ້ຽມຢາມຖາມຂ່າວປະຊາຊົນ, ພໍ່ແມ່ປະຊາຊົນ ແລະ ພີ່ນ້ອງຮັກແພງທຸກທ່ານ, ພວກເຮົາຍັງຈື່ຈຳໄດ້ດີເຖິງເຫດການອັນໜັກໜ່ວງໃນ ປີ 2018. ອຸບັດຕິເຫດຄູກັນນ້ຳ D ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ເຊປຽນ-ເຊນ້ຳນ້ອຍ ແຕກພັງໃນຄັ້ງນັ້ນ, ມັນແມ່ນໄພພິບັດຄັ້ງໃຫຍ່ທີ່ບໍ່ມີໃຜຄາດຄິດ ແລະ ບໍ່ມີໃຜຢາກໃຫ້ເກີດຂຶ້ນ. ມັນໄດ້ສ້າງຄວາມສູນເສຍ ແລະ ຄວາມເຈັບປວດຢ່າງແສນສາຫັດໃຫ້ແກ່ຊີວິດ, ຊັບສິນ, ເຮືອນຊານ, ທີ່ດິນທຳມາຫາກິນ ແລະ ສັດລ້ຽງຂອງພໍ່ແມ່ປະຊາຊົນໃນ 6 ບ້ານ ແລະ 1 ຄຸ້ມ ຂອງພວກເຮົາຢ່າງໜັກໜ່ວງທີ່ສຸດ, ຄວາມທຸກຍາກລຳບາກໃນຄ່ຳຄືນນັ້ນ ແລະ ຄວາມເປັນຫ່ວງເປັນໃຍໃນອະນາຄົດ ໄດ້ກາຍເປັນບາດແຜທາງໃຈຂອງພວກເຮົາທຸກຄົນ, ຄວາມເອົາໃຈໃສ່ ແລະ ຄວາມພະຍາຍາມໃນການແກ້ໄຂບັນຫາແຕ່ລະໄລຍະຂອງພາກ-ລັດ ແຕ່ໃນທ່າມກາງຄວາມທຸກຍາກ ແລະ ວິກິດການດັ່ງກ່າວ, ຂ້າພະເຈົ້າຢາກໃຫ້ພໍ່ແມ່ປະຊາ ຊົນທຸກທ່ານເຊື່ອໝັ້ນວ່າ “ພັກ ແລະ ລັດຖະບານ, ຄະນະພັກ ແລະ ອຳນາດການປົກຄອງແຂວງອັດຕະປື ບໍ່ເຄີຍປະລະ ຫຼື ປະປ່ອຍພໍ່ແມ່ປະຊາຊົນຈັກວິນາທີດຽວ”. ນັບຕັ້ງແຕ່ມື້ເກີດເຫດເບື້ອງຕົ້ນຈົນເຖິງປັດຈຸບັນ, ພາກລັດໄດ້ທຸ້ມເທທຸກກຳລັງແຮງ ແລະ ສະຕິປັນຍາເຂົ້າໃນການແກ້ໄຂບັນຫາໃນແຕ່ລະໄລຍະຢ່າງເປັນຂັ້ນຕອນ. ພໍ່ແມ່ປະຊາຊົນທີ່ຮັກແພງທຸກທ່ານ, ໃນມື້ນີ້, ພວກເຮົາມີຄວາມຍິນ ດີເປັນຢ່າງຍິ່ງທີ່ຈະແຈ້ງໃຫ້ຊາບວ່າພາກລັດ ແລະ ບໍລິສັດ PNPC ໄດ້ບັນລຸຂໍ້ຕົກລົງຮ່ວມກັນຢ່າງສົມບູນໃນການຊຳລະເງິນຊົດເຊີຍລາຍການທີ 6 ເຊິ່ງເປັນລາຍການສຸດທ້າຍ ຈະຖືກນຳໄປເບີກຈ່າຍໂດຍກົງໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບໜັກ ທັງໝົດ 968 ຄົວເຮືອນ ໃນ 6 ບ້ານ ແລະ 1 ຄຸ້ມ ຢ່າງທົ່ວເຖິງ. ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ແກ່ ຄະນະພັກ ແລະ ອຳນາດການປົກຄອງແຂວງອັດຕະປື, ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຢ່າງສຸດຊຶ້ງ ມາຍັງພໍ່ແມ່ປະຊາຊົນທຸກໆທ່ານ ທີ່ໄດ້ມີຄວາມອົດທົນ, ເສຍສະຫຼະ, ໃຫ້ຄວາມຮ່ວມມື ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ລັດຖະບານ ຕະຫຼອດໄລຍະເວລາແຫ່ງຄວາມຍາກລຳບາກຜ່ານມາ, ຄວາມສາມັກຄີຂອງພວກເຮົາໃນມື້ນີ້ ຈະເປັນແຮງຜັກດັນໃຫ້ເມືອງສະໜາມໄຊ ຂອງພວກເຮົານັບມື້ເຕີບໃຫຍ່ຂະ ຫຍາຍຕົວ ແລະ ຮຸ່ງເຮືອງສີວິໄລຂຶ້ນເລື້ອຍໆ.

ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ