ອັດຕະປື-ນະຄອນດາໜັງ ຊຸກຍູ້ການຮ່ວມມືດ້ານການຕ່າງປະເທດ.

ວັນທີ 10 ກັນຍາ 2026, ຄະນະນຳພະແນກການຕ່າງປະເທດແຂວງອັດຕະປື ແຫ່ງ ສປປ ລາວນຳໂດຍ ທ່ານ ປອ. ຄຳພັນ ແກ້ວມະນີ ກໍາມະການພັກແຂວງ, ຫົວໜ້າພະແນກການຕ່າງປະເທດແຂວງ ພ້ອມຄະນະ ໄດ້ພົບປະ, ແລກປ່ຽນບົດຮຽນ ແລະ ປຶກສາຫາລືແນວທາງຮ່ວມມື ກັບພະ ແນກການຕ່າງປະເທດ ນະຄອນດາໜັງ ສສ ຫວຽດນາມ, ໂດຍມີ ສະຫາຍ ຫງວຽນ ຊັວນ ບິ່ງ ຫົວໜ້າພະແນກການຕ່າງປະເທດນະຄອນດານັງ ພ້ອມຄະນະ ໃຫ້ການຕ້ອນຮັບ.
ການພົບປະຄັ້ງນີ້ ມຸ່ງເນັ້ນການເສີມສ້າງກົນໄກປະສານງານ ແລະ ຍົກສູງປະສິດທິຜົນການຮ່ວມ ມືດ້ານການຕ່າງປະເທດ ໂດຍສອງຝ່າຍໄດ້ແລກປ່ຽນຂໍ້ມູນ, ບົດຮຽນ ແລະ ປະສົບການດ້ານການຈັດຕັ້ງວຽກງານການຕ່າງປະເທດ, ການປະສານງານກັບບັນດາພາກສ່ວນ, ການເປັນເສນາ ທິການໃຫ້ແກ່ການນຳຂັ້ນແຂວງ-ນະຄອນ ຕະຫຼອດເຖິງການຂະຫຍາຍການພົວພັນ ແລະ ດຳ ເນີນການຮ່ວມມືກັບຄູ່ຮ່ວມມືຕ່າງປະເທດ. ສອງຝ່າຍໄດ້ເນັ້ນວ່າ: ການຮ່ວມມືຄວນຫັນຈາກການແລກປ່ຽນທົ່ວໄປ ໄປສູ່ການຮ່ວມມືທີ່ມີເນື້ອໃນ ແລະ ຜົນສຳເລັດເປັນຮູບປະທຳ, ໂດຍເອົາໃຈໃສ່ຜັນຂະຫຍາຍບັນດາເນື້ອໃນຕາມບົດບັນທຶກທີ່ຜູ້ນຳສອງຝ່າຍໄດ້ລົງນາມໄວ້ ໃຫ້ເກີດຜົນຢ່າງແທ້ຈິງ. ຝ່າຍແຂວງອັດຕະປື ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ປະສານງານຢ່າງໃກ້ຊິດ, ເພີ່ມທະວີການແລກ ປ່ຽນຄະນະຜູ້ແທນ, ການຢ້ຽມຢາມ, ການພົບປະ ແລະ ການເຂົ້າຮ່ວມງານສຳຄັນຂອງແຕ່ລະຝ່າຍ. ພ້ອມທັງເສີມສ້າງການຮ່ວມມືລະຫວ່າງຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ເພື່ອສ້າງຊ່ອງທາງໃໝ່ໃນການຮ່ວມມື. ພິເສດ, ສອງຝ່າຍເຫັນດີສືບຕໍ່ຮ່ວມກັນໂຄສະນາເຜີຍແຜ່ທ່າແຮງ, ຈຸດແຂງ ແລະ ໂອກາດການລົງທຶນຂອງແຕ່ລະຝ່າຍ ເພື່ອດຶງດູດນັກລົງທຶນ, ຂະຫຍາຍການຄ້າ-ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ສ້າງໂອກາດໃໝ່ໃນການຮ່ວມມືດ້ານເສດຖະ ກິດ-ສັງຄົມ. ນອກຈາກນັ້ນ, ສອງຝ່າຍຍັງເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະ ສົບການ ແລະ ບົດຮຽນ ໃນບັນດາຂົງເຂດທີ່ຕ່າງຝ່າຍມີຈຸດແຂງ, ພ້ອມທັງພິຈາລະນາຈັດກິດຈະ ກຳ, ສຳມະນາ ແລະ ກອງປະຊຸມຮ່ວມກັນ ຕາມຄວາມເໝາະສົມ ເພື່ອຍົກສູງທັກສະ, ຄວາມຮູ້ ແລະ ຄວາມສາມາດໃນການດຳເນີນວຽກງານຮ່ວມກັນ.
ແຂວງອັດຕະປື ຍັງໄດ້ສະເໜີໃຫ້ສອງຝ່າຍມີການພົບປະ ປະເມີນ ແລະ ຕີລາຄາຜົນການຜັນຂະ ຫຍາຍບົດບັນທຶກຊ່ວຍຈຳ ແລະ ຜົນການຮ່ວມມືໃນແຕ່ລະໄລຍະ ໂດຍສາມາດຈັດການພົບປະປະເມີນຮ່ວມກັນ 2 ປີ/ຄັ້ງ ຕາມຄວາມເໝາະສົມ. ການປະເມີນດັ່ງກ່າວຈະເປັນກົນໄກສຳຄັນໃນການກຳນົດທິດທາງ, ກວດຄືນຜົນສຳເລັດ, ແກ້ໄຂຂໍ້ຈຳກັດ ແລະ ກຳນົດແຜນຮ່ວມມືໃນໄລຍະຕໍ່ໄປ.
ການພົບປະໃນຄັ້ງນີ້ ຖືເປັນກ້າວສຳຄັນໃນການສືບຕໍ່ສ້າງ ແລະ ພັດທະນາກົນໄກການປະສານງານລະຫວ່າງ ແຂວງອັດຕະປື ແລະ ນະຄອນດາໜັງ ໃຫ້ມີຄວາມໃກ້ຊິດ, ຄ່ອງຕົວ ແລະ ເປັນຮູບປະທຳຫຼາຍຂຶ້ນ, ສ້າງພື້ນຖານໃຫ້ການຮ່ວມມືສາມາດຂະຫຍາຍໄປສູ່ຂົງເຂດໃໝ່ໆ ແລະ ເກີດຜົນປະໂຫຍດຮ່ວມກັນຢ່າງຍືນຍົງ. ພ້ອມກັນນັ້ນ, ຍັງເປັນການສືບຕໍ່ສ້າງຄວາມແໜ້ນແຟ້ນໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ໝັ້ນຄົງ, ເລິກເຊິ່ງ, ຍາວນານ ແລະ ກ້າວໜ້າສູ່ລະດັບໃໝ່.
ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa