
ວັນທີ 15 ກັນຍາ 2026 ນີ້, ທ່ານ ຈັນທະບູນ ສຸກອາລຸນ ປະທານກໍາມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຢູ່ສະພາປະຊາຊົນແຂວງອັດຕະປື. ເຂົ້າຮ່ວມມີບັນດາທ່ານຮອງປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ, ຄະນະກໍາມະການ, ຄະນະຫ້ອງວ່າການສະພາປະຊາຊົນແຂວງ, ພະແນກການ ແລະ ວິຊາການທີ່ກ່ຽວຂ້ອງໃນຂົງເຂດເສດຖະກິດ-ການເງິນ.

ໃນກອງປະຊຸມ, ໄດ້ຮັບຟັງການລາຍງານ ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເຊິ່ງໄດ້ສຸມໃສ່ຫຼາຍວຽກງານສໍາຄັນເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະ ມານແຫ່ງລັດຂອງແຂວງ, ການຈັດເກັບລາຍຮັບດ້ວຍເຄື່ອງມືທັນສະໄໝ, ການຫັນການຈັດເກັບອາກອນແບບມອບເໝົາເຂົ້າສູ່ລະບົບທັນສະໄໝ ເພື່ອຂະຫຍາຍຖານລາຍຮັບ ແລະ ຫຼຸດຜ່ອນການຮົ່ວໄຫຼ, ການແກ້ໄຂຜົນການກວດສອບ-ກວດກາ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະ ການຊໍາລະໜີ້ສິນທີ່ຍັງຄ້າງ, ລວມທັງການກະກຽມແຜນພັດທະນາເສດຖະກິດ-ສັງຄົມ ປີ 2027 ໂດຍອີງໃສ່ທ່າແຮງຕົວຈິງຂອງທ້ອງຖິ່ນ. ການຂຶ້ນທະບຽນອອກໃບຕາດິນ, ການຄຸ້ມຄອງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ໃນໂຄງການພະລັງງານໄຟຟ້າ, ຂຸດຄົ້ນແຮ່ທາດ ແລະ ກະສິກຳ, ການປະເມີນ ແລະ ແກ້ໄຂໂຄງການສຳປະທານທີ່ດິນທີ່ບໍ່ພັດທະນາ ຫຼື ທັບຊ້ອນ, ການຊຸກຍູ້ການຜະລິດສະບຽງອາຫານ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການສະໜອງປັດໄຈການຜະລິດພາຍໃນ, ແລະ ໂຄງການຊຸກຍູ້ການຜະລິດຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ການຈັດຕັ້ງປະຕິບັດສັນຍາສາກົນກ່ຽວກັບການຂົນສົ່ງສິນຄ້າຜ່ານແດນ, ຂັ້ນຕອນ ແລະ ໃບອະນຸຍາດຂົນສົ່ງສິນຄ້າ, ຄວາມສາມາດໃນການຮອງຮັບສິນຄ້າຂອງດ່ານສາກົນ ແລະ ທ່າບົກ, ການເກັບຄ່າຜ່ານທາງ, ການນໍາໃຊ້ລະບົບ ASYCUDA, ລະບົບແຈ້ງພາສີປະຕູດຽວ (LNSW) ແລະ ລະບົບຕິດຕາມກວດກາການຂົນສົ່ງ (GPS/E-Lock), ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ເວລາໃນການບໍລິການ. ການກວດກາສິນຄ້າຂາເຂົ້າ-ຂາອອກ, ການຊຸກຍູ້ໃຫ້ຮ້ານຄ້າຂະໜາດໃຫຍ່ເອົາຜະລິດຕະພັນລາວເຂົ້າຈໍາໜ່າຍ, ຄວາມຄືບໜ້າໃນການກວດກາໂຄງການຂຸດຄົ້ນແຮ່ທາດລະດັບ C ແລະ C+ ໃຫ້ສໍາເລັດໃນປີ 2026, ການກະກຽມຄວາມພ້ອມຮອງຮັບການຢຸດຕິການສົ່ງອອກແຮ່ດິບພາຍໃນປີ 2028 ແລະ ການປັບປຸງອັດຕາພັນທະຈາກໂຄງການໄຟຟ້າສົ່ງອອກ.

ໂອກາດດັ່ງກ່າວ, ທ່ານ ຈັນທະບູນ ສຸກອາລຸນ ໄດ້ເນັ້ນໜັກໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຂອດການປະສານງານລະຫວ່າງທ້ອງຖິ່ນ ແລະ ສູນກາງ ໃຫ້ມີຄວາມກົມກຽວ, ວ່ອງໄວ ແລະ ຕໍ່ເນື່ອງ, ເພີ່ມທະວີການຕິດຕາມກວດກາ, ເກັບກໍາຂໍ້ມູນ ແລະ ຊຸກຍູ້ຕາມຂອບເຂດສິດ-ໜ້າທີ່ຂອງສະພາປະຊາຊົນແຂວງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ບັນລຸຕາມຄາດໝາຍທີ່ສະພາໄດ້ຮັບຮອງ. ສືບຕໍ່ໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ດ້ວຍຄວາມຮັບຮອງສູງ, ເຄັ່ງຮ້ອນຫັນການເກັບລາຍຮັບເຂົ້າສູ່ລະບົບທັນສະໄໝຢ່າງທົ່ວເຖິງ ເພື່ອຂະຫຍາຍຖານລາຍຮັບ ແລະ ອັດການຮົ່ວໄຫຼ, ພ້ອມທັງເອົາໃຈໃສ່ແກ້ໄຂຜົນການກວດສອບ-ກວດກາ ແລະ ຄຸ້ມຄອງການຊໍາລະໜີ້ສິນໂຄງການລົງທຶນຂອງລັດ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ຊຸກຍູ້ການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ນໍາໃຊ້ລະບົບທັນສະໄໝຢູ່ດ່ານຊາຍແດນ ເພື່ອຫຼຸດຜ່ອນຂັ້ນຕອນ, ເຮັດໃຫ້ການຂົນສົ່ງ-ການບໍລິການ ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້, ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ບັນລຸຕາມແຜນການທີ່ວາງໄວ້.
ໃນການເຄື່ອນໄຫວຄັ້ງນີ້, ປະທານກໍາມາທິການເສດຖະກິດ ແລະ ການເງິນ ຍັງໄດ້ມອບຄອມພິວເຕີຕັ້ງໂຕະ ແລະ ປີ່ນເຕີ ຈໍານວນ 1 ຊຸດ ມູນຄ່າຫຼາຍກວ່າ 10 ລ້ານກີບໃຫ້ແກ່ສະພາປະຊາຊົນແຂວງ.
ຂ່າວ: ວິນັດ