ເລຂາພັກແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດານັງ

ວັນທີ 17 ກັນຍາ 2026, ສະຫາຍ ບຸນເຖິງ ດວງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ, ປະ ທານສະພາປະຊາຊົນແຂວງອັດຕະປື ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດານັງ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ດຶກ ຢຸ໊ງ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນດານັງ ພ້ອມຄະນະ. ການຕ້ອນຮັບຈັດຂຶ້ນຢູ່ຫ້ອງຮັບແຂກ ຫ້ອງວ່າການແຂວງ, ໂດຍມີການນຳຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ບຸນເຖິງ ດວງສະຫວັນ ໄດ້ລາຍງານສະພາບລວມກ່ຽວກັບການນຳພາ-ຊີ້ ນຳຂອງຄະນະພັກ ແລະ ອົງການປົກຄອງແຂວງ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງ ຊາດປະ ຈຳເຂດເລືອກຕັ້ງທີ 17 ແລະ ສະພາປະຊາຊົນແຂວງ ໃນໄລຍະຜ່ານມາ. ພ້ອມນີ້, ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຫວຽດນາມ ທີ່ຜ່ານມາໄດ້ໃຫ້ການຊ່ວຍເຫຼືອແກ່ແຂວງອັດຕະປື ໃນຫຼາຍດ້ານ ໂດຍສະເພາະ ດ້ານການສຶກສາ, ການພັດທະນາບຸກຄະລາກອນ ແລະ ການສະ ໜອງງົບປະມານປັບປຸງວຽກງານສື່ມວນຊົນ. ນອກຈາກນັ້ນ, ຍັງໄດ້ລາຍງານເຖິງສະພາບລວມຂອງແຂວງ, ການເຕີບໂຕດ້ານເສດຖະກິດ, ການລົງທຶນຂອງວິສາຫະກິດຫວຽດນາມໃນພື້ນທີ່ ລວມທັງພາລະບົດບາດ ແລະ ໂຄງຮ່າງການຈັດຕັ້ງຂອງສະພາປະຊາຊົນແຂວງ ຊຸດທີ V.

ສະຫາຍ ບຸນເຖິງ ດວງສະຫວັນ ເນັ້ນໜັກວ່າ: ການພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງສອງຝ່າຍ ຈະເປັນສ່ວນສຳຄັນໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ແລະ ລະຫວ່າງແຂວງອັດຕະປື-ນະຄອນດານັງ ເວົ້າສະເພາະ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງຕໍ່ໄປ.

ຈາກນັ້ນ, ສະຫາຍ ຫງວຽນ ດຶກ ຢຸ໊ງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດທີ່ ແຂວງອັດຕະ ປື ຍາດມາໄດ້ໃນໄລຍະຜ່ານມາ ແລະ ຕີລາຄາສູງຕໍ່ຜົນການຮ່ວມມືລະຫວ່າງສອງຝ່າຍ ທີ່ນັບມື້ພັດ ທະນາໃນຫຼາຍຂົງເຂດ. ສະຫາຍ ເນັ້ນວ່າ: ການມາຢ້ຽມຢາມແຂວງອັດຕະປື ໃນຄັ້ງນີ້ ເປັນໂອກາດສຳຄັນໃນການສືບຕໍ່ເສີມສ້າງ ແລະ ເພີ່ມພູນສາຍພົວພັນມິດຕະພາບ, ຄວາມສາມັກ ຄີພິເສດ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ສອງປະເທດ ລາວ -ຫວຽດນາມ ກໍຄື ລະຫວ່າງນະຄອນດານັງ ແລະ ແຂວງອັດຕະປື ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ການພົບປະຄັ້ງນີ້ ເປັນອີກກ້າວສຳຄັນໃນການເສີມສ້າງການພົວພັນຮ່ວມມື ຜ່ານການປຶກສາຫາ ລື, ແລກປ່ຽນຄຳເຫັນ ແລະ ແລກປ່ຽນບົດຮຽນຮ່ວມກັນ ດ້ວຍບັນຍາກາດໄມຕີຈິດ ແລະ ສາມັກ ຄີ ເພື່ອໃຫ້ການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຫຼາຍຂຶ້ນ.

ໃນໂອກາດດຽວກັນນີ້, ການນຳນະຄອນດານັງ ໄດ້ມອບທຶນຈຳນວນ 500 ລ້ານດົງ ໃຫ້ແກ່ແຂວງອັດຕະປື ເພື່ອຮ່ວມຊ່ວຍເຫຼືອປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມໃນລະດູຝົນ.

ຂ່າວ: ວິນັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa