ອັດຕະປື ປະກາດແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງແຂວງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງແຂວງ ອັດຕະປື ໄດ້ຈັດຂຶ້ນໃນວັນທີ 17 ກັນຍາ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ເຂົ້າຮ່ວມມີ ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂັ້ນແຂວງ, ຄະນະພັກ, ຄະນະນຳ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 249/ຄປພຂ, ລົງວັນທີ 7 ກັນຍາ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານ. ໂດຍໄດ້ຕົກລົງແຕ່ງຕັ້ງ:
1) ສະຫາຍ ແກ້ວວັນນາ ສີຫາວົງ ຈາກຕຳແໜ່ງຫົວໜ້າຂະແໜງພັກ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ.
2) ສະຫາຍ ລິດໄຊຍະ ແກ້ວບົວພາດ ຈາກຕຳແໜ່ງຫົວໜ້າຂະແໜງບໍລິຫານ-ສັງລວມ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ.

ໃນໂອກາດນີ້ ສະຫາຍ ນາງ ມີນາພອນ ໄຊສົມພູ ໄດ້ໂອ້ລົມ ແລະ ເນັ້ນໜັກຕໍ່ຮອງຫົວໜ້າຄະນະຈັດຕັ້ງແຂວງຜູ້ໃໝ່ ໃຫ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ, ກຳແໜ້ນສະພາບແນວຄິດຂອງພະນັກງານ-ລັດຖະກອນ, ພ້ອມທັງຍົກສູງຂີດຄວາມສາມາດໃນການເປັນເສນາ ທິການດ້ານການຈັດຕັ້ງ ໃຫ້ວ່ອງໄວ ແລະ ຖືກຕ້ອງ, ພ້ອມນີ້ ໃຫ້ກຳແໜ້ນແນວທາງ, ມະຕິ, ຄຳ ສັ່ງ ແລະ ລະບຽບຂອງພັກ ກໍຄືກົດໝາຍຂອງລັດ, ເອົາໃຈໃສ່ວຽກງານສ້າງ, ຄຸ້ມຄອງ ແລະ ປະ ເມີນພະນັກງານຢ່າງພາວະວິໄສ, ຍຸຕິທຳ ແລະ ໂປ່ງໃສ ເພື່ອຄັດເລືອກພະນັກງານທີ່ມີທັງຄຸນ ສົມ ບັດ ແລະ ຄວາມສາມາດ ເຂົ້າຮັບໜ້າທີ່, ພ້ອມທັງໃຫ້ຕິດຕາມກວດກາການປະຕິບັດໜ້າ ທີ່ ແລະ ການດຳລົງຊີວິດຂອງພະນັກງານນຳພາ-ຄຸ້ມຄອງ, ສົ່ງເສີມຄວາມຊື່ສັດ, ບໍລິສຸດ, ຈັນຍາບັນ ແລະ ວິໄນ, ປ້ອງກັນການສວຍໃຊ້ຕຳແໜ່ງໜ້າທີ່ເພື່ອຜົນປະໂຫຍດສ່ວນຕົວ, ຮັກສາຫຼັກການລວມສູນປະຊາທິປະໄຕ ແລະ ຄວາມສາມັກຄີພາຍໃນ.

ສະຫາຍ ນາງ ມີນາພອນ ໄຊສົມພູ ຍັງໄດ້ເນັ້ນໜັກໃຫ້ຮອງຫົວໜ້າຄະນະຈັດຕັ້ງແຂວງ ຜູ້ໃໝ່ ປະ ສານສົມທົບຢ່າງໃກ້ຊິດກັບຫົວໜ້າຄະນະ ແລະ ໝູ່ຄະນະ, ປະຕິບັດຫຼັກການເຮັດວຽກເປັນໝູ່ ຄະນະ, ບຸກຄົນຮັບຜິດຊອບ ແລະ ຮ່ວມກັນປະຕິບັດໜ້າທີ່ການເມືອງ ທີ່ພັກ ແລະ ລັດມອບ ໝາຍ ໃຫ້ບັນລຸຜົນ.

ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa