ພິທີປະກາດສ້າງຕັ້ງ ຕາແສງວັງຕັດ ເປັນຕາແສງສຸດທ້າຍຂອງເມືອງຊານໄຊ, ແຂວງອັດຕະປື ໄດ້ຈັດຂື້ນໃນວັນທີ 2 ມິຖຸນາ 2026 ນີ້ ທີ່ຕາແສງດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະນຳຂັ້ນແຂວງ, ຂັ້ນເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ຄຳສຸກ ບຸນປະເສີດ ຮອງປະທານຄະນະກຳມະການປົກຄອງ ເມືອງຊານໄຊ ໄດ້ລາຍ ງານໃຫ້ຮູ້ວ່າ: ຕາແສງວັງຕັດ ແມ່ນຕາແສງໜື່ງ ຂື້ນກັບເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດຍຸດທະສາດຊາຍແດນ ລາວ-ຫວຽດນາມ ທີ່ມີຄວາມສຳຄັນລະດັບຊາດ, ພື້ນທີ່ແຫ່ງນີ້ມີພູມສັນຖານເປັນພູດອຍສູງຊັນ ແລະ ສະຫຼັບຊັບຊ້ອນກວມເອົາ 95%, ມີເນື້ອທີ່ປົກຫຸ້ມຂອງປ່າໄມ້ເຖິງ 70.9% ຂອງເນື້ອທີ່ທັງໝົດ (ໃນນັ້ນ 65% ແມ່ນປ່າແປກ), ມີສະພາບອາກາດໜາວເຢັນ ພ້ອມທັງມີສາຍນ້ຳເຊກະໝານ ແລະ ເຊຊຸ ຫຼໍ່ລ້ຽງການດຳລົງຊີວິດ, ເປັນເຂດທີ່ມີທ່າແຮງບົ່ມຊ້ອນທາງດ້ານຊັບພະ ຍາກອນທຳມະຊາດ ແລະ ແຮ່ທາດຕ່າງໆ, ດິນແດນແຫ່ງນີ້ ແມ່ນຖິ່ນຖານພູມລຳເນົາອະລິຍະທຳອັນເກົ່າແກ່ຂອງປະຊາຊົນຊົນເຜົ່າແຢະ, ມີມູນເຊື້ອວັດທະນະທຳດັ້ງເດີມໄວ້ໄດ້ຢ່າງໜຽວແໜ້ນ ເຊັ່ນ: ບຸນຄູນຂວັນເຂົ້າໃໝ່, ການຕີຄ້ອງລາ, ການຂັບລຳທ້ອງຖິ່ນ ແລະ ພາສາປາກເວົ້າທີ່ເປັນເອກະລັກ, ນອກຈາກນັ້ນ ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ປະ ຫວັດສາດ ທີ່ໂດດເດັ່ນຄື: ໜອງຟ້າ ແລະ ທົ່ງໄກ່ໂອກ, ຍ້ອນແນວທາງປ່ຽນແປງໃໝ່, ພັກ-ລັດໄດ້ມີການປັບປຸງກົງຈັກການປົກຄອງໃນໄລຍະ 75 ປີ ຜ່ານມາ (1947-2022), ເຊິ່ງຜ່ານມາໃນອະ ດີດ ມີ 9 ບ້ານ, ແຕ່ປັດຈຸບັນໄດ້ເຕົ້າໂຮມກັນເປັນ 6 ບ້ານ ຄື: ບ້ານວັງຕັດໃຫຍ່, ບ້ານວັງຕັດນ້ອຍ, ບ້ານທົ່ງໄກ່ໂອກ, ບ້ານຢຽງດາກ, ບ້ານດາກບອກ ແລະ ບ້ານໜອງຟ້າໃໝ່, ມີພົນລະເມືອງທັງໝົດ 3,419 ຄົນ, ຍິງ 1,728 ຄົນ, ຜ່ານການນຳ ພາ-ຊີ້ນຳ ສາມາດສ້າງເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ 4 ໜ່ວຍ, ວຽກງານອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານ ແລະ ສະຫະພັນນັກຮົບເກົ່າ ໄດ້ຮັບການພັດທະນາ ແລະ ປະເມີນເປັນໜ່ວຍດີເດັ່ນ 100%, ຈາກຜົນງານດັ່ງກ່າວ ສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນຕາແສງ ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ມີເສັ້ນທາງປູຢາງລວງຍາວທັງໝົດ 100 ກິໂລແມັດ, ສາມາດສັນຈອນໄດ້ສະດວກ 2 ລະດູ, ມີລະບົບໂທລະຄົມມະນາຄົມກວມເອົາທຸກບ້ານ, ມີອາຄານຮຽນແບບຖາ ວອນ ແລະ ມີການດຶງດູດໂຄງການລົງທຶນຈາກພາກເອກະຊົນ ເປັນຕົ້ນແມ່ນ ບໍລິສັດຂຸດຄົ້ນແຮ່ຄຳ (ບໍ່ຄຳວັງຕັດ) ເຊິ່ງເປັນຖານລາຍຮັບທີ່ສຳຄັນ, ມີເນື້ອທີ່ການຜະລິດ 743 ເຮັກຕາ, ອາຊີບຕົ້ນຕໍເຮັດໄຮ່ ແລະອາຊີບສຳຮອງຄື: ລ້ຽງສັດ, ຮ່ອນຄຳ ແລະ ຄ້າຂາຍ ສາມາດສ້າງລາຍຮັບສະ ເລ່ຍໄດ້ 6,500,000 ກີບ/ຄົນ/ປີ, ມີຄອບຄົວພົ້ນທຸກ 589 ຄອບຄົວ, ຄອບຄົວພັດທະນາ 512 ຄອບຄົວ, ສ້າງບ້ານພັດທະນາຕາມ 4 ດ້ານ ໄດ້ 3 ບ້ານ, ໄດ້ຮັບຮອງເປັນບ້ານສາທາລະນະສຸກແບບຢ່າງ 100% (ທັງ6 ບ້ານ), ບ້ານວັດທະນະທຳ 3 ບ້ານ, ມີບ້ານປ້ອງກັນຄວາມສະຫງົບດີ 4 ບ້ານ, ບ້ານປອດຢາເສບຕິດ 6 ບ້ານ ແລະ ບ້ານປ້ອງກັນຊາດເຂັ້ມແຂງ 6 ບ້ານ.

ເພື່ອຮັບປະກັນການບໍລິຫານລັດໃຫ້ມີປະສິດທິພາບໃນພິທີໄດ້ຕົກລົງຮັບຮອງທ່ານ ດອກຫຼິງ ໄຊຖາວົງ ເປັນປະທານຕາແສງວັງຕັດທ່ານ ພັນຕີ ບຸນຍົງ ຍອດສາຍງາມ ແລະ ທ່ານ ພັນຕີ ນ້ອຍມິໄຊ ທິດດາວັນ ທັງສອງເປັນຮອງປະທານ,ຕົກລົງຮັບຮອງຄະນະກຳມະການປົກຄອງຕາແສງວັງຕັດມີ 5 ທ່ານ ຄື: ທ່ານ ຄຽງຄໍາ ແກ້ວມະນີ, ທ່ານ ຮ້ອຍໂທ ພອນປະເສີດ ສີຄໍາອຽງ, ທ່ານ ສີສົມພອນ ໝູກອນ, ທ່ານ ຕູ້ ແກ້ວຟ້າ;ທ່ານ ຮ້ອຍເອກ ບົວຊອງ ແສງດາຈັງ ແລະ ມີພະນັກງານຊ່ວຍວຽກຕາແສງ 5 ທ່ານ, ຍິງ 1 ທ່ານ.

ໂອກາດດັ່ງກ່າວ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ໄດ້ພ້ອມກັນຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ປະກາດສ້າງຕັ້ງຕາແສງ ວັງຕັດ ເມືອງຊານໄຊ ແຂວງອັດຕະປື ຢ່າງເປັນທາງການ.

ຂ່າວ: ສຸກສະຫວ່າງ