
ໃນວັນທີ 20 ພຶດສະພາ 2026 ນີ້, ທີມງານຈິດອາສາຢູ່ແຂວງອັດຕະປື ໄດ້ລົງເຄື່ອນໄຫວຈັດກິດ ຈະກຳເກັບຂີ້ເຫຍື່ອ ຢູ່ບໍລິເວນໜ້າຕະຫຼາດຫຼັກສາມ, ເມືອງສາມັກຄີໄຊ ພາຍໃຕ້ “ໂຄງການມືລະຖົງ” ຫຼື ONE BAG A DAY ມາເປັນແບບຢ່າງໃນການຈັດຕັ້ງປະຕິບັດ ເພື່ອປົກປັກຮັກສາສະພາບແວດລ້ອມພາຍໃນແຂວງ ໃຫ້ມີຄວາມສະອາດຈົບງາມ.

ສຳລັບການເຄື່ອນໄຫວຂອງທີມງານຈິດອາສາດັ່ງກ່າວ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ເມສາ 2026 ໂດຍການລິເລີ່ມຂອງ ທ້າວ ທອງຄານ ດວງປັນຍາ ເຊິ່ງມາຮອດປັດຈຸບັນ ມີສະມາ ຊິກອາສາສະໝັກເຂົ້າຮ່ວມແລ້ວຈຳນວນ 25 ນ້ອງ ແລະ ກິດຈະກຳໃນເທື່ອນີ້ ຍັງໄດ້ຮັບການຊຸກ ຍູ້ຈາກຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສຸກວິໄລ ພອນສາຣະແສນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື, ພ້ອມທັງໄດ້ນຳເອົານ້ຳດື່ມ ແລະ ຖົງຢາງດຳ ສຳລັບໃສ່ຂີ້ເຫຍື່ອ ມາມອບໃຫ້ທີມງານຈິດອາສາ.

ທ່ານ ສຸກວິໄລ ພອນສາຣະແສນ ຍັງໄດ້ພົບປະໂອ້ລົມ ເພື່ອເປັນການໃຫ້ກຳລັງໃຈແກ່ນ້ອງໆຈິດອາສາ ໂດຍຢືນຢັນວ່າ ທາງພາກລັດ ກໍ່ຄືພະແນກກະສິກໍາ ແລະ ສິ່ງແວດລ້ອມ ພ້ອມທີ່ຈະເປັນໃຈກາງໃນການປະສານງານ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆ ເຊັ່ນ: ການຈັດການຂີ້ເຫຍື່ອທີ່ເກັບລວບລວມໄດ້, ພ້ອມທັງຈະຊ່ວຍປຸກລະດົມທຸກພາກສ່ວນທັງພາກລັດ ແລະ ເອ ກະຊົນ ກໍ່ຄືທົ່ວສັງຄົມ ໃຫ້ເຂົ້າມາມີສ່ວນຮ່ວມຊ່ວຍເຫຼືອທີມງານຕາມຄວາມສາມາດ. ນອກຈາກນີ້ແລ້ວ ຍັງຈະນຳເອົາຜົນງານຂອງໂຄງການມືລະຖົງນີ້ ໄປເປັນແບບຢ່າງທີ່ດີໃຫ້ແກ່ຄົນຮຸ່ນໃໝ່ ໃຫ້ຫັນມາໃສ່ໃຈຮັກສາສິ່ງແວດລ້ອມ ໃຫ້ຫຼາຍຂຶ້ນ ເພື່ອຄວາມສະອາດຈົບງາມຂອງບ້ານເມືອງ.

ຂ່າວ: ຫັດສະດີ