ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ​ ທົບທວນຄືນແຜນຮັບມືສຸກເສີນ ປະຈຳປີ 2026

ວັນທີ 22 ພຶດສະພາ 2026 ນີ້, ໂຄງ​ການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ທົບທວນຄືນແຜນຮັບມືສຸກເສີນ ປະຈຳປີ 2026 ໃຫ້ແກ່ຄະ​ນະກຳມະການໄພພິບັດຂັ້ນແຂວງ​-ຂັ້ນເມືອງ ຂຶ້ນທີ່ສະໂມສອນເມືອງສະ​ໜາມໄຊ, ໂດຍການເປັນປະທານຂອງທ່ານ ສີໄລ ສິສະແຫວງສຸກ ຮອງປະທານຄະ​ນະກຳມະການປົກ​ຄອງແຂວງອັດຕະປື, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ​ ອຳນາດການປົກຄອງບ້ານທີ່ຢູ່ຕອນລຸ່ມຂອງເຂື່ອນເຂົ້າ​ຮ່ວມ​.

ໃນທີ່ປະຊຸມທ່ານ ພູເວດ ແສນປະ​ເສີດ ຜູ້ຈັດການອາວຸໂສ ດ້ານສິ່ງ​ແວດລ້ອມຂອງບໍລິສັດ ເຊປຽນ-ເຊນ້ຳນ້ອຍ ໄດ້ນຳສະເໜີທີ່ຕັ້ງ ແລະແຜນທີ່ລວມຂອງໂຄງການເຂຶ່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ, ຈຸດປະສົງຂອງແຜນຮັບມືສຸກເສີນ, ໜ້າທີ່ຮັບ​ຜິດຊອບຂອງອຳນາດການປົກຄອງທ້ອງຖິ່ນ, ຂັ້ນຕອນຮັບມືກໍລະນີສຸກ​ເສີນ, ຕົວຢ່າງຂອງການແຈ້ງເຕືອນກໍລະນີສຸກເສີນ, ແຜນທີ່ວິ​ເຄາະເຂດອຸທົກກະໄພຂອງເຂື່ອນໄຟຟ້າເຊປ່ຽນ-ເຊນ້ຳນ້ອຍ, ແນະນຳການຈັດຕັ້ງປະຕິບັດແຜນຮັບມືສຸກເສີນ ປະຈຳປີ 2025 ແລະແຜນ​ການຈັດ​ຕັ້ງປະຕິບັດແຜນຮັບມືສຸກເສີນ ປະ​ຈຳປີ 2026 ເຊິ່ງທົບທວນຄືນແຜນ​ຮັບມືສຸກເສີນຄັ້ງນີ້ກໍ່ເພື່ຶອຕອບສະ ໜອງແຜນການຮັບມືສຸກເສີນໃຫ້ແກ່ຜູ້ໄດ້ຮັບຜົນກະທົບທັງໝົດ, ເພື່ອຮັບ​ປະ​ກັນວ່າພະນັກງານໂຄງ​ການ, ຂະແໜງການທີ່ກ່ຽວຂ້ອງຂອງລັດ, ອໍານາດການປົກຄອງບ້ານ ແລະ ປະຊາຊົນທຸກຄົນຮູ້ວ່າຈະເຮັດແນວໃດ ໃນກໍລະນີມີເຫດສຸກເສີນຈາກເຂື່ອນໃດໜຶ່ງຂອງໂຄງການ ເຊັ່ນ: ບ້ານທີ່ຈະຖືກອົບພະຍົບ, ເສັ້ນ​ທາງອົບພະຍົບ, ຈຸດເຕົ້າໂຮມທີ່ປອດໄພ, ຂົວ ແລະເສັ້ນທາງຕ່າງໆ ທີ່ຈຳເປັນຕ້ອງຖືກປິດ, ຮັບປະກັນແຜນອົບພະຍົບໃຫ້ວ່ອງໄວ, ທັນການ ແລະການແຈ້ງການໃຫ້ທັນຕໍ່ສະ​ຖານະການສຸກເສີນ, ເພື່ອຫຼີກ​ລ້ຽງການສູນເສຍ ກໍລະນີເກີດໄພນ້ຳຖ້ວມຈາກເຂື່ອນແຕກ, ການປ່ອຍນ້ຳຜະລິດມານຫຼາຍ ຫຼື ນ້ຳລົ້ນຈາກເຂື່ອນ.

ທ່ານ ສີໄລ ສິສະແຫວງສຸກ ຮອງປະທານຄະ​ນະ​ກຳມະການປົກຄອງແຂວງອັດຕະປື, ໄດ້ມີຄຳເຫັນວ່າ: ການທົບທວນທວນຄືນແຜນຮັບມືສຸກເສີນ​ ຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍສໍາຄັນ ໃນການສືບຕໍ່ຮ່ວມກັນປຶກ​ສາຫາລື, ແລກປ່ຽນຄວາມຄິດເຫັນ, ບົດຮຽນປະສົບການໃນການຕອບໂຕ້ໄພພິບັດທີ່ພົບພໍ້ໃນໄລຍະຜ່ານມາ ເພື່ອເປັນບົດຮຽນໃນການວາງແຜນກຽມພ້ອມຮັບມືກັບໄພ​ພິບັດທີ່ ອາດເກີດຂື້ນ, ຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງໂດຍສະເພາະແມ່ນການ ເຕືອນໄພ, ການຕອບໂຕ້ສຸກເສີນໃຫ້ວ່ອງໄວທັນສະພາບການ, ການເກັບກຳຂໍ້ມູນລາຍງານ ໃຫ້ມີຄວາມວ່ອງ​ໄວ, ຊັດເຈນໃນຊ່ວງສຸກເສີນເພື່ອເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະ​ທົບ ໄດ້ຮັບການຊ່ວຍເຫຼືອວ່ອງໄວທັນສະພາບການຂື້ນກວ່າເກົ່າ.​ ພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ຂາວພອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa