
ກອງປະຊຸມ ປຶກສາຫາລືການສ້າງບົດບັນທຶກຊ່ວຍຈຳການຮ່ວມມື ລະຫວ່າງ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສປປ ລາວ ກັບ ສະມາຄົມນັກຮົບເກົ່າ ແຂວງຢາລາຍ ສສ ຫວຽດນາມ ໄດ້ຈັດຂື້ນໃນວັນທີ 21 ພຶດສະພາ 2026 ນີ້; ທີ່ຫ້ອງປະຊຸມສະຫະພັນນັກຮົບເກົ່າແຂວງອັດຕະປື, ໂດຍໃຫ້ກຽດເຂົ້າຮ່ວມປຶກສາຫາລືລົງນາມໃນຄັ້ງນີ້ມີ ທ່ານ ພົນຈັດຕະວາ ກັນໄຍ ໄຊຍະສິດ ປະ ທານສະຫະພັນນັກຮົບເກົ່າແຂວງອັດຕະປື ແລະ ທ່ານ ຟ້າມ ແມ້ງ ຮຸ່ງ ປະທານສະມາຄົມນັກຮົບເກົ່າແຂວງຢາລາຍ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມປຶກສາຫາລື ທັງສອງຝ່າຍເຫັນດີເປັນເອກະພາບຕົກລົງກັນ ດັ່ງນີ້:
1).ສອງຝ່າຍ ເພີ່ມທະວີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ເຖິງພະນັກງານ, ສະມາຊິກນັກຮົບເກົ່າ ແລະ ປະຊາຊົນ ກ່ຽວກັບແນວທາງ, ແຜນນະໂຍບາຍ, ນະໂຍບາຍ ຂອງສອງພັກ, ສອງລັດ, ໂດຍສະເພາະແມ່ນ ມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ປະຊາຊົນ, ກໍາລັງປະກອບອາວຸດ ແລະ ສະມາຄົມນັກຮົບເກົ່າ ສອງແຂວງອັດຕະປື – ແຂວງຢາລາຍ, ສົມທົບກັນກຳແໜ້ນ ແລະ ສະໜອງຂໍ້ ມູນຂ່າວ ສານໃຫ້ກັນ ແລະ ກັນ ກ່ຽວກັບສະພາບການຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມຢູ່ແຕ່ລະແຂວງຢ່າງທັນການ; ເພີ່ມທະວີການສຶກສາອົບຮົມ, ຍົກສູງສະຕິລະວັງຕົວ, ເດັດດ່ຽວຕໍ່ສູ້ຕ້ານທຸກກົນອຸບາຍ, ເລ່ຫຼ່ຽມມ້າງເພທຳ ລາຍ ຂອງກຸ່ມຄົນບໍ່ດີ ທີ່ມີຈຸດປະ ສົງແບ່ງແຍກ, ທຳລາຍສາຍພົວພັນຄວາມສາມັກຄີພິເສດ ລາວ-ຫວຽດນາມ.
2). ຊຸກຍູ້ບັນດາກິດຈະກຳແຮກສ່ຽວ, ການພົບປະການແລກປ່ຽນຄະນະຜູ້ແທນ, ການທັດສະ ນະສຶກສາ, ການຮຽນຮູ້, ການແລກປ່ຽນວັດທະນະທຳ – ສິລະປະວັນ ນະຄະດີ, ການຊອກຮູ້ຮີດຄອງປະເພນີ ຂອງກັນ ແລະ ກັນ, ໂດຍມີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ ໃນການເຄື່ອນໄຫວວຽກງານ ລະຫວ່າງ ສອງສະມາຄົມນັກຮົບເກົ່າ ຢ່າງເປັນປົກກະຕິ.
3). ເພີ່ມທະວີບັນດາກິດຈະກຳຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ, ລຶບ ລ້າງຄວາມທຸກຍາກ ຄ່ອຍໆຍົກສູງຊີວິດການເປັນຢູ່ຂອງສະມາຊິກນັກຮົບເກົ່າສອງແຂວງ, ປັບ ປຸງ ແລະ ຍົກສູງປະສິດທິຜົນ ການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າຢູ່ຂັ້ນຮາກຖານ, ປຸກລະດົມພະນັກງານ, ສະ ມາຊິກ ແລະ ປະຊາຊົນ ຕັ້ງໜ້າສະໜອງຂໍ້ມູນ, ເຂົ້າຮ່ວມການຊອກຄົ້ນ ແລະ ຂຸດຄົ້ນທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດ ເຊິ່ງແມ່ນພະນັກງານ, ນັກຮົບກອງ ທັບອາສາສະ ໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດ ຢູ່ບົນແຜ່ນ ດິນລາວ ເພື່ອກັບຄືນປະ ເທດຊາດ.
4). ສອງຝ່າຍ ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ຕາມຂີດຄວາມສາມາດຂອງຕົນ ເພື່ອໃຫ້ສະມາຄົມວິສາຫະກິດ, ນັກທຸລະກິດນັກຮົບເກົ່າຂອງສອງແຂວງ ໄດ້ເຊື່ອມຕໍ່, ແລກ ປ່ຽນຂໍ້ມູນ, ຊອກຫາຊ່ອງທາງ, ໂອກາດໃນການຮ່ວມມື, ການລົງທຶນ, ການຮ່ວມທຶນຢູ່ລາວ ແລະ ຫວຽດນາມ ເວົ້າລວມ, ຢູ່ແຂວງອັດຕະປື ແລະ ແຂວງຢາລາຍ ເວົ້າສະເພາະ ຕາມກົດໝາຍ, ນະໂຍ ບາຍ ທີ່ພວມປະກາດໃຊ້ໃນປະຈຸບັນ ຂອງແຕ່ລະປະເທດ ແລະ ແຕ່ລະແຂວງ.

ການຕົກລົງເອກະພາບປັບປຸງຮູບແບບແຜນການຮ່ວມມື ໃນການຈັດຕັ້ງປະຕິບັດ ປີ 2026-2030. ສອງຝ່າຍ ຈະແຈ້ງແຜນການແລກປ່ຽນຄະນະຜູ້ແທນຢ້ຽມ ຢາມ ແລະ ເຮັດວຽກໃນປີໃຫ້ກັນ ແລະ ກັນຮັບຊາບໂດຍໄວ (ຜ່ານຂະແໜງການເສນາທິການຂອງແຕ່ລະຝ່າຍ) ທັນທີຫຼັງຈາກໄດ້ຮັບການອະນຸມັດຈາກຂັ້ນທີ່ມີ ສິດອຳນາດ ແລະ ຮັກສາການພົວພັນຢ່າງເປັນປົກກະ ຕິ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນແກ້ໄຂບັນດາ ບັນຫາທີ່ກ່ຽວຂ້ອງເຖິງສາຍພົວພັນ ລະຫວ່າງ ສອງສະມາຄົມ ຢ່າງທັນການ, ແຕ່ລະຝ່າຍ ຜັດປ່ຽນກັນເປັນເຈົ້າພາບ 2 ປີຕໍ່ຄັ້ງ ໃນການແລກປ່ຽນຄະນະຜູ້ແທນໄປຢ້ຽມຢາມ ແລະ ເຮັດ ວຽກເຊິ່ງກັນ ແລະ ກັນ.
ຂ່າວ: ວົງສະໄໝ