ບໍລິສັດ ເອບີ ກໍ່ສ້າງເຄຫະ-ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ໄດ້ມອບເບ້ຍໝາກຈອງບານ ຈໍານວນ 4 ພັນເບ້ຍ, ມູນຄ່າ 180,000,000 ກີບ, ມອບ ໃຫ້ແກ່ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປຶ, ເພື່ອສຸມໃສ່ການກະກຽມຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ທີ່ຈະມາເຖິງນີ້, ທັງເປັນການປະກອບສ່ວນສົ່ງເສີມການຟື້ນຟູປ່າໄມ້ ພາຍໃນແຂວງອັດຕະປື ນໍາອີກ.

ພິທີ ມອບ-ຮັບ ໄດ້ຈັດຂື້ນ ໃນວັນທີ 27 ພຶດສະພາ 2026 ທີ່ສູນສົ່ງເສີມກະສີໜອງລົມ, ໃຫ້ກຽດມອບຮັບໂດຍ ທ່ານ ບຸນປະເສີດ ສິລິວັດ ປະທານບໍລິສັດ ເອບີ ກໍ່ສ້າງເຄຫະ- ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ແລະ ຮັບໂດຍທ່ານ ສາຍທະລາ ໂສທີດາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື, ໂດຍມີຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສາຍທະລາ ໂສທິດາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື ໄດ້ກ່າວມີຄໍາເຫັນ ໂດຍໄດ້ສະແດງຄວາມຂອບໃຈ ມາຍັງບໍລິສັດ ເອບີ ກໍ່ສ້າງເຄຫະ-ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ ທີ່ໄດ້ສະໜັບສະໜູນ ເບ້ຍໝາກຈອງບານ ໃນເທື່ອນີ້, ເຊິ່ງການຊ່ວຍເຫຼືອຂອງບໍລິສັດ ຄັ້ງນີ້ ເປັນອີກບາດກ້າວສໍາຄັນໜຶ່ງ ຂອງການຟື້ນຟູ ແລະ ພັດທະນາປ່າໄມ້ພາຍໃນແຂວງອັດຕະປື ໃຫ້ມີຄວາມອຸດົມສົມບູນຂື້ນ ແລະ ຈໍານວນເບ້ຍໄມ້ທີ່ໄດ້ຮັບການຊ່ວຍເຫຼືອເທື່ອນີ້ ທາງພະແນກກະສິກໍາ ແລະ ສິ່ງແວດລ້ອມ ຈະໄດ້ມອບສົ່ງຕໍ່ໃຫ້ພາກສ່ວນເມືອງ ເພື່ອນໍາໄປປູກໃຫ້ຫຼາຍຂື້ນກ່ວາທຸກປີ.
ຂ່າວ: ວັດທະນາ