ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 46 ປີ, ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ທີ່ຈະມາເຖິງນີ້, ໃນຕອນເຊົ້າວັນທີ 22 ພຶດສະພາ 2026 ແຂວງອັດຕະປື ໄດ້ຈັດຕັ້ງຂະບວນການອອກແຮງງານລວມ ເພື່ອສ້າງຈິດສຳນຶກໃຫ້ແກ່ສັງຄົມ ໃນການຮ່ວມກັນອະນຸລັກປ່າໄມ້ ແລະ ຮັກສາສິ່ງແວດລ້ອມ ໃຫ້ມີຄວາມສະອາດສວຍສົດງົດງາມ ແລະ ຍືນຍົງ.

ຂະບວນການໃນຄັ້ງນີ້ ໄດ້ຮັບຄວາມຮ່ວມມືຈາກບັນດາພະແນກການ, ອົງການຈັດຕັ້ງ, ກຳລັງປ້ອງກັນຄວາມສະຫງົບ, ຊາວໜຸ່ມ, ນັກຮຽນ-ນັກສຶກສາ ພ້ອມທັງປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງຫຼວງຫຼາຍ. ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມໃຈກັນອະນາໄມຖະໜົນຫົນທາງ, ເກັບກວາດຂີ້ເຫຍື້ອ, ກຳຈັດຫຍ້າຮົກ, ປັບປຸງສວນສາທາລະນະ ແລະ ສະຖານທີ່ສຳຄັນຕ່າງໆ ໃຫ້ມີຄວາມສະອາດ ເປັນລະບຽບ ແລະ ສວຍງາມ ສົມກັບເປັນເມືອງທີ່ໜ້າຢູ່ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ທ່ານ ສຸກວິໄລ ພອນສະລະແສນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ໃຫ້ສຳພາດວ່າ: ການຈັດກິດຈະກຳເນື່ອງໃນວັນສຳຄັນດັ່ງກ່າວ ເປັນການປຸກຈິດສຳນຶກໃຫ້ທຸກພາກສ່ວນ ຕະຫຼອດຮອດປະຊາຊົນທຸກເຜົ່າ ໄດ້ເຫັນຄວາມສຳຄັນຂອງການອະນຸລັກປ່າໄມ້ ແລະ ການປົກປັກຮັກສາສິ່ງແວດລ້ອມ, ເຊິ່ງເປັນຊັບພະຍາກອນອັນລ້ຳຄ່າຂອງຊາດ ແລະເປັນປັດໄຈສຳຄັນຕໍ່ການດຳລົງຊີວິດ, ການຜະລິດ ແລະການພັດ ທະນາຢ່າງຍືນຍົງ. ພ້ອມນີ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ຂໍເຊີນຊວນບັນດາອົງການຈັດຕັ້ງ, ພາກລັດ-ເອກະຊົນ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນທຸກຊັ້ນຄົນ ພາຍໃນແຂວງອັດຕະປື ໃຫ້ພ້ອມໃຈກັນປູກຕົ້ນໄມ້, ຟື້ນຟູປ່າໄມ້ ແລະ ຮ່ວມກັນດູແລຮັກສາສິ່ງແວດລ້ອມ ໃຫ້ມີຄວາມຂຽວງາມ, ສະອາດ ແລະຍືນຍົງ ເພື່ອສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ສັງຄົມ ແລະ ຄົນຮຸ່ນຫຼັງຕໍ່ໄປ.

ຂ່າວ: ວິເດັນ