ສກຂ 4 ແຂວງພາກໃຕ້ ຈັດການແຂ່ງຂັນກິລາ ແລະ ແລກປ່ຽນບົດຮຽນ ເພື່ອສ້າງຄວາມສາມັກຄີ ແລະ ພັດທະນາຂະແໜງການ.

ໃນວັນທີ 4 ມິຖຸນາ 2026 ທີ່ຜ່ານມາ, ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງສາລະວັນ ໄດ້ເປັນເຈົ້າພາບຈັດການພົບປະແລກປ່ຽນບົດຮຽນ ແລະ ແຂ່ງ ຂັນກິລາ ລະຫວ່າງຂະແໜງສຶກສາ- ກິລາ 4 ແຂວງພາກໃຕ້ ຄັ້ງທີ VI ປະຈຳປີ 2026 ຂຶ້ນທີ່ສະໜາມກິລາແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ພ້ອມດ້ວຍຄະນະນຳ, ພະນັກງານວິຊາການ ກໍາມະການຕັດສີນ ແລະ ນັກກິລາຈາກ 4 ແຂວງ ຄື: ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ. ໂດຍຄະນະແຂວງອັດຕະປື ນຳໂດຍ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມຄະນະ ທັງໝົດ 48 ທ່ານ ຍິງ 8 ທ່ານ.

ທ່ານ ສຸນີ ນາມມະບົວລີ ກ່າວວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້ ແມ່ນເພື່ອຮັດແໜ້ນຄວາມສາ ມັກຄີ, ເພີ່ມທະວີການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກ ງານວິຊາສະເພາະ ລະຫວ່າງບັນດາພະນັກງານ ຂະແໜງສຶກສາ-ກິລາ 4 ແຂວງ. ນອກຈາກນີ້, ການແຂ່ງ ຂັນກິລາ ຍັງຊ່ວຍໃຫ້ບັນດາຜູ້ເຂົ້າຮ່ວມ ມີສຸຂະພາບພະລານາໄມແຂງແຮງ, ຜ່ອນຄາຍຄວາມຕຶງຄຽດຫຼັງການເຮັດວຽກ ແລະ ສ້າງສາຍສຳພັນອັນດີງາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ງານຄັ້ງນີ້ ຍັງເປັນການສ້າງຂະບວນການຈັດຕັ້ງປະຕິບັດ ເນື້ອໃນ 3 ລັກສະນະ 5 ຫຼັກມູນ ຂອງການສຶກສາຊາດ ໃຫ້ເປັນຮູບປະ ທຳ ພ້ອມທັງສ້າງບັນຍາກາດເບີກບານມ່ວນຊື່ນ ເນື່ອງໃນໂອກາດ ວັນກຳເນີດກິລາ-ກາຍຍະກຳລາວ ຄົບຮອບ 60 ປີ ອີກດ້ວຍ.

ການແຂ່ງຂັນໃນຄັ້ງນີ້ ມີທັງໝົດ 2 ປະເພດ 4 ລາຍການ ຄື: ບານເຕະຊາຍ ຮຸ່ນທົ່ວໄປ, ເປຕັງ ປະ ເພດທີມການນຳ, ທີມຊາຍ ແລະ ທີມຍິງ, ໂດຍແຕ່ລະລາຍການ ມີ 4 ທີມ ຈາກ 4 ແຂວງ ເຂົ້າຮ່ວມ.
ຜ່ານການແຂ່ງຂັນຢ່າງດຸເດືອດ ແລະ ຂ້ຽວຂາດ ແຕ່ເຕັມໄປດ້ວຍມິດຕະພາບ, ຜົນປາກົດວ່າ: ແຂວງຈຳປາສັກ ສາມາດຄວ້າແຊ້ມ ຄອບຄອງທຸກລາຍການ ລາຍລະອຽດຄື: ບານເຕະຊາຍ ຊະນະເລີດ ແຂວງຈຳປາສັກ ຮັບຂັນໜຶ່ງໜ່ວຍ ພ້ອມເງິນລາງວັນ 2,000,000 ກີບ, ຮອງຊະນະ ເລີດ ແຂວງເຊກອງ ໄດ້ຮັບເງິນລາງວັນ 1,500,000 ກີບ, ອັນດັບ 3 ແຂວງອັດຕະປື ໄດ້ຮັບເງິນລາງວັນ 1,000,000 ກີບ.

ເປຕັງ ທີມການນຳ: ຊະນະເລີດ ແຂວງຈຳປາສັກ ຂັນໜຶ່ງໜ່ວຍ ພ້ອມເງີນລາງວັນ 1,000,000 ກີບ, ຮອງຊະນະເລີດ ແຂວງອັດຕະປື ໄດ້ຮັບເງິນລາງວັນ 700,000 ກີບ, ອັນດັບ 3 ແຂວງເຊກອງ ໄດ້ເງິນລາງວັນ 500,000 ກີບ.

ເປຕັງ ທີມຍິງ: ຊະນະເລີດ ແຂວງຈຳປາສັກ ຂັນໜຶ່ງໜ່ວຍ ພ້ອມເງິນ 1,000,000 ກີບ, ຮອງຊະນະ ເລີດ ແຂວງອັດຕະປື ໄດ້ເງິນລາງວັນ 700,000 ກີບ, ອັນດັບ 3 ແຂວງສາລະວັນ ໄດ້ເງິນ 500,000 ກີບ.

ເປຕັງ ທີມ ຊາຍ: ຊະນະເລີດ ແຂວງຈຳປາສັກ ຂັນໜຶ່ງໜ່ວຍ ເງິນ 1,000,000 ກີບ, ຮອງຊະນະ ເລີດ ແຂວງອັດຕະປື ໄດ້ຮັບເງີນ 700,000 ກີບ, ອັນດັບ 3 ແຂວງເຊກອງ ເງິນ 500,000 ກີບ.

ໃນຕອນທ້າຍຂອງພິທີ, ແຂວງສາລະວັນ ໃນຖານະເຈົ້າພາບ ໄດ້ມອບທຸງກິລາມິດຕະພາບຮອບວຽນ 4 ແຂວງພາກໃຕ້ ໃຫ້ແຂວງຈໍາປາສັກ ເພື່ອເປັນເຈົ້າພາບຈັດການແຂ່ງຂັນ ຄັ້ງທີ VII ໃນປີ 2027.

ຂ່າວ: ພົມວິຫານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa