9 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 4.3%

ໃນໄລຍະ 9 ເດືອນ ປີ 2026, ເສດຖະກິດແຂວງອັດຕະປື ສືບຕໍ່ຂະຫຍາຍຕົວ ສະເລ່ຍ 4.3%, ມີມູນຄ່າລວມ 5,271 ຕື້ກີບ ເທົ່າກັບ 67% ຂອງແຜນການປີ, ຂະນະທີ່ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍຕໍ່ຫົວຄົນບັນລຸ 29.55 ລ້ານກີບ ຫຼື 1,356 ໂດລາສະຫະລັດ.

ທ່ານ ວົງມາດ ແສນດາລາ ຮອງຫົວໜ້າພະແນກການເງິນແຂວງອັດຕະປື ໄດ້ລາຍງານຕໍ່ກອງປະ ຊຸມຄະນະກຳມະການປົກຄອງແຂວງ ປະຈຳເດືອນ ຕຸລາ ໃນວັນທີ 21 ຕຸລາ 2026 ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 9 ເດືອນ ແມ່ນດຳເນີນໄປທ່າມກາງສະພາບການໂລກ ແລະ ພາກພື້ນທີ່ມີຄວາມທ້າທາຍ ໂດຍສະເພາະຄວາມຂັດແຍ່ງທາງການຄ້າ, ສະຖານະການບໍ່ສະຫງົບໃນຕາເວັນອອກກາງ ແລະ ບັນຫາລາຄານ້ຳມັນເຊື້ອໄຟ ເຊິ່ງສົ່ງຜົນກະ ທົບຕໍ່ເສດຖະກິດໂລກ. ແນວໃດກໍຕາມ, ດ້ວຍການນຳພາ-ຊີ້ນຳຂອງອົງຄະນະພັກແຂວງ ແລະ ການຜັນຂະຫຍາຍນິຕິກຳສຳຄັນຂອງສູນກາງ ແລະ ຂອງແຂວງ ເຮັດໃຫ້ເສດຖະກິດ-ສັງຄົມຍັງສາມາດສືບຕໍ່ຂະຫຍາຍຕົວໄດ້.

ສຳລັບການຂະຫຍາຍຕົວຕາມຂະແໜງການ, ຂະແໜງກະສິກຳຂະຫຍາຍຕົວ 4.9%, ກວມເອົາ 51% ຂອງ GDP, ຂະແໜງອຸດສາຫະກຳຂະຫຍາຍຕົວ 4.2%, ກວມເອົາ 29%, ຂະແໜງບໍລິ ການຂະຫຍາຍຕົວ 3.7%, ກວມເອົາ 17% ແລະ ພາສີ-ອາກອນສຸດທິຂະຫຍາຍຕົວ 5.8%, ກວມເອົາ 3% ຂອງ GDP. ຂະແໜງການສຳຄັນທີ່ຊຸກຍູ້ເສດຖະກິດ ປະກອບມີການປູກຝັງ, ລ້ຽງ ສັດ, ປະມົງ, ອຸດສາຫະກຳປຸງແຕ່ງ, ການຜະລິດໄຟຟ້າ, ການຂາຍຍົກ-ຂາຍຍ່ອຍ ແລະ ການສ້ອມ ແປງພາຫະນະ.
ດ້ານການເງິນ, ໃນໄລຍະ 9 ເດືອນ ແຂວງອັດຕະປື ຈັດເກັບລາຍຮັບງົບປະມານໄດ້ 1,702.68 ຕື້ກີບ, ເທົ່າກັບ 96% ຂອງແຜນການ ແລະ ເພີ່ມຂຶ້ນ 471.71 ຕື້ກີບ ຫຼື 48% ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ. ສ່ວນລາຍຈ່າຍງົບປະມານປະຕິບັດໄດ້ 474.46 ຕື້ກີບ, ເທົ່າກັບ 43% ຂອງແຜນການ ແລະ ຫຼຸດລົງ 45.78 ຕື້ກີບ ຫຼື 8.8% ທຽບໃສ່ປີຜ່ານມາ. ຂະນະທີ່ດຸນງົບປະມານ ເກີນດຸນ 1,228.22 ຕື້ກີບ ກວມເອົາ 15.6% ຂອງ GDP.
ສ່ວນການລົງທຶນລວມທົ່ວສັງຄົມ ປະຕິບັດໄດ້ 1,954 ຕື້ກີບ, ເທົ່າກັບ 58% ຂອງແຜນການທີ່ສະພາກຳນົດໄວ້ 3,329 ຕື້ກີບ.

ຂ່າວ: ພອນປະເສີດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa