
ພິທີປະກາດສ້າງຕັ້ງຕາແສງສົມບູນ ແລະ ຕາແສງນ້ຳກົງ ຂອງເມືອງພູວົງ, ແຂວງອັດຕະປື ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 5 ມີຖຸນາ 2026 ນີ້, ທີ່ສະໂມ ສອນຂອງເມືອງ, ເພື່ອຜັນຂະຫຍາຍລະບົບບໍລິຫານປົກຄອງທ້ອງຖິ່ນແບບໃໝ่ 3 ຂັ້ນ (ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ) ໃຫ້ເຂົ້າສູ່ລວງເລິກ ແລະ ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງອັດຕະປື, ມີທ່ານ ດາບແກ້ວ ໄຊຍະແສງ ກຳມະການພັກແຂວງ, ເລຂາພັກເມືອງພູວົງ, ພ້ອມດ້ວຍຄະນະນຳຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ພັນໂທ ຄຳກ້ອນ ດວງສົມປານ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກ ຄອງເມືອງ ໄດ້ກ່າວວ່າ: ການສ້າງຕັ້ງ ຕາແສງສົມບູນ ແລະ ຕາແສງນ້ຳກົງ ຄັ້ງນີ້ແມ່ນປະຕິບັດຕາມລັດຖະທຳມະນູນແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2025) ແລະ ກົດໝາຍການປົກຄອງທ້ອງຖິ່ນ ທີ່ກຳນົດໃຫ້ຕາແສງເປັນເຂດການປົກຄອງທ້ອງຖິ່ນຂັ້ນລຸ່ມສຸດ ທີ່ຂຶ້ນກັບເມືອງ. ໃນນີ້ຕາແສງສົມບູນ ຕັ້ງຢູ່ທາງທິດຕາເວັນອອກຂອງເມືອງ, ເປັນເຂດພູດອຍ 90% ມີເສັ້ນທາງ 18B ຜ່ານໄປສູ່ດ່ານສາກົນພູເກືອ-ເບີອິ, ມີ 4 ບ້ານຂຶ້ນກັບ ຄື: ບ້ານສົມບູນ, ບ້ານພູເກືອ, ບ້ານນ້ຳຊວນ ແລະ ບ້ານພູຍາງ, ມີ 802 ຄອບຄົວ, ພົນລະເມືອງ 3,041 ຄົນ, ສຳນັກງານຖາວອນແມ່ນກຳລັງກໍ່ສ້າງ ໂດຍໄດ້ຮັບທຶນສະ ໜັບສະໜູນຈາກກະຊວງປ້ອງກັນປະເທດ ຂອງ ສປປ ລາວ ແລະ ສສ ຫວຽດນາມ. ສ່ວນຕາແສງນ້ຳກົງ ຕັ້ງຢູ່ທາງທິດຕາເວັນຕົກຂອງເມືອງ, ເປັນເຂດພູດອຍ 80% ມີເສັ້ນທາງ 1J ໄປສູ່ຊາຍແດນລາວ -ກຳປູເຈຍ ປະກອບມີ 4 ບ້ານຂຶ້ນກັບ ຄື: ບ້ານວຽງໄຊ, ບ້ານນ້ຳກົງ, ບ້ານວົງລະຄອນ ແລະ ບ້ານພູໄຊ, ມີ 1,021 ຄອບຄົວ, ພົນລະເມືອງ 3,928 ຄົນ, ໂດຍນຳໃຊ້ຫ້ອງການສຶກສາເມືອງຫຼັງເກົ່າເປັນສຳນັກງານຊົ່ວຄາວ. ໂຄງປະກອບກົງຈັກຂອງແຕ່ລະຕາແສງ ຈະປະກອບມີ 5 ໜ່ວຍງານ, ມີຄະນະກຳມະການປົກ ຄອງຕາແສງລະ 13 ທ່ານ (ປະທານ 1 ທ່ານ, ຮອງປະທານ 2 ທ່ານ, ຄະນະກຳມະ ການ 5 ທ່ານ ແລະ ພະນັກງານຊ່ວຍວຽກ 5 ທ່ານ) ເຊິ່ງໄດ້ເລືອກເຟັ້ນມາຈາກພະນັກງານຫຼັກແຫຼ່ງຂອງຫ້ອງການອ້ອມຂ້າງເມືອງ, ກໍາລັງ ປກຊ-ປ ກສ ແລະ ນັກສຶກສາຈົບໃໝ່.
ໃນພິທີ ຍັງໄດ້ຜ່ານມະຕິຂໍ້ຕົກລົງການປະກາດສ້າງຕັ້ງຕາແສງ ພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະພັກ. ພ້ອມທັງໄດ້ປະກາດສ້າງຕັ້ງ ແລະ ມອບມະຕິຕົກລົງແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະພັກຮາກຖານ ຕາແສງສົມບູນ ແລະ ຕາແສງນ້ຳກົງ ຢ່າງເປັນທາງການ, ເຊິ່ງແຕ່ລະຕາແສງປະກອບມີຄະນະພັກຮາກຖານ 5 ສະຫາຍ ເພື່ອເຮັດໜ້າທີ່ເປັນແກນນຳໃນການນຳພາ-ຊີ້ນໍາຮອບດ້ານ ຢູ່ຂັ້ນຮາກຖານທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ ແລະ. ໄດ້ມອບວັດຖຸອຸປະກອນຮັບໃຊ້ຫ້ອງການຈຳນວນໜຶ່ງ ໃຫ້ແກ່ທັງສອງຕາແສງ ລວມມູນຄ່າ 173 ລ້ານກີບ.
ໂອກາດດັ່ງກ່າວ ທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງອັດຕະປື ໄດ້ໃຫ້ກຽດໂອລົມ ແລະ ເນັ້ນໜັກໃຫ້ຄະນະພັກ ແລະ ຄະນະຕາແສງໃໝ່ທັງສອງ ຕັ້ງໜ້າເອົາໃຈໃສ່ຍົກສູງຄວາມເປັນເຈົ້າ ການໃນການບໍລິຫານລັດ, ຫັນການບໍລິການໃຫ້ໃກ້ຊິດ ແລະ ວ່ອງໄວທັນໃຈປະ ຊາຊົນ, ເອົາ ໃຈໃສ່ວຽກງານ ປກຊ-ປກສ ເພື່ອສະກັດກັ້ນບັນຫາຢາເສບຕິດ, ການລັກລອບຊັບພະ ຍາກອນ ແລະ ສຸມໃສ່ການພັດທະນາກະສິກຳເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມທິດ 3 ສ້າງ ໃຫ້ປາກົດຜົນເປັນຈິງ.
ໃນຕອນທ້າຍ, ບັນດາທ່ານຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ, ເປີດປ້າຍ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນການປະກາດສ້າງຕັ້ງ ຕາແສງສົມບູນ ແລະ ຕາແສງນ້ຳກົງ ຢ່າງເປັນທາງການ.
ຂ່າວ: ຫັດສະດີ ສຸດດາວົງ
ພາບ: ສີງໂຕ