
ວັນທີ 4 ມິຖຸນາ 2026, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການ (ຜູ້ເກົ່າ ແລະ ຜູ້ໃໝ່) ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ເລຂາພັກແຂວງ, ປະທານສະພາປະ ຊາຊົນແຂວງ, ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະຫ້ອງວ່າການ, ຫົວໜ້າພະແນກການ, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຜ່ານມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V ການແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ພ້ອມທັງຮັບຟັງການລາຍງານຫຍໍ້ກ່ຽວກັບການປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າຂອງຄະນະກໍາມະການ ແລະ ຫ້ອງວ່າການສະພາປະຊາຊົນແຂວງ, ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ດັ່ງນີ້: ປະທານຄະນະກໍາມະການເສດຖະກິດ ແລະ ການເງີນ: ລະຫວ່າງ ທ່ານ ສຸກສຳ ລານ ໄຊຍະແສງ (ຜູ້ເກົ່າ) ແລະ ທ່ານ ນາງ ແສງອາລຸນ ວົງສາທິການ (ຜູ້ໃໝ່). ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ລະຫວ່າງ ທ່ານ ແຫວນຄໍາ ປະທຸມມະແສງ (ຜູ້ເກົ່າ) ແລະ ທ່ານ ນາງ ສຸກວິໄລ ວຽງໄຊ (ຜູ້ໃໝ່) ແລະ ຫົວ ໜ້າຫ້ອງວ່າການສະພາປະຊາຊົນແຂວງ ລະ ຫວ່າງ ທ່ານ ນາງ ແສງອາລຸນ ວົງສາທິການ (ຜູ້ເກົ່າ) ແລະ ທ່ານ ພົງສະຫວັນ ພົມມະວົງ (ຜູ້ໃໝ່).

ຕອນທ້າຍທ່ານ ບຸນເຖິງ ດວງສະຫວັນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້ ແມ່ນການສືບຕໍ່ປັບປຸງ ແລະ ສັບຊ້ອນບຸກຄະລາກອນເຂົ້າໃນຕຳແໜ່ງງານທີ່ສຳຄັນຂອງສະພາປະຊາຊົນຂັ້ນແຂວງ, ທັງເປັນການເພີ່ມທະວີການນຳພາ-ຊີ້ນຳວຽກງານຂອງຄະນະກຳມະການ ແລະ ຫ້ອງວ່າການໃຫ້ດຳເນີນໄປຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ທັງນີ້ ກໍເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກແຂວງອັດຕະປື ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຂອງກົງຈັກສະພາປະຊາຊົນແຂວງໃຫ້ມີປະສິດທິຜົນສູງສຸດ, ເພື່ອແນໃສ່ນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະເທດຊາດ ກໍ່ຄືແຂວງອັດຕະປື, ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈ ຕໍ່ຜົນງານອັນພົ້ນເດັ່ນທີ່ຄະນະກໍາມະການ ຫ້ອງວ່າການສະພາປະຊາຊົນແຂວງ ຊຸດທີ IV ຍາດມາໄດ້ໃນຕະຫຼອດໄລຍະ 5 ປີຜ່ານມາ ແລະ ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ແລະ ສືບຕໍ່ມູນເຊື້ອອັນດີງາມ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ ໄດ້ຮັບຜົນສຳເລັດຢ່າງສະຫງ່າງາມ.

ຂ່າວ: ວິນັດ