
ໃນວັນທີ 5 ມິຖຸນາ 2026, ທີ່ຫ້ອງຮັບແຂກຫ້ອງວ່າການການແຂວງ, ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງອັດຕະປື ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃນໂອກາດທີ່ທ່ານ ແລະ ຄະນະໄດ້ມາເຄື່ອນໄຫວຽກງານຮ່ວມກັບຄະນະອົງການໄອຍະການປະຊາຊົນແຂວງອັດຕະປື.

ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ ໄດ້ກ່າວສະແດງ ຄວາມຍິນດີ ແລະ ໃຫ້ການຕ້ອນ ຮັບທ່ານຮອງເລຂາຄະນະພັກ ຮອງຫົວໜ້າອົງການໄອຍະການສູງສຸດທີ່ໄດ້ມາເຄື່ອນ ໄຫວວຽກງານຢູ່ແຂວງອັດຕະປື ໃນຄັ້ງນີ້, ທາງຄະນະນຳຂອງແຂວງອັດຕະປື, ກໍ່ມີຄວາມຍິນດີທີ່ຈະໃຫ້ການຮ່ວມມື ແລະ.ຊຸກຍູ້ສົ່ງເສີມວຽກງານຮອບດ້ານທີ່ປິ່ນອ້ອມ ໃນຂົງເຂດໄອຍະການປະຊາຊົນ ໃຫ້ດຳເນີນໄປຢ່າງມີປະສິດທິຜົນສູງ, ພ້ອມນັ້ນ ທ່ານເລຂາພັກແຂວງອັດຕະປື ຍັງໄດ້ເນັ້ນໜັກ ຕື່ມກ່ຽວກັບພາລະບົດບາດ ຂອງອົງການໄອຍະການປະຊາຊົນຂັ້ນແຂວງທີ່ຕິດພັນກັບພະແນກການກົມກອງຂອງພາກລັດ ແລະ ຕິດພັນກັບການບໍລິການດ້ານກົດໝາຍໃຫ້ແກ່ປະຊາຊົນບັນດາເຜົ່າພາຍໃນ ແຂວງອີກດ້ວຍ.


ຂ່າວ: ມະນີວອນ