
ວັນທີ 22 ຕຸລາ 2026, ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກງານຈັດ ຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງແຜນການ 5 ປີ (2026-2030) ຂື້ນທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີ ສະຫາຍ ປອ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນທີ່ປະຊຸມ ສະຫາຍ ນາງ ດວງໄຊ ສີວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຮ່າງບົດສະຫຼຸບຜົນງານໃນໄລຍະ 5 ປີຜ່ານມາ ໂດຍວຽກງານຈັດຕັ້ງຂອງແຂວງມີຜົນງານສຳຄັນຫຼາຍດ້ານ, ດ້ານການກໍ່ສ້າງພັກ ໄດ້ປະເມີນໜ່ວຍພັກລວມ 2,951 ເທື່ອໜ່ວຍ, ໃນນັ້ນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 1,292 ເທື່ອໜ່ວຍ ເທົ່າກັບ 43.78%, ໜ່ວຍພັກແຂງ 1,383 ເທື່ອໜ່ວຍ, ໜ່ວຍພັກກາງ 270 ເທື່ອໜ່ວຍ ແລະ ໜ່ວຍພັກອ່ອນ 6 ເທື່ອໜ່ວຍ, ດ້ານການຄຸ້ມຄອງພະນັກງານ-ລັດຖະກອນ, ແຂວງມີພະນັກງານ-ລັດຖະກອນທັງໝົດ 5,194 ທ່ານ, ຍິງ 2,203 ທ່ານ, ໃນນັ້ນ ຂັ້ນແຂວງ 2,168 ທ່ານ ແລະ ຂັ້ນເມືອງ 3,026 ທ່ານ, ເພີ່ມຂຶ້ນ 719 ທ່ານ ທຽບໃສ່ປີ 2021. ພ້ອມນີ້ ໄດ້ນຳໃຊ້ລະບົບຖານຂໍ້ມູນດິຈິຕອນເຂົ້າໃນການຄຸ້ມຄອງຈຳນວນພົນ, ເງິນເດືອນ ແລະ ຂໍ້ມູນລັດຖະກອນ. ສ່ວນວຽກງານຍ້ອງຍໍຮັກຊາດ ແລະ ພັດທະນາ ໄດ້ຕິດຕາມຜົນງານ 54 ພາກສ່ວນ ແລະ ສະເໜີຍ້ອງຍໍບຸກຄົນ ແລະ ການຈັດຕັ້ງ ລວມ 34,464 ເທື່ອຄົນ.

ສຳລັບວຽກງານລົງວິໄນ, ໃນໄລຍະ 5 ປີຜ່ານມາ ໄດ້ພິຈາລະນາລົງວິໄນສະມາຊິກພັກ ແລະ ພະນັກງານລວມ 230 ສະຫາຍ, ຍິງ 51 ສະຫາຍ, ເພື່ອຮັກສາລະບຽບວິໄນ ແລະ ຍົກສູງຄຸນນະພາບການຈັດຕັ້ງ.

ສ່ວນທິດທາງແຜນການ 5 ປີ (2026-2030), ແຂວງອັດຕະປື ໄດ້ກຳນົດ 6 ວຽກງານຈຸດສຸມ ຄື: ຍົກສູງວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ, ເພີ່ມທະວີການສຶກສາອົບຮົມສະມາ ຊິກພັກ ແລະ ພະນັກງານ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄວບຄູ່ກັບການກວດກາ ແລະ ປັບປຸງກົງຈັກລັດ, ຍົກລະ ດັບຄຸນນະພາບວຽກງານພະນັກງານ ແລະ ສ້າງຖັນແຖວຜູ້ນຳທີ່ມີຄວາມຮູ້ ຄວາມສາມາດ ແລະ ຈັນຍາບັນ, ປັບປຸງກົງຈັກລະບົບການເມືອງໃຫ້ກະທັດຮັດ ໂປ່ງໃສ ແລະ ມີປະສິດທິພາບ, ແລະ ສ້າງລະບຽບການດ້ານຈັດຕັ້ງ ແລະ ການປົກຄອງຂອງແຂວງໃຫ້ເປັນລະບົບເອກະພາບ ແລະ ສອດຄ່ອງກັບແນວທາງຂອງສູນກາງ.

ກອງປະຊຸມຄັ້ງນີ້ ມີຄວາມສຳຄັນໃນການທົບທວນຜົນງານ, ຖອດຖອນບົດຮຽນ ແລະ ກຳນົດທິດ ທາງວຽກງານໃນຕໍ່ໜ້າ ເພື່ອສ້າງການຈັດຕັ້ງພັກ ແລະ ລັດໃຫ້ເຂັ້ມແຂງ ມີປະສິດທິພາບ ແລະ ທັນສະໄໝ.
ຂ່າວ: ວົງສະໄໝ