
ວັນທີ 5 ມິຖຸນາ 2026 ນີ້ ທີ່ຫ້ອງການຍຸຕິທຳ ເມືອງສາມັກຄີໄຊ, ແຂວງອັດຕະປື, ໄດ້ຈັດພິທີມອບ- ຮັບ ຫົວໜ້າຫ້ອງການຍຸຕິທຳ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ລຸນນີສັນ ທອງທິບ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຄະນະພະແນກຍຸຕິທໍາແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ແຂກຖືກເຊີນຈາກອ້ອມຂ້າງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ພູວົງ ດວງພູໄຊ ຫົວໜ້າຫ້ອງການຍຸຕິທໍາເມືອງສາມັກຄີໄຊ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕີທຳໃນໄລຍະຜ່ານມາ, ໃນນັ້ນ ໄດ້ຍົກໃຫ້ເຫັນຜົນສໍາເລັດຢ່າງຕັ້ງໜ້າ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ພ້ອມທັງວຽກງານຈຸດສຸມໃນຕໍ່ໜ້າທີ່ຈະໄດ້ພ້ອມກັນສຶບຕໍ່ຈັດຕັ້ງປະ ຕິບັດໃຫ້ເກີດມີຜົນສຳເລັດສູງ.
ຈາກນັ້ນ, ພິທີກໍ່ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ພູວົງ ດວງພູໄຊ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳ ເມືອງ (ຜູ້ເກົ່າ) ແລະ ທ່ານ ນາງ ແພງສອນ ເທບສົມບັນດິດ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ (ຜູ້ໃໝ່) ໂດຍຊ່ອງໜ້າຜູ້ເຂົ້າຮ່ວມ.

ໂອກາດດັ່ງກ່າວທ່ານ ລຸນນີສັນ ທອງທິບ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນຳຕໍ່ພິທີ, ໂດຍໄດ້ຍົກໃຫ້ເຫັນວ່າ: ການຍົກຍ້າຍສັບປ່ຽນໜ້າທີ່ຕໍາແໜ່ງເທື່ອນີ້ ບົນພື້ນຖານກໍ່ເພື່ອປະຕິບັດຕາມແນວທາງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ແລະ ລັດໃນໄລຍະໃໝ່, ດັ່ງນັ້ນ, ຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ນີ້ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕໍ່ໜ້າທີ່ການເມືອງ, ຄວາມຮັບຜິດຊອບທີ່ຖືກມອບໝາຍ,ເພີ່ມທະວີຄວາມສາມັກຄີພາຍໃນ, ສືບຕໍ່ນໍາພາວຽກງານພາຍໃນກົມກອງຂອງຕົນໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ຂ່າວ-ພາບ: ຂາວພອນ