ອັດຕະປື ສະເຫຼີມສະຫຼອງ​ 3 ວັນສໍາຄັນຂອງ ພັກ-ຂອງຊາດ ແລະ ສາກົນ.

ວັນທີ​ 5​ ມິຖຸນາ​ 2026​ ນີ້​ ແຂວງ​ອັດຕະປື​ ໄດ້​ຈັດພິທີ​ສະເຫຼີມສະຫຼອງ 3 ວັນສຳຄັນ ຂອງພັກ-ຊາດ ແລະ ສາກົນ​ ຄື: ວັນປູກຕົ້ນໄມ້​ ແຫ່ງ​ຊາດ ຄົບຮອບ 46 ປີ,​ ວັນສິ່ງ ແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງ​ຊາດ ຄົບຮອບ 27 ປີ,​ ພາຍໃຕ້ຄໍາຂັວນທີ່ວ່າ: “ເຖິິງເວລາແລ້ວ ພວກເຮົາໃສ່ໃຈຕໍ່ສະພາບພູມອາກາດໃຫ້ສົດໃສ ແລະ ສົດຊື່ນ” ຂື້ນທີ່ຫໍປະຊຸມຂອງແຂວງ, ໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີບັນດາທ່ານຄະນະນໍາຂອງແຂວງ – ເມືອງ, ພະ​ນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ນັກ​ຮຽນ, ນັກສຶກສາເຂົ້າຮ່ວມ.

ໃນພິທີ ທ່ານ ກົງໃຈ ສີດາວົງ ຫົວໜ້າພະແນກກ​ະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ລາຍ ງານໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຜັນຂະຫຍາຍນະໂຍບາຍ ແລະ ລະບຽບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງ ແວດລ້ອມ ໃຫ້ເຂົ້າສູ່ຊີວິດຕົວຈິງ ໂດຍໄດ້ສຸມໃສ່ຫຼາຍວຽກງານຈຸດສຸມ, ໄດ້ເພີ່ມທະວີການລົງກວດກາ ແລະ ຕິດ​ຕາມຜົນກະທົບຕໍ່ສິ່ງແວດລ້ອມ ຈາກບັນດາໂຄງການພັດທະນາ, ໂຮງງານອຸດສາຫະກຳປຸງແຕ່ງ ແລະ ກິດຈະການກະສິກຳຕ່າງໆ ພາຍໃນແຂວງ ຢ່າງເປັນລະບົບ ເພື່ອຮັບປະກັນໃຫ້ມີ​ການປະຕິບັດຕາມມາດຕະຖານສິ່ງແວດລ້ອມຢ່າງເຂັ້ມງວດ,​ ໄດ້ຊຸກຍູ້ການປູກຕົ້ນໄມ້ ແລະ ຟື້ນຟູປ່າໄມ້ ເພື່ອເພີ່ມເນື້ອທີ່ສີຂຽວ, ປ້ອງກັນການເຊາະເຈື່ອນຂອງດິນ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດ ໂດຍສະເພາະແມ່ນໃນເຂດອ່າງໂຕ່ງ ແລະ ເຂດໃກ້ຄຽງກັບແຫຼ່ງນ້ຳທຳມະຊາດ,​ ໄດ້ຈັດຕັ້ງຂະ ບວນການໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການ ໃຫ້ເຫັນໄດ້ເຖິງຄວາມສຳຄັນຂອງການອະນຸລັກທຳມະ​ຊາດ, ການຄຸ້ມຄອງຂີ້ເຫຍື້ອ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງກຸ້ມຄ່າ,​ ຜົນສຳ​ເລັດໃນ 1 ປີຜ່ານມາ ແມ່ນຍ້ອນຄວາມຮ່ວມມືຈາກທຸກພາກສ່ວນ, ແຕ່ພວກເຮົາກໍ່ຍັງຕ້ອງໄດ້ສືບຕໍ່ແກ້ໄຂສິ່ງທ້າທາຍບາງດ້ານ ເພື່ອເຮັດໃຫ້ແຂວງອັດ ຕະປື​ ມີສິ່ງແວດລ້ອມທີ່ສະ​ອາດ ແລະ ສີຂຽວຕະຫຼອດໄປ.

ສໍາລັບ ແຂວງອັດຕະປື​ ສະພາບຄວາມເປັນຈິງຂອງສິ່ງແວດລ້ອມທຳມະຊາດ ໃນປັດຈຸບັນ, ການຄຸ້ມຄອງປົກປັກຮັກສາສະພາບແວດລ້ອມ ເປັນຕົ້ນແມ່ນ ການຖິ້ມຂີ້ເຫຍື່ອ ຍັງມີລັກສະ​ນະແບບຊະຊາຍ ຢູ່ຕາມຄົວເຮືອນ, ຕາມເສັ້ນ​ທາງເທດສະບານ, ສະຖານທີ່ຊຸມຊົນ, ຕະຫຼາດ, ຄິວລົດອື່ນໆ.​ແນວຄິດຍັງບໍ່ທັນເປັນເຈົ້າການ, ການນໍາໃຊ້ ຖົງຢາງປາລາສະຕິກ ເຄື່ອງໃຊ້ຄົວເຮືອນ ໃນຊີວິດປະຈຳວັນ, ອີກຢ່າງໜຶ່ງ ພົນລະເມືອງເພີ້ມຂຶ້ນ ການຊົມໃຊ້ກໍ່ເພີ່ມຂື້ນເຊັ່ນກັນ, ເຮັດໃຫ້ສິ່ງເສດ ເຫຼືອ(ຂີ້ເຫຍື່ອ) ນັບມື້ເພີ່ມຂື້ນໃນປະລິມານທີ່ຫຼາຍ, ລະບົບການຈັດການຂີ້ເຫຍື່ອຍັງຖືເບົາ ບໍ່ປະຕິບັດ ຕາມຫຼັການ, ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ມີຜົນກະ​ທົບຕໍ່ສຸຂະພາບ, ພ້ອມດຽວກັນນັ້ນ ແຂວງຂອງພວກເຮົາການຈັດຕັ້ງ ພັກ-ລັດ ໄດ້ມີແນວທາງ ແລະ ນະໂຍບາຍ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງສະເໝີຕົ້ນສະເໝີປາຍ ເປັນຕົ້ນແມ່ນປະຕິ​ບັດຕາມນິຕິກຳ ເຊັ່ນ: ແຈ້ງການ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 711/ຫສນຍ, ສະບັບເລກທີ 762/ຫສນຍ, ແລະ ນິຕິ ກຳອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນນັ້ນ ກໍ່ມີການຕິດຕາມ, ກວດກາຊຸກຍູ້ໃຫ້ບັນດາໂຄງ​ການ, ຜູ້ປະກອບການກິດຈະກຳຕ່າງໆ ປະຕິບັດຕາມແຜນຄຸ້ມຄອງສິ່ງແວດລ້ອມຢ່າງເຂັ້ມງວດ ໂດຍມີນິຕິກຳ, ຄູ່ມື, ຄໍາ ແນະນໍາຕ່າງໆ ແລະ ໃຫ້ໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ພ້ອມກັນປະກອບສ່ວນ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ, ທັງນີ້ກໍ່ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄ້ອງຊັບພະຍາກອນ ທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ຂັບເຄື່ອນໃຫ້ແຂວງອັດຕະປື ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ໃນຕອນທ້າຍທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ​ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ໃນການສົ່ງເສີມຄຸນນະພາບສິ່ງແວດລ້ອມ ສໍາລັບໂຄງການລົງທຶນທີ່ມາຈັດ​ຕັ້ງປະຕິບັດໃຫ້ສອດຄອງຕາມກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະ ດໍາລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັງ ຄົມ ເພື່ອເຮັດໃຫ້ການຕິດຕາມກວດກາການຈັດຕັ້ງປະຕິບັດຂອງຜູ້ລົງທຶນໃຫ້ສອດຄ່ອງກັບການທົບທວນເອກະສານບົດສຶກສາເບື້ອງຕົ້ນ ກ່ຽວ​ກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ແຜນຄຸ້ມ​ຄອງສິ່ງ ແວດລ້ອມ ຂອງໂຄງການ (IEE ແລະ EMP).​ ພ້ອມດຽວກັນນັ້ນ ເປັນເຈົ້າການຊ່ວຍສູນກາງ ໃນການກວດກາ ຕິດຕາມໂຄງການລົງທຶນ ທີ່ຂັ້ນສູນກາງອະນຸມັດ,​ ພ້ອມທັງແນະນໍາ ແລະ ຊຸກຍູ້ ໃຫ້ເຂົ້າເຈົ້າມີພະນັກງງານສິ່ງ​ແວດລ້ອມປະຈຳໂຄງການ ເພື່ອເປັນກະບອກສຽງໃນວຽກງານດັ່ງກ່າວ ໃຫ້ແກ່ຈາກຈັດຕັ້ງພາກລັດຂອງພວກເຮົາ,​ ເປັນເຈົ້າການສືບຕໍ່ວຽກ ສີຂຽວ, ສະອາດ, ງາມຕາ ທີ່ລັດຖະບານໄດ້ຮັບຮອງແບບຟອມ ໃນການປະເມີນເລີ່ມແຕ່ສໍານັງານຫ້ອງການ ໂຮງຮຽນ, ໂຮງໝໍ,​ ຈົນຂະ​ຫຍາຍລົງໄປຮອດຂັ້ນຕາແສງ ແລະ ກຸ່ມບ້ານໃຫ້ໄດ້ຮັບການຈັດຕັ້ງປະຕິບັດ,​ ເພື່ອເປັນການສະ​ເຫຼມສະຫຼອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ ປີນີ້ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ບັນລຸເປົ້າໝາຍທີ່ວາງເອົາໄວ້, ຖືເອົາໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ດໍາເນີນການໂຄສະນາ, ປູກຈິດສໍານຶກ ແລະ ສ້າງຂະບວນການສອດຄ່ອງຕາມຄໍາຂວັນ ສະເພາະປີນີ້ ແລະ ພ້ອມກັນຫັນປ່ຽນຈິນຕະ ນາ​ການ ໄປພ້ອມໆກັບການເພີ່ມທະວີການຄຸ້ມ​ຄອງ ປົກ ປັກຮັກສາສະພາບແວດລ້ອມ, ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ ໃຫ້ບັນລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະແໜງການ, ປະ​ກອບສ່ວນໃຫ້ແກ່ແຜນພັດທະນາເສດຖະກິດ​-ສັງຄົມ 5 ປີ ຂອງແຂວງອັດຕະປື ໃຫ້ມີຄວາມຍືນຍົງ.

ໃນພິທີຍັງໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບເພື່ອປູກຈິດສຳນຶກໃຫ້ທຸກຊັ້ນຄົນໃນສັງຄົມ ຫັນມາໃສ່ໃຈບັນຫາສິ່ງແວດລ້ອມ ແລະ ຍັງໄດ້ມີການມອບໃບກຽດຕິຄຸນ ໃຫ້ແກ່ບັນດາບໍລິສັດທີ່ສະໜັບ ສະໜູນດ້ານງົບປະມານ, ອຸປະກອນຕ່າງໆ ໃຫ້ພະແນກກະສິກຳ ແລະ​ ສິ່ງແວດ​ລ້ອມ​ແຂວງ ແລະ ມອບໃບຍ້ອງຍໍໃຫ້ແກ່ສໍານັກງານອົງການພາກລັດ-ເອ​ກະຊົນ ແລະ ໂຮງຮຽນ ເປັນສີຂຽວ, ສະອາດ ງາມຕາ ຢ່າງສົມກຽດ.

ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa