ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກ 2026, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຄະນະກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ທີ່ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​

ໂດຍໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ, ປະທານສະພາບໍລິຫານ, ຮອງຜູ້ອຳນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ຈາກນັ້ນ, ຄະນະຜູ້ບໍລິຫານບໍລິສັດ ໄດ້ລາຍງານຄວາມຄືບໜ້າຂອງການດຳເນີນກິດຈະການຂຸດຄົ້ນແຮ່ທາດ, ການປົກປັກຮັກສາສະພາບສິ່ງແວດລ້ອມ, ການປະກອບສ່ວນພັດທະນາເສດຖະກິດ-ສັງ ຄົມໃນທ້ອງຖິ່ນ ລວມທັງການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນເຂດອ້ອມຂ້າງໂຄງການ.

ໂອກາດນີ້, ທ່ານ ພົນເອກ ຄຳລຽງ ອຸທະໄກ​ສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງບໍລິສັດ​ ຍາດມາໄດ້ໃນໄລຍະຜ່ານມາ,​ ພ້ອມທັງເນັ້ນໃຫ້ຄະນະບໍລິຫານ ແລະ ພາກ​ສ່ວນກ່ຽວຂ້ອງ ເອົາໃຈໃສ່ຮັກສາຄວາມສະ​ຫງົບ, ປະຕິບັດຕາມລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເຄົາລົບ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ. ພ້ອມນັ້ນ, ໃຫ້ສຸມໃສ່ຈັດຕັ້ງປະຕິບັດແຜນ ການຜະລິດ ແລະ ວຽກງານຕ່າງໆ ໃຫ້ບັນລຸຕາມຄາດໝາຍ, ເອົາໃຈໃສ່ຝຶກອົບຮົມດ້ານເຕັກນິກວິຊາ ການໃຫ້ແກ່ພະນັກງານລາວ ເພື່ອຍົກສູງຄວາມຮູ້ ແລະ ທັກສະວິຊາ ຊີບ.​ ພ້ອມທັງໄດ້ເນັ້ນໃຫ້ບໍລິ ສັດ ສືບຕໍ່ປະສານສົມທົບກັບອຳນາດການປົກຄອງແຂວງ,​ ເມືອງ ໃນການຊ່ວຍເຫຼືອ ແລະ ພັດທະ ນາພື້ນຖານໂຄງລ່າງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດໂຄງການ ໃຫ້ດີຂຶ້ນ.

ພາຍຫຼັງການພົບປະລາຍງານ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຊົມສະຖານທີ່ຂຸດຄົ້ນ, ໂຮງງານແປຮູບ ແລະ ເຂດດຳເນີນງານຕົວຈິງຂອງບໍລິສັດ ເພື່ອຮັບຊາບສະພາບການດຳເນີນງານຕົວຈິງ.
ຂ່າວ: ວິໄລສັກ ແກ້ວຫຼວງໂຄດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa