ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງວ່າການແຂວງອັດຕະປື ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງວ່າການແຂວງອັດຕະປື ຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 6 ພະຈິກ 2026 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ລິດຄໍາ ໂຮມອິນຕາ ກຳມະການພັກແຂວງ ເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ສະຫາຍ ສົມຫວັງ ນາມສີນາ ຮອງປະທານກວດກາແຂວງ, ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ຜູ້ແທນສົມບູນຈໍານວນ 80 ສະຫາຍເຂົ້າຮ່ວມ.ສະຫາຍ ລິດຄໍາ ໂຮມອິນຕາ ໄດ້ກ່າວໄຂກອງປະຊຸມ ໂດຍເນັ້ນວ່າ: ກອງປະຊຸມຄັ້ງນີ້ດໍາເນີນຂຶ້ນພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາທີ່ເຂັ້ມແຂງຂອງຄະນະພັກຮາກຖານຫ້ອງວ່າການແຂວງ ໃນການເປັນເສນາທິການ, ປະສານງານ, ບໍລິຫານ, ບໍລິການຮັບໃຊ້ທີ່ດີ ແລະ ຫັນສູ່ຄວາມທັນສະໄໝເທື່ອລະກ້າວ”. ທັງນີ້, ເພື່ອທົບທວນຄືນຜົນງານການນໍາພາ-ຊີ້ນໍາ ແລະ ການເຄື່ອນ ໄຫວວຽກງານຂອງຄະນະພັກຮາກຖານໃນໄລຍະຜ່ານມາ, ຕີລາຄາຈຸດດີ, ຈຸດອ່ອນ, ຖອດຖອນບົດຮຽນ ພ້ອມທັງກໍານົດທິດທາງ, ແຜນການ ແລະ ໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບການ ແລະ ທັນກັບການພັດທະນາໃນໄລຍະໃໝ່.

ພ້ອມນີ້, ກອງປະຊຸມຈະໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາເອກະສານສໍາຄັນ 3 ສະບັບ ຄື: ລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານສະໄໝທີ IV ແລະ ບົດສະຫຼຸບພ້ອມແຜນພັດທະນາຂະແໜງການໄລຍະ 5 ປີ 2026-2030. ນອກຈາກນັ້ນ, ຜູ້ແທນຍັງຈະໄດ້ຮ່ວມກັນປະກອບຄໍາຄິດເຫັນຕໍ່ຮ່າງເອກະສານຕ່າງໆ, ພ້ອມທັງພິຈາລະນາເລືອກຕັ້ງຄະນະພັກຮາກຖານຊຸດໃໝ່ສະໄໝທີ V ເພື່ອສືບຕໍ່ນໍາພາ-ຊີ້ນໍາການເຄື່ອນໄຫວວຽກ ງານຂອງຫ້ອງວ່າການແຂວງໃນ 5 ປີຕໍ່ໜ້າ
ສໍາລັບເນື້ອໃນການດໍາເນີນກອງປະຊຸມ, ຜູ້ແທນຈະໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງສອງພາກ, ບົດສະຫຼຸບ ແລະ ແຜນພັດທະນາວຽກງານຫ້ອງວ່າການແຂວງໃນໄລຍະ 2026-2030, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ແລະ ການປະກອບຄໍາຄິດເຫັນຂອງຜູ້ແທນຕໍ່ບັນດາເນື້ອໃນສໍາຄັນ ກ່ອນຈະດໍາເນີນການເລືອກຕັ້ງຄະນະພັກຮາກຖານຊຸດໃໝ່ເຊິ່ງມີຜູ້ລົງສະໝັກທັງໝົດ 9 ສະຫາຍ.
ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa