
ຕາມຂໍ້ມູນຂອງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ແຂວງອັດຕະປື ລາຍງານໃຫ້ຮູ້ວ່າ: ໃນວັນທີ 25 ມີຖຸນາ 2026 ທາງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ຮັບແຫຼ່ງ ຂ່າວຈາກພົນນລະເມືອງດີວ່າ ມີກຸ່ມ ຄົນຈຳນວນໜຶ່ງ ມີຜູ້ຄ້າ-ຂາຍ ແລະ ຈຳໜ່າຍ ສິງເສບຕິດ ປະເພດ ໃບກະທ້ອມ ຢູ່ບ້ານວັດຫຼວງ ແລະບ້ານຫາດຊາຍຂາວ ເມືອງໄຊເສດຖາ, ພາຍຫຼັງໄດ້ຮັບແຫຼ່ງຂ່າວແລ້ວ ທາງເຈົ້າຫນ້າທີ່ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງກວດກາ ຕິດຕາມແຫ່ງຂ່າວດັ່ງກ່າວ ແລ້ວເຫັນວ່າມີມູນຕາມຄວາມເປັນຈິງ, ຕໍ່ມາຮອດ ເວລາ 8: 30 ນາທີ ຂອງວັນດຽວກັນ ທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ທ້າວ ຊາຍພອນ ອາຍຸ 25 ປີ ຫວ່າງງານ, ບ້ານຢູ່ປະຈຸບັນວັດຫຼວງ ຄຸ້ມສີເຊົາ ເມືອງໄຊເສດຖາ, ພ້ອມເຄື່ອງຂອງກາງ ໃບກະທ້ອມນ້ຳໜັກ 2 ຂີດ ແລະ ນ້ຳຢາປະສົມ ຈຳນວນ 10 ຂວດ. ຫຼັງຈາກນັ້ນ ທາງເຈົ້າໜ້າທີ່ໄດ້ສືບຕໍ່ເຂົ້າກວດເຮືອນຂອງ ນາງ ນ້ອຍ ຜູ້ເປັນແມ່ຂອງ ທ້າວ ຊາຍພອນ ຢູ່ທີ່ບ້ານຫາດຊາຍຂາວ, ຈຶ່ງພົບເຫັນເຄື່ອງຂອງກາງປະເພດໃບກະທ້ອມ ນ້ຳໜັກ 5,8 ກິໂລ ແລະ ນ້ຳຢາປະສົມອີກຈຳນວນ 109 ຂວດ ແລະ ຢາສູບໄຟຟ້າຈຳນວນ 4 ອັນ, ທີ່ ທ້າວ ຊາຍພອນ ຊຸກເຊື່ອງໄວ້ໃນເຮືອນ.
ຜ່ານການສືບສວນ-ສອບສວນ ທ້າວ ຊາຍພອນ ແມ່ນໄດ້ຮັບສາລະພາບວ່າ ໃບກະທ້ອມ ແລະ ນ້ຳຢາປະສົມ ແລະ ຢາສູບໄຟຟ້າ ຈຳນວນດັ່ງກ່າວແມ່ນເປັນຂອງຜູ້ກ່ຽວແທ້, ນອກຈາກນັ້ນທ້າວ ຊາຍພອນຍັງຮັບສາລະພາບຕື່ມອີກວ່າຕົນເອງແມ່ນໄດ້ເຄື່ອນໄຫວຄ້າ-ຂາຍ ຈຳໜ່າຍໃບກະທ້ອມມາແຕ່ປີ 2025, ໃບກະທ້ອມທີ່ຊື້ມາຂາຍແຕ່ລະຄັ້ງແມ່ນສັ່ງຊື້ທາງອອນລາຍ ມາແຕ່ຕ່າງແຂວງ, ປະຈຸບັນທາງເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊເສດຖາ ແມ່ນໄດ້ມອບໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ໄປດຳເນີນຄະດີຕໍ່ທ້າວຊາຍພອນຕາມລະບຽບກົດໝາຍ.
ຂ່າວ: ປກສ ເມືອງໄຊເສດຖາ