
ວັນທີ 20 ພະຈິກ 2026, ເມືອງພູວົງ ແຂວງອັດຕະປື ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສື່ມວນຊົນ ຄວບຄູ່ກັບການພົບປະຊຸກຍູ້ວຽກງານຮອບດ້ານ, ເພື່ອຍົກສູງຄວາມຮູ້, ຄວາມເຂົ້າໃຈ ແລະ ຈັນຍາບັນວິຊາຊີບໃຫ້ແກ່ບຸກຄະລາກອນສື່ມວນຊົນ. ກອງປະຊຸມຈັດຂຶ້ນຢູ່ສະໂມສອນສໍານັກງານເມືອວ, ໂດຍການເປັນປະທານຂອວ ທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງ, ຫົວໜ້າຄະ ນະໂຄສະ ນາອົບຮົມແຂວງ, ມີທ່ານ ຄຳໃບ ແກ້ວມະນີ ຮອງເລຂາພັກເມືອງ ພ້ອມຄະນະນຳ ແລະ ພະນັກງານ-ລັດຖະກອນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້,ທ່ານ ກົງຈັກ ສີສະຫວາດ ໄດ້ຜ່ານເອກະສານ, ໂດຍຍົກໃຫ້ເຫັນ ວຽກງານສື່ມວນຊົນເປັນກົນໄກສຳຄັນໃນການໂຄສະນາ, ເຜີຍແຜ່ແນວທາງ, ນະໂຍບາຍ ແລະ ກົດໝາຍຂອງພັກ- ລັດ ໄປສູ່ສັງຄົມ, ທັງເປັນຂົວຕໍ່ເຊື່ອມໂຍງລະຫວ່າງພັກ-ລັດ ກັບປະຊາຊົນ, ໂດຍມີບົດບາດໃນການສະທ້ອນຄວາມຄິດເຫັນ, ຄວາມມຸ່ງມາດປາຖະໜາ ແລະ ສະພາບຕົວຈິງຂອງປະຊາຊົນຄືນສູ່ພັກ-ລັດ, ປະ ກອບສ່ວນສ້າງຄວາມເຂົ້າໃຈ, ຮັກສາຄວາມສະຫງົບ ແລະ ສະຖຽນລະພາບຂອງສັງຄົມ.ພ້ອມນີ້, ຍັງໄດ້ຍົກເນື້ອໃນສຳຄັນຂອງມະຕິກົມການເມືອງສູນກາງພັກ ສະບັບເລກທີ 36/ກມສພ, ລົງວັນທີ 19 ມິຖຸນາ 1993; ມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ແລະ ມະຕິ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ໄດ້ ກ່າວວ່າ: “ເອົາໃຈໃສ່ນໍາພາ- ຊີ້ນໍາວຽກງານ ຖະແຫຼງຂ່າວ ແລະ ສື່ມວນຊົນ ໃຫ້ມີການເຄື່ອນໄຫວແຂງແຮງ, ແຫຼມຄົມ ແລະ ທັນການກວ່າເກົ່າ; ເພື່ອເປັນທິດທາງໃນການຊຸກຍູ້ວຽກງານສື່ມວນຊົນທຸກຮູບແບບໃຫ້ເຄື່ອນໄຫວຢ່າງມີປະສິດທິພາບ, ທັນການ, ມີຄວາມຮັບຜິດຊອບ ແລະ ສອດຄ່ອງກັບທິດທາງການພັດທະນາຂອງປະເທດ, ພ້ອມທັງຮ່ວມກັນປົກປັກຮັກສາ, ສືບທອດ ແລະ ເສີມສ້າງຮີດຄອງປະເພນີອັນດີງາມຂອງຊາດ.
ສຳລັບຈັນຍາບັນສື່ມວນຊົນໃນໄລຍະໃໝ່ ຈຳນວນ 6 ຂໍ້, ໄດ້ເນັ້ນໃຫ້ນັກຂ່າວ-ນັກຂຽນຍຶດໝັ້ນຄວາມຊື່ສັດ, ຮອບຄອບໃນການລາຍງານຂ່າວ, ບໍ່ສ້າງ ຫຼື ເຜີຍແຜ່ຂ່າວປອມ, ຄຳນຶງເຖິງຜົນປະ ໂຫຍດຂອງປະຊາຊົນ ແລະ ຊາດ, ຮັກສາຄວາມເປັນມືອາຊີບ, ເຄົາລົບສິດທິສ່ວນບຸກຄົນ, ປົກ ປ້ອງແຫຼ່ງຂ່າວ ແລະ ບໍ່ສວຍໃຊ້ຕຳແໜ່ງໜ້າທີ່ເພື່ອກະທຳຜິດຕໍ່ກົດໝາຍ.

ການຈັດກອງປະຊຸມຄັ້ງນີ້ ຈະເປັນພື້ນຖານສຳຄັນໃຫ້ບຸກຄະລາກອນສື່ມວນຊົນມີຄວາມຮູ້, ຄວາມເຂົ້າໃຈໃນກົດໝາຍ ແລະ ຈັນຍາບັນວິຊາຊີບຫຼາຍຂຶ້ນ, ສາມາດປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍົກສູງຄຸນນະພາບການຜະລິດ ແລະ ເຜີຍແຜ່ຂ່າວສານທີ່ຖືກຕ້ອງ, ທັນສະຖານະການ ແລະ ເປັນປະໂຫຍດແກ່ສັງຄົມ.
ຂ່າວ: ສ.ໄຊຄຳສອນ