ພາສີອັດຕະປື ເກັບລາຍຮັບ 10 ເດືອນໄດ້ກວ່າ 283 ຕື້ກີບ ລື່ນແຜນ 16.33%.

ໄລຍະ 10 ເດືອນຂອງປີ 2026, ພາສີປະຈຳແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມາໄດ້ທັງໝົດ 283.12 ຕື້ກີບ, ລື່ນແຜນການ 39.75 ຕື້ກີບ ຫຼື ເທົ່າກັບ 16.33% ຂອງແຜນ ການ 10 ເດືອນ ແລະ ເພີ່ມຂຶ້ນ 49.26% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ທ່ານ ແສງເພັດ ສີສຸລາດ ຫົວໜ້າພາສີປະຈຳແຂວງອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງໃນວັນທີ 20 ພະຈິກ 2026 ນີ້ວ່າ: ໃນປີ 2026 ພາສີປະຈຳແຂວງ ແລະ ດ່ານພາສີສາກົນພູເກືອ ໄດ້ຮັບມອບໝາຍແຜນລາຍຮັບປະຈຳປີ 295 ຕື້ກີບ, ແຜນດັດແກ້ 305 ຕື້ກີບ ແລະ ແຜນ 10 ເດືອນ 243,375 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດ ສາມາດເກັບລາຍຮັບໄດ້ 283 ກວ່າຕື້ກີບ, ທຽບໃສ່ແຜນປະຈຳປີ ປະຕິບັດໄດ້ 95.97% ແລະ ແຜນດັດແກ້ປະຕິບັດໄດ້ 92.82%.
ສຳລັບລາຍຮັບຈາກສິນຄ້ານຳເຂົ້າທີ່ສຳຄັນ ປະກອບມີ ສິນຄ້າອື່ນໆ 120,982 ຕື້ກີບ, ພາຫະນະ 52,885 ຕື້ກີບ, ເຄື່ອງກໍ່ສ້າງ 40,551 ຕື້ກີບ, ນ້ຳມັນເຊື້ອໄຟ 15,804 ຕື້ກີບ, ອາໄຫຼ່ຕ່າງໆ 14,909 ຕື້ກີບ, ເຄື່ອງໄຟຟ້າ 9,763 ຕື້ກີບ ແລະ ຄ່າຊັກພິເສດສິນຄ້າສົ່ງອອກ 6,334 ຕື້ກີບ.
ຄຽງຄູ່ກັບການຈັດເກັບລາຍຮັບ ຂະແໜງພາສີຍັງໄດ້ເພີ່ມທະວີການກວດກາ ແລະ ສະກັດກັ້ນການລັກລອບໜີພາສີ ໂດຍໃນໄລຍະ 10 ເດືອນ ສາມາດກວດພົບຄະດີທາງພາສີໄດ້ 1,182 ຄະດີ ມູນຄ່າປະມານ 32,483 ຕື້ກີບ ແລະ ສາມາດສະສາງໄດ້ຄົບທັງໝົດ. ຈາກການສະສາງຄະດີ ສາມາດເກັບຄ່າພາສີ-ອາກອນໄດ້ 38,188 ຕື້ກີບ ແລະ ຄ່າປັບໄໝ 12,414 ຕື້ກີບ, ລວມມູນຄ່າທີ່ມອບເຂົ້າງົບປະມານ 50,602 ຕື້ກີບ.
ສ່ວນການຕິດຕາມ ແລະ ກວດກາການນຳເຂົ້ານ້ຳມັນເຊື້ອໄຟຜ່ານດ່ານພາສີສາກົນພູເກືອ ມີປະລິມານທັງໝົດ 3.370.307 ລິດ ມູນຄ່າ 76,615 ຕື້ກີບ, ສາມາດເກັບຄ່າພາສີ-ອາກອນ ແລະ ຄັງແຮໄດ້ 16,415 ຕື້ກີບ. ຂະນະທີ່ນ້ຳມັນທີ່ຂົນຍ້າຍມາຈາກຕ່າງແຂວງເພື່ອຊົມໃຊ້ພາຍໃນແຂວງ ມີຈຳນວນ 26,939,290 ລິດ, ໃນນັ້ນ ເປັນນ້ຳມັນກາຊວນ 24,069,490 ລິດ ແລະ ນ້ຳມັນແອັດຊັງ 2,869,800 ລິດ.
ນອກນີ້ ການນຳເຂົ້າ-ສົ່ງອອກທີ່ໄດ້ຮັບການຍົກເວັ້ນພາສີ-ອາກອນໃນໄລຍະ 9 ເດືອນ ມີມູນຄ່າລວມ 318,28 ລ້ານໂດລາສະຫະລັດ ຫຼື ປະມານ 7,048 ຕື້ກີບ, ຄິດເປັນມູນຄ່າພາສີ-ອາກອນທີ່ຍົກເວັ້ນ 172.52 ຕື້ກີບ. ໃນນັ້ນ ການສົ່ງອອກມີມູນຄ່າ 276.22 ລ້ານໂດລາ ເພີ່ມຂຶ້ນ 44.23% ສ່ວນການນຳເຂົ້າມີມູນຄ່າ 42.06 ລ້ານໂດລາ ຫຼື ປະມານ 929.65 ຕື້ກີບ.

ທ່ານ ແສງເພັດ ສີສຸລາດ ກ່າວອີກວ່າ: ໃນຕໍ່ໜ້າ ພາສີປະຈຳແຂວງ ຈະສືບຕໍ່ຍົກສູງປະສິດທິພາບການຄຸ້ມຄອງ ແລະ ຈັດເກັບລາຍຮັບໃຫ້ຖືກຕ້ອງ ຄົບຖ້ວນ ແລະ ທັນກຳນົດເວລາ, ພ້ອມທັງເພີ່ມທະວີການກວດກາຕາມສາຍທາງ ແລະ ຈຸດສ່ຽງຕ່າງໆ, ເນັ້ນການກວດກາສິນຄ້າທີ່ມີຄວາມສ່ຽງສູງ ເຊັ່ນ ນ້ຳມັນເຊື້ອໄຟ, ນ້ຳມັນຫຼໍ່ລື່ນ, ສິນຄ້າອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ໄຟຟ້າ.
ພ້ອມກັນນີ້ ຈະປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ປກສ, ປກຊ ແລະ ອົງ ການປົກຄອງທ້ອງຖິ່ນ ໃນການກວດກາ ແລະ ປາບປາມການລັກລອບໜີພາສີ, ເລັ່ງສະສາງຄະດີໃຫ້ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ ແນໃສ່ສ້າງລະບົບຄຸ້ມຄອງພາສີໃຫ້ເຂັ້ມແຂງ ຄວບຄູ່ກັບການອຳນວຍຄວາມສະດວກແກ່ການຄ້າ ແລະ ການລົງທຶນ ພ້ອມຮັກສາຜົນປະໂຫຍດຂອງລັດ.
ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa