ອັດຕະປື ເປີດນຳໃຊ້ 2 ລະບົບດິຈິຕອນ ຍົກລະດັບການເກັບລາຍຮັບ ແລະ ເບີກຈ່າຍງົບປະ ມານລັດ.

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ຂື້ນໃນວັນທີ 19 ພະຈິກ 2026 ທີ່ຫໍປະຊຸມໃຫຍ່ແຂວງ. ໂດຍມີ ທ່ານ ປອ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີຕາງໜ້າບັນດາພາກສ່ວນລັດຂັ້ນແຂວງ-ເມືອງ ແລະ ຫົວໜ່ວຍທຸລະ ກິດເຂົ້າຮ່ວມ.


ພາຍໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນຳກ່ຽວກັບຈຸດປະສົງ, ຂອບເຂດ, ເປົ້າໝາຍ ແລະ ວິທີການນຳໃຊ້ສອງລະບົບດັ່ງກ່າວ ພ້ອມທັງການສາທິດ ແລະ ຕິດຕັ້ງລະບົບເພື່ອກຽມ ພ້ອມນຳໃຊ້. ນອກນີ້ ຍັງໄດ້ຮັບຟັງບົດຮຽນຈາກການທົດລອງນຳໃຊ້ລະບົບຢູ່ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ແລະ ຊັກຖາມຂໍ້ຂ້ອງໃຈ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ການຄຸ້ມຄອງ ກໍຄືການນຳໃຊ້ລະບົບໃຫ້ຖືກຕ້ອງ ແລະ ເກີດປະສິດທິຜົນ.

ໃນໂອກາດນີ້ ທ່ານ ປອ ສາຍມະໂນລິນ ສິນບັນດິດ ໃຫ້ຮູ້ວ່າ: ການເປີດນຳໃຊ້ລະບົບ E-Tax Invoice ແລະ D-Filing, ໃນຄັ້ງນີ້ ແມ່ນການຜັນຂະຫຍາຍນິຕິກຳ ແລະ ນະໂຍບາຍຂອງພັກ- ລັດຖະບານ ໃນການພັດທະນາວຽກງານການເງິນໃຫ້ທັນສະໄໝ ໂດຍສຸມໃສ່ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດໃຫ້ມີຄວາມວ່ອງໄວ, ມີປະສິດທິພາບ, ໂປ່ງໃສ ແລະ ສາມາດກວດສອບໄດ້. ທ່ານກ່າວຕື່ມວ່າ: ການນຳໃຊ້ລະບົບ E-Tax Invoice ບໍ່ພຽງແຕ່ຊ່ວຍຫັນປ່ຽນວຽກງານການຈັດເກັບລາຍຮັບຂອງລັດໃຫ້ເປັນດິຈິຕອນເທົ່ານັ້ນ ແຕ່ຍັງຊ່ວຍອຳ ນວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດ ໃນການຈັດການ ແລະ ຕິດຕາມກວດສອບຂໍ້ມູນບັນຊີໄດ້ຢ່າງເປັນລະບົບ ອັນຈະປະກອບສ່ວນຍົກລະດັບການຄຸ້ມຄອງການເງິນຂອງພາກລັດໃຫ້ມີຄວາມທັນສະໄໝຍິ່ງຂຶ້ນ.
ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa