ຖະແຫຼງ: ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V.

ໃນຕອນບ່າຍວັນທີ 19 ພະຈິກ 2026 ນີ້, ທ່ານ ພົງສະຫວັນ ພົມມະວົງ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ໄດ້ຖະແຫຼງຕໍ່ສື່ມວນຊົນກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ V ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24-26 ພະຈິກ 2026 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ເຊິ່ງຈະໃຊ້ເວລາທັງໝົດ 03 ວັນ ເພື່ອພິຈາລະນາ, ຕົກລົງບັນຫາສໍາຄັນ ຂອງແຂວງ ດັ່ງນີ້:

1. ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງປະທານຄະນະກຳມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຂັ້ນແຂວງ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027;

2. ພິຈາລະນາ, ຮັບຮອງເອົາ ບົດລາຍງານແຜນປະຕິບັດໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027 – 2030 ຂອງແຂວງອັດຕະປື;

3. ພິຈາລະນາ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການເຄື່ອນໄຫວວຽກງານປະຈຳປີ 2027; ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ ປະຈໍາພາກໃຕ້;

4. ພິຈາລະນາ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຂອງອົງການກວດກາລັດແຂວງ;

5. ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງສານປະຊາຊົນແຂວງ;

6. ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງອົງການໄອຍະການປະຊາຊົນແຂວງ;

7. ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ຂອງສະພາປະຊາຊົນແຂວງ;

ນອກນີ້, ກອງປະຊຸມ. ຍັງຈະໄດ້ຮັບຟັງການລາຍງານຊີ້ແຈງຂອງພາກສ່ວນທີ່ກ່ຽວຂ້ອງຕໍ່ຄໍາຊັກຖາມຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງ ໂດຍສະເພາະລາຍຮັບຈາກພາສີທີ່ດິນ , ຄ່າເຊົ່າ-ສໍາປະທານ, ຄ່າຊັບພະຍາກອນທຳມະຊາດຈາກໂຄງການກະສິກຳ, ແຮ່ທາດ ແລະ ພະລັງງານໄຟຟ້າ, ແລະ ຄ່າ ທໍານຽມທາງ ໃນໄລຍະຜ່ານມາ; ການຈັດຕັ້ງປະຕິບັດການຍະນຸຍາດໃຫ້ເຊົ່າ, ສຳປະທານທີ່ດິນຂອງລັດພາຍໃນແຂວງ ໂດຍສະເພາະໂຄງການທີ່ ອະນຸຍາດແລ້ວບໍ່ປະຕິບັດຕາມສັນຍາ, ບໍ່ດໍາເນີນຕາມແຜນການ ຫຼື ເອົາໃບສໍາປະທານໄປຊື້-ຂາຍ ຫຼື ໂອນຕໍ່? ລາຍງານການແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້, ການຄຸ້ມຄອງການຂຸດຄົ້ນ ແລະ ທ້ອນໂຮມໄມ້ເຂດໂຄງການຟື້ນຟູປ່າໄມ້ ແລະ ເຂດແລວສາຍສົ່ງໄຟຟ້າແຮງສູງ; ການຄ້ານອກລະບົບທຸກພາກສ່ວນ, ສ້າງການແຂ່ງຂັນທຸລະກິດທີ່ບໍ່ເປັນທຳ ແລະ ຍັງຖ່ວງດຶງ ການສົ່ງເສີມການຜະລິດພາຍໃນແຂວງຕາມທິດ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; ການຄວບຄຸມນໍ້າໜັກລົດບັນທຸກເກີນກຳນົດ ໃນປັດຈຸບັນ ແລະ ເກັບລາຍຮັບຈາກການປັບໃໝໄດ້; ການຄຸ້ມຄອງໂຄງການກໍ່ສ້າງສ້ອມແປງເສັ້ນທາງໃຫ້ໄດ້ຕາມມາດຕະຖານເຕັກນິກ ວິຊາການ, ໄລຍະ ຜ່ານມາເຫັນວ່າ ຄຸນນະພາບເສັ້ນທາງຕໍ່າ, ເປ່ເພກ່ອນກຳນົດສັນຍາ ໄດ້ມີການກວດກາໜ້າວຽກ ແລະ ວັດສະດຸກໍ່ສ້າງ ແນວໃດ ເພື່ອໃຫ້ເສັ້ນທາງມີຄຸນນະພາບດີ, ໃຊ້ທົນທານ ເມື່ອທຽບກັບມູນຄ່າໂຄງການໃຫ້ສົມຄູ່ກັນ; ການຂະຫຍາຍສາຂາໂຮງຮຽນຊົນເຜົ່າໄປສູ່ເຂດຊົນນະບົດຫ່າງໄກ ເພື່ອອໍານວຍຄວາມສະດວກແກ່ ນັກຮຽນ ສາມາດສ້າງແຮງຈູງໃຈ ແລະ ແກ້ໄຂບັນຫາການປະລະການຮຽນ, ການຈັດຕັ້ງປະຕິບັດວຽກງານສົ່ງເສີມການສຶກສາໄລຍະສັ້ນ ແລະ ໄລຍະຍາວຂອງແຂວງ ໄດ້ມີການວາງ ແລະ ສາມາດປະເມີນສະພາບລວມຂອງໂຮງຮຽນໃນທົ່ວແຂວງ (ຈໍານວນໂຮງຮຽນ ແຕ່ຊັ້ນອະນຸບານ ຮອດຊັ້ນມັດທະຍົມມີຈັກແຫ່ງ. ໃນນັ້ນ, ມີໂຮງຮຽນທີ່ໄດ້ມາດຕະຖານ ຕາມຂໍ້ຕົກລົງ ວ່າ ດ້ວຍມາດຕະຖານ ຂອງໂຮງຮຽນທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກໄດ້ຈັກແຫ່ງ); ການຈັດຕັ້ງປະຕິບັດການແກ້ໄຂໜີ້ສິນຄຸມເຄືອ ຂອງໂຮງໝໍແຕ່ລະແຫ່ງ, ມາດຕະການ ແລະ ວິທີການແກ້ໄຂການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນແກ່ເດັກ ເຫັນວ່າບໍ່ບັນລຸຄາດໝາຍ;ການບໍລິຫານຄະດີໃນການ ພິຈາລະນາແກ້ໄຂຄະດີແນວໃດ ໃນໄລຍະ 4 ເດືອນ ສາມາດແກ້ໄຂຄະດີໄດ້ 164 ເລື່ອງ.

ພ້ອມດຽວກັນນີ້, ທ່ານ ພົງສະຫວັນ ພົມມະວົງ ຍັງກ່າວຕື່ມວ່າ: ເພື່ອເປີດໂອກາດໃຫ້ສັງຄົມຊາວແຂວງອັດຕະປື ມີສ່ວນຮ່ວມໃນໄລຍະດໍາເນີນກອງປະຊຸມ, ຫ້ອງວ່າການສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຄຳສະເໜີ ຂອງປະຊາຊົນຜ່ານໂທລະສັບສາຍດ່ວນ 036 156 ແຕ່ວັນທີ 24 ເຖິງວັນທີ 26 ພະຈິກ 2026 ໃນໂມງລັດຖະການ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ທີ່ມີຄວາມສົນໃຈຈະສົ່ງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຂອງຕົນ ໄປຍັງກອງປະຊຸມສະພາປະຊາຊົນແຂວງ.

ຂ່າວ: ວິນັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa