ຄະນະກໍາມະການຄຸ້ມຄອງໄພພິບັດ ແຂວງອັດຕະປື ໄດ້ຮັບເຄື່ອງຊ່ວຍເຫຼືອວຽກຄຸ້ມຄອງໄພພິບັດ.

ບໍລິສັດ ເຂື່ອນໄຟຟ້າ ເຊກະໝານ 1 ໄດ້ມອບເຄື່ອງຊ່ວຍເຫຼືອວຽກງານຄຸ້ມຄອງໄພພິບັດ ປະເພດ: ເຮືອຈຳນວນ 10 ລຳ, ຈັກເຮືອ 10 ເຄື່ອງ ແລະ ເສື້ອຊູຊີບ 200 ຜືນ, ມູນຄ່າລວມ 381 ກວ່າລ້ານກີບ, ມອບໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ເພື່ອນຳໄປແຈກຢາຍຕໍ່ໃຫ້ບ້ານທີ່ຢູ່ລຸ່ມເຂື່ອນໄຟຟ້າ ເຊກະໝານ 1. ຄື: ເມືອງຊານໄຊ ມີ ບ້ານຕາດກຸ່ມ, ບ້ານໃໜ່ນາກອກ ແລະ ບ້ານຫີນດໍາດອນແຄນ, ເມືອງໄຊເສດຖາ ມີ ບ້ານບ້ານໄຊສີ, ບ້ານວັດຫຼວງ, ບ້ານວັດທາດ, ບ້ານຕວຍ ແລະ ບ້ານສົມໂຄດ, ເມືອງສາມັກຄີໄຊ ມີ ບ້ານເຊຂະໜານ ແລະ ບ້ານສາມັກຄີ.

ພິທີມອບ-ຮັບ ໄດ້ຈັດຂື້ນໃນວັນທີ 24 ກໍລະກົດ 2026 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມອບໂດຍ ທ່ານ ຝ້າມວັນຖຸ່ຍ ຫົວໜ້າຂະແໜງເຕັກນິກ ບໍລິສັດເຂືອນໄຟຟ້າ ເຊກະ ໜານ 1 ແລະ ຮັບໂດຍ ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ໂດຍມີຂະ ແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມ.

ການມອບອຸປະກອນເທື່ອນີ້ ເປັນການເພີ່ມຄວາມພ້ອມໃນການຮັບມື ແລະ ຊ່ວຍເຫຼືອປະຊາຊົນໃນຍາມເກີດສະຖານະການສຸກເສີນ ຫຼື ໄພພິບັດ(ນໍ້າຖ້ວມ) ແລະ ສະແດງເຖິງຄວາມຮັບຜິດຊອບຕໍ່ສັງ ຄົມຂອງບໍລິສັດ ເຂື່ອນໄຟຟ້າ ເຊກະໝານ 1 ທີ່ໃຫ້ຄວາມສຳຄັນຕໍ່ການປ້ອງກັນ ແລະ ບັນເທົາໄພພິ ບັດ ພ້ອມທັງສ້າງຄວາມອຸ່ນໃຈໃຫ້ແກ່ປະຊາຊົນ ໃນເຂດສ່ຽງ(ລຸ່ມເຂື່ອນ) ເພື່ອໃຫ້ສາມາດຮອງຮັບ ແລະ ຮັບມືກັບເຫດການສຸກເສີນໄດ້ຢ່າງທັນການ.

ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa