
ວັນທີ 18 ພະຈິກ 2026 ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາ ຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ແລະ ວາງທິດທາງສ້າງແຜນໄລຍະ 2026-2030, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະພັກ, ຄະນະນໍາ, ພະນັກງານ-ລັດຖະກອນ, ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງເຂົ້າຮ່ວມ.

ກອງປະຊຸມທ່ານ ກົງຈັກ ສີສະຫວາດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານໄລຍະ 2021-2025 ເຊິ່ງໄດ້ສະທ້ອນໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ຜ່ານມາ ຄະນະພັກ ແລະ ຄະນະນຳຄະນະໂຄສະນາອົບຮົມແຂວງ ໄດ້ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ກວດກາການເໜັງຕີງຂອງພະນັກງານຢ່າງໃກ້ຊິດ. ໃນນີ້ ການຈັດຕັ້ງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ບັນດາເປົ້າໝາຍທີ່ນອນໃນແຜນກໍານົດພະນັກງານນໍາພາຈໍານວນໜຶ່ງໄດ້ຮັບການຄົ້ນຄວ້າຍົກຍ້າຍ, ສັບປ່ຽນບ່ອນປະຈໍາການ ແລະ ແຕ່ງຕັ້ງເລື່ອນຕໍາແໜ່ງຕາມລະບຽບການ ແລະ ສົ່ງໄປກໍ່ສ້າງ-ບໍາລຸງຍົກລະດັບດ້ານວິຊາສະເພາະ ແລະ ທິດສະດີການເມືອງ ແລະ ຫັນລົງກໍ່ສ້າງຮາກຖານການເມືອງລະອຽດມີດັ່ງນີ້: ການຄົ້ນຄວ້າແຕ່ງຕັ້ງເລື່ອນຕໍາແໜ່ງ ຫົວໜ້າຄະນະ ເປົ້າໝາຍໃໝ່ 3 ສະຫາຍ, ປະຕິບັດໄດ້ 1 ສະຫາຍ, ຮອງຫົວໜ້າຄະນະ ເປົ້າໝາຍໃໝ່ 3 ສະຫາຍ, ປະຕິບັດໄດ້ 1 ສະຫາຍ, ຫົວໜ້າຂະແໜງ ເປົ້າໝາຍໃໝ່ 2 ສະຫາຍ, ປະຕິບັດໄດ້ 1 ສະຫາຍ, ຮອງຫົວໜ້າຂະແໜງ ເປົ້າໝາຍໃໝ່ 3 ສະຫາຍ, ປະຕິບັດໄດ້ 1 ສະຫາຍ, ການຍົກຍ້າຍ ແລະ ສັບປ່ຽນໜ້າທີ່ບ່ອນປະຈໍາການ ທັງໝົດມີ 6 ສະຫາຍ, ຍິງ 4 ສະຫາຍ, ຍົກຍ້າຍໄປຂະແໜງການອື່ນພາຍໃນແຂວງມີ 1 ສະຫາຍ, ຕໍາແໜ່ງບໍລິຫານປະເພດ 6,ສັບປ່ຽນໜ້າທີ່ບ່ອນປະຈໍາການ ມີ 6 ສະຫາຍ, ຕໍາແໜງບໍລິຫານປະເພດ 5 ມີ 2 ສະຫາຍ, ຍິງ 1 ສະຫາຍ, ຕໍາແໜ່ງບໍລິຫານປະເພດ 6 ມີ 2 ສະຫາຍ, ຍິງ 1 ສະຫາຍ, ຕໍາແໜ່ງບໍລິຫານປະເພດ 8 ມີ 1 ສະຫາຍ, ຍິງ 1 ສະຫາຍ, ບໍາລຸງຍົກລະດັບທິດສະດີການເມືອງຂັ້ນຕ່າງໆຈໍານວນ 4 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນ ຂັ້ນຕົ້ນ 3 ສະຫາຍ, ຍິງ 1 ສະຫາຍ, ຂັ້ນກາງ 1 ສະຫາຍ, ອົບຮົມຫົວຂໍ້ຕ່າງໆຈໍານວນ 6 ສະຫາຍ, ໃນນັ້ນ ອົບຮົມໄລຍະ 3 ເດືອນວຽກງານໂຄສະນາຢູ່ຕ່າງປະເທດຈໍານວນ 4 ສະຫາຍ; ອົບຮົມກົດໝາຍ 45 ວັນ ຈໍານວນ 2 ສະຫາຍ, ອົບຮົມວຽກງານການທະຫານ 1 ສະຫາຍ, ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ທ້ອງຖິ່ນຮາກຖານ ຈໍານວນ 11 ສະຫາຍ, ຍິງ 4 ສະຫາຍ.
ພ້ອມນີ້ ຍັງໄດ້ຜ່ານທິດທາງ ແຜນການສ້າງແຜນກຳນົດພະນັກງານໄລຍະ 2026-2030 ເພື່ອກະກຽມບຸກຄະລາກອນສືບທອດປ່ຽນແທນໃນແຕ່ລະຂັ້ນໃຫ້ມີຄວາມພ້ອມ, ຕໍ່ເນື່ອງ ແລະ ມີຄຸນ ນະພາບ.

ໃນກອງປະຊຸມຍັງໄດ້ເຊື່ອມຊຶມເອກະສານ, ຄຳແນະນຳ ແລະ ມະຕິຕົກລົງຂອງຂັ້ນເທິງ ກ່ອນດຳເນີນການທາບທາມບຸກຄະລາກອນ ໂດຍການແຈກຢາຍບັດ ແລະ ປ່ອນບັດທາບທາມຕັ້ງແຕ່ຮອບທີ 1 ຫາຮອບທີ 3 ດ້ວຍບັນຍາກາດປະຊາທິປະໄຕ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບ.

ໂອກາດນີ້ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຍົກສູງສະຕິຄວາມຮັບຜິດ ຊອບ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ແລະ ຖືເອົາ 4 ຈຸດສຸມສຳຄັນໃນການຄັດເລືອກພະນັກງານເຂົ້າໃນແຜນກຳນົດ ຄື: ຮັບປະກັນມາດຕະຖານລວມ ແລະ ສະເພາະ; ຄັດເລືອກຢ່າງໂປ່ງໃສ, ພາວະວິໄສ ແລະ ຄຳນຶງເຖິງໂຄງປະກອບເພດ, ເຜົ່າ ແລະ ອາຍຸ; ພິຈາລະນາບຸກຄະລາກອນທີ່ມີປະສົບການ ແລະ ປະຕິບັດໜ້າທີ່ຢູ່ຂະແໜງການນັ້ນມາແລ້ວຢ່າງໜ້ອຍ 5 ປີ; ພ້ອມທັງໃຫ້ພະນັກງານມີຄວາມຮັບຜິດຊອບໃນການລົງຄະແນນສຽງ ໃຫ້ຖືກຕ້ອງຕາມລະບຽບການ.

ກອງປະຊຸມຍັງໄດ້ດຳເນີນການປ່ອນບັດທາບທາມ ເພື່ອຄັດເລືອກບຸກຄະລາກອນເຂົ້າໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຮອບທີ I, II ແລະ III ຕາມຂັ້ນຕອນທີ່ກຳນົດ, ເພື່ອເປັນພື້ນຖານໃນການສ້າງແຜນກຳນົດພະນັກງານໄລຍະ 2026-2030 ໃຫ້ມີຄຸນນະພາບ ແລະ ສາມາດຕອບສະໜອງຕໍ່ວຽກງານນຳພາ-ຄຸ້ມຄອງໃນຕໍ່ໜ້າ.
ຂ່າວ: ມະນີວອນ