
ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VI ຂອງໜ່ວຍພັກຄະນະໂຄສະນາອົບຮົມ ແຂວງອັດ ຕະປື ໄດ້ຈັດຂື້ນ ແລະ ສໍາເລັດລົງຢ່າງສະຫງ່າງາມ ໃນວັນທີ 14 ພຶດສະ ພາ 2026, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງອັດຕະປື ເທື່ອນີ້ ດໍາເນີນໄປພາຍໃຕ້ຄໍາຂວັນທີ່ວ່າ: “ຍົກສູງວຽກງານການເມືອງ-ແນວຄິດ, ຕິດພັນກັບການໂຄສະນາຢ່າງຫຼາກຫຼາຍ, ເສີມຂະ ຫຍາຍ ມູນເຊື້ອຄວາມສາມັກຄີ ແລະ ເປັນເສນາ ທິການທີ່ດີໃຫ້ແກ່ຄະນະພັກຂັ້ນເທິງ”.

ເຊິ່ງກອງປະຊຸມດໍາເນີນໄປດ້ວຍບັນຍາກາດ ທີ່ເຕັມໄປດ້ວຍຄວາມຮັບຜິດຊອບສູງຂອງຄະນະໜ່ວຍພັກ ແລະ ສະມາຊິກພັກ. ພ້ອມດຽວກັນນັ້ນຢູ່ໃນວາລະສໍາຄັນຂອງກອງປະຊຸມ ບັນດາສະຫາຍສະມາຊິກພັກ ສົມບູນ ຈໍານວນ 30 ສະຫາຍ, ຍິງ 9 ສະຫາຍ, ໄດ້ເປັນເອກະພາບສູງພ້ອມກັນຮັບຮອງເອົາບົດລາຍງານການເມືອງທັງສອງພາກ, ຮັບຮອງເອົາແຜນພັດທະນາວຽກງານຄະນະໂຄສະນາອົບຮົມ ໄລຍະ 5 ປີຕໍ່ໜ້າ (2026-2030), ພ້ອມທັງຮັບຮອງເອົາບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກຊຸດເກົ່າ.

ກອງປະຊຸມ ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກ ຊຸດໃໝ່, ມີຜູ້ສະໝັກ 5 ສະຫາຍ ຍິງ 1 ສະຫາຍ ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນຮັບຮອງເອົາ ສະຫາຍ ກົງຈັກ ສີສະຫວາດ ເປັນເລຂາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງອັດຕະປື ຊຸດໃໝ່ ສະໄໝທີ VI, ເລືອກເອົາ ສະຫາຍ ຊິບພະໄຊ ວົງປະເສີດ ເປັນຮອງເລຂາ ທັງເປັນປະທານກວດກາໜ່ວຍພັກ ແລະ ເລືອກເອົາສະຫາຍ ສຸລິຍັນ ດວງປັນຍາ ເປັນຄະນະໜ່ວຍພັກ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນາງມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຍັງໄດ້ມີຄໍາເຫັນໂອ້ລົມ ໂດຍໃຫ້ທິດຊີ້ນໍາໃຫ້ຄະນະໜ່ວຍພັກຊຸດໃໝ່ ຈົ່ງສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໃຫ້ມີຜົນສໍາເລັດ, ສືບຕໍ່ຄົ້ນຄວ້າໂຄສະນາເຜີຍແຜ່ເຊື່ອມຊືມແນວທາງນະໂຍບາຍຂອງພັກ ໃຫ້ມີຫຼາຍຮູບຫຼາຍສີ ໂດຍຜ່ານພາຫະນະສື່ມວນຊົນ, ສືບຕໍ່ປັບປຸງກົງຈັກການຈັດຕັັ້ງພັກ ໃຫ້ເຂົ້າສູ່ລະບົບຕາມຫຼັກການຂອງພັກ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ ເອົາໃຈໃສ່ໃນການເຮັດວຽກໃຫ້ລວມສູນປະຊາທິປະໄຕ, ມີຄວາມສາມັກຄີ ໃຫ້ແໜ້ນແຟ້ນ, ສືບຕໍ່ນໍາພາ-ຊີ້ນໍາການປັບປຸງກົງຈັກຂອງລັດ ໃຫ້ເຂົ້າສູ່ລະບົບ,ສືບຕໍ່ເພີ່ມທະວີເກັບກຳສະພາບແນວຄິດຫາງສຽງສັງຄົມ, ສືບຕໍ່ ເອົາໃຈໃສ່ຕິດຕາມສະພາບການພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ສຸມໃສ່ພັດທະນາວຽກງານສື່ມວນຊົນ ໃຫ້ຮັບປະກັນໄດ້ການຂອງພັກ-ລັດ.
ຂ່າວ: ວົງສະໄໝ.