
ພິທີເຊັນສັນຍາສຳປະທານ ໂຄງການຟື້ນຟູປ່າ ດ້ວຍການປູກໄມ້ໃຫ້ໝາກ (ໝາກຖົ່ວລຽນ ) ເປັນສິນຄ້າ ຢູ່ເຂດບ້ານ ແບ່ງວີໄລ ແລະ ບ້ານພອນມະນີ, ເມືອງສະ ໜາມໄຊ, ແຂວງອັດຕະປື ລະຫວ່າງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງອັດຕະປື ກັບ 6 ບໍລິສັດເອກະຊົນ ໄດ້ຈັດຂື້ນຢ່າງເປັນທາງການເມື່ອວັນທີ 15 ພຶດສະພາ 2026 ທີ່ຫ້ອງປະຊຸມຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງອັດຕະປື, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກໍາມະການປົກຄອງແຂວງອັດຕະປື, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ພ້ອມດ້ວຍຕົວແທນຈາກ 6 ບໍລິສັດ ເຂົ້າ ຮ່ວມເປັນສັກຂີພິຍານ.
ການເຊັນສັນຍາໃນຄັ້ງນີ້ ແມ່ນການຮ່ວມມືກັນ ລະຫວ່າງ ຫ້ອງການຄະນະສົ່ງເສີມການລົງທຶນແຂວງ (ຕາງໜ້າໃຫ້ພາກລັດ) ແລະ 6 ບໍລິ ສັດເອກະຊົນ ເພື່ອດຳເນີນໂຄງການພັດທະນາກະສິກຳແບບຍືນຍົງ.
ໂຄງການດັ່ງກ່າວ ມີຈຸດປະສົງເພື່ອຟື້ນຟູເນື້ອທີ່ປ່າເສື່ອມໂຊມ ໃຫ້ມີຄວາມຂຽວງາມຄືນໃໝ່, ໂດຍຫັນມາປູກໄມ້ໃຫ້ໝາກທີ່ມີມູນຄ່າທາງເສດຖະກິດສູງ ເປັນຕົ້ນແມ່ນ ໝາກຖົ່ວລຽນ ເພື່ອສ້າງເປັນສິນຄ້າສົ່ງອອກ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງເມືອງສະໜາມໄຊ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງແຂວງອັດຕະປື ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ຕາມທິດທາງການພັດທະນາກະສິກຳເປັນສິນຄ້າທີ່ທັນສະໄໝ ແລະ ຍືນຍົງ.
ໂຄງການດັ່ງກ່າວ ມີອາຍຸສໍາປະທານ 30 ປີ, ໂດຍຈະນໍາໃຊ້ເນື້ອທີ່ດິນທັງໝົດ 528.02 ເຮັກຕາ ສໍາປະທານໃນເຂດ 2 ບ້ານເປົ້າໝາຍ, ໃນນີ້ ເຂດບ້ານພອນມະນີ, ມີເນື້ອທີ່ 343.23 ເຮັກຕາ ຈະມີ 4 ບໍລິສັດສຳປະ ທານ ຄື: ບໍລິສັດ ແສງຄໍາ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 85.63 ເຮັກຕາ, ບໍລິສັດ ເມກມູນຄໍາ ຂາເຂົ້າ-ຂາອອກ ແລະ ກະສິກຳຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານ ໃນເນື້ອທີ່ 84.12 ເຮັກຕາ, ບໍລິສັດ ວັນຊະນະ ກະສິກຳ ແລະ ກໍ່ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 78.14 ເຮັກຕາ, ບໍລິສັດ ວຽງສະໄໝພັດທະນາກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 95.34 ເຮັກຕາ, ສ່ວນເຂດ ບ້ານແບ່ງວິໄລ, ມີໃນເນື້ອທີ່ 184.79 ເຮັກຕາ, ມີ 2 ບໍລິສັດ ຄື: ບໍລິສັດ ແສງອາລຸນ ຂາເຂົ້າ-ຂາອອກ ກະສິກຳ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 87.69 ເຮັກຕາ, ບໍລິສັດ ແສງໄຊ ຂາເຂົ້າ-ຂາອອກ ແລະ ກະສິກຳ ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 97.1 ເຮັກຕາ.
ໂອກາດດັ່ງກ່າວໃນພິທີ, ບັນດາຕົວແທນຈາກພາກສ່ວນລັດ ແລະ ບໍລິສັດເອກະຊົນ ກໍ່ໄດ້ຮ່ວມກັນລົງນາມໃນບົດບັນທຶກສັນຍາ ເພື່ອເລີ່ມດຳເນີນການຈັດຕັ້ງປະຕິບັດໂຄງການໃຫ້ປາກົດຜົນເປັນຈິງຕາມແຜນການທີ່ວາງໄວ້.
ຂ່າວ: ວົງສະໄໝ