ວັນທີ 24 ເມສາ 2026 ນີ້ ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ອົງການພຸດທະສາສະໜາສໍາພັນລາວ ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ IX ຂອງສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ໂດຍມີພຣະອາຈາຣຍ໌ໃຫຍ່ ບຸນສ່ວນ ພັນທະວົງ ຮອງປະທານ ອພສ ສູນກາງ ແລະ ຜູ້ປະຈຳການ ອພສ ສູນກາງ ເປັນປະທານ, ມີ ພຣະອາຈານໃຫຍ່ ສີສະຫວາດ ເທບວົງສາ ປະທານ ອພສ ແຂວງອັດຕະປື, ມີທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍພຣະເຖຣານຸເຖຣະ, ຄະນະ ອພສ ຂັ້ນແຂວງ-ເມືອງ ແລະ ພຣະສົງ-ສາມະເນນ ເຂົ້າຮ່ວມ.

ໃນພິທີ ພຣະອາຈາຣຍ໌ໃຫຍ່ ບຸນສ່ວນ ພັນທະວົງ ໄດ້ເນັ້ນວ່າ: ກອງປະຊຸມໃຫຍ່ສະໄໝທີ IX ເປັນເສັ້ນທາງສຳຄັນ ທີ່ກຳນົດທິດທາງການເຄື່ອນໄຫວວຽກງານພຸດທະສາສະໜາ ໃນໄລ ຍະໃໝ່, ພ້ອມທັງ ເປັນການເສີມຂະຫຍາຍບົດບາດພຣະສົງ-ສາມະເນນ ໃນການຮ່ວມສ້າງສາພັດທະນາປະເທດຊາດ, ອະນຸລັກວັດທະນະທຳອັນດີງາມ ແລະ ສ້າງຄວາມສາມັກຄີໃນສັງຄົມ. ພ້ອມນີ້ ກໍໄດ້ຊີ້ນຳໃຫ້ຄະນະ ອພສ ຂັ້ນຕ່າງໆ ນຳເອົາມະຕິດັ່ງກ່າວ ໄປຜັນຂະ ຫຍາຍເປັນແຜນງານ ແລະ ກິດຈະກຳຕົວຈິງ ໃຫ້ສອດຄ່ອງກັບສະພາບແຕ່ລະທ້ອງຖິ່ນ, ໂດຍສະເພາະ ແຜນ 5 ປີ (2026-2030) ໃຫ້ເກີດຜົນເປັນຮູບປະທຳ.

ອີກດ້ານໜຶ່ງ ພຣະອາຈາຣຍ໌ໃຫຍ່ ບຸນປອນ ສອນສັກສິດ ຮອງຫົວໜ້າກຳມາທິການປົກຄອງສົງ ອພສ ສູນກາງ ໄດ້ເນັ້ນໜັກໃຫ້ ອພສ ແຂວງອັດຕະປື ສືບຕໍ່ພັດທະນາວຽກງານສົງ ໂດຍການຍົກສູງການສຶກສາພຣະປະຣິຍັດຕິທັມ, ຈັດຝຶກອົບຮົມສິນລະທຳກຳມະຖານຢ່າງສະໝ່ຳສະເໝີ, ພ້ອມທັງຮັກສາພຣະທຳມະ ແລະ ວິໄນຂອງສົງໃຫ້ເຂັ້ມງວດ. ນອກນັ້ນ ຍັງໄດ້ຊີ້ໃຫ້ເຫັນວ່າ ການແຜ່ຂະຫຍາຍຂໍ້ມູນອອນລາຍ ແລະ ອິດທິພົນວັດທະນະທຳຈາກພາຍນອກ ກຳລັງສົ່ງຜົນກະທົບຕໍ່ຄ່ານິຍົມ ແລະ ພຶດຕິກຳຂອງຄົນຮຸ່ນໃໝ່, ດັ່ງນັ້ນ ຈຳເປັນຕ້ອງມີການປະສານງານຢ່າງໃກ້ຊິດ ລະຫວ່າງ ພາກສ່ວນ ເພື່ອຮ່ວມກັນອະນຸລັກ ແລະ ສືບສານຮີດຄອງປະເພນີລາວໃຫ້ຍືນຍົງ.

ຂ່າວ: ວິເດັນ