
ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກແນວລາວສ້າງຊາດ ແຂວງອັດຕະປື ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສໍາເລັດ ໃນວັນທີ 8 ພຶດສະພາ 2026 ທີ່ຫ້ອງປະ ຊຸມແນວລາວສ້າງຊາດແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກ ແນວລາວສ້າງຊາດແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສຳຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກແນວລາວສ້າງຊາດແຂວງອັດຕະປື ເທື່ອນີ້ ໄດ້ໄດ້ດຳເນີນໄປພາຍໃຕ້ຄຳຂວັນທີ່ວ່າ: “ຍົກສູງບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ, ກໍ່ສ້າງໜ່ວຍພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທຸກດ້ານ”.

ໃນວາລະກອງປະຊຸມ ສະຫາຍ ນາງ ບັນທະໄລ ແກ້ວມະນີວົງ ໄດ້ຜ່ານຮ່າງບົດລາຍງານການເມືອງ 5 ປີຜ່ານມາ (2021-2025) ແລະ ທິດ ທາງແຜນການ 5 ປີຕໍ່ໜ້າ(2026-2030) ຜ່ານຮ່າງບົດສະ ຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານວິຊາສະເພາະຂອງອົງການແນວລາວສ້າງຊາດແຂວງ, ໜ່ວຍພັກແນວລາວສ້າງຊາດແຂວງອັດຕະປື, ມີສະມາຊິກພັກທັງໝົດ 24 ສະຫາຍ, ຍິງ 10 ສະຫາຍ, ສຳຮອງ 2 ສະຫາຍ, ຜ່ານມາຄະນະໜ່ວຍພັກ ໄດ້ຮ່ວມຊີວິດໜ່ວຍພັກ ເປັນປົກ ກະຕິ, ເສຍເງິນສະຕິບຳລຸງ, ປັບປຸງແບບແຜນການເຄື່ອນໄຫວ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ຈັດຕັ້ງຄົ້ນຄ້ວາຮໍ່າຮຽນເຊື່ອມຊຶມເອກະສານ, ນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງ, ກໍ່ສ້າງສະມາຊິກພັກ, ພະນັກງານຕາມແຜນບຳລຸງ-ກໍ່ສ້າງທາງດ້ານວິຊາສະເພາະ ແລະ ທາງດ້ານທິດສະດີ, ການເຄື່ອນໄຫວ ໄປມາຂອງສະມາຊິກພັກ ເຫັນວ່າຖືກຕ້ອງຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ເຮັດໃຫ້ການຈັດຕັ້ງພັກມີຄວາມປອດໃສ, ປັດຈຸບັນໄດ້ຮັບການຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 2 ປີ ຕິດຕໍ່ກັນຄື: ປີ 2021-2022 ແລະ ປີ 2024, ໄດ້ຈັດປະເພດສະມາຊິກພັກໜ່ວຍພັກແຂງ. ກອງປະຊຸມຍັງໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ ແລະ ກ່າວລາໜ້າທີ່.

ກອງປະຊຸມ ໄດ້ຜ່ານມາດຖານເງື່ອນໄຂຄະນະພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງຜູ້ອອກສະໝັກຄະນະພັກຊຸດໃໝ່. ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງຈຳນວນ 5 ສະຫາຍ ຍິງ 1 ສະຫາຍ, ຜົນການປ່ອນບັດ ໃຊ້ສິດປະຊາທິປະໄຕຂອງ.ແລະ ກອງປະຊຸມປະຖົມມະລຶກ ໄດ້ເປັນເອກະສັນ ເລຶອກເອົາສະຫາຍ ພອນປະເສິດ ທອງສີທາວົງ ເປັນເລຂາໜ່ວຍພັກ ແນວລາວສ້າງຊາດ ແຂວງອັດຕະປື ຊຸດໃໝ່ ສະໄໝທີ VIII, ສະຫາຍ ນາງ ດວງມີໄຊ ສິດທິປະເສີດ ເປັນຮອງເລຂາໜ່ວຍພັກ ທັງເປັນຜູ້ເຮັດວຽກງານກວດກາໜ່ວຍພັກ ແລະ ສະຫາຍ ຄຳລຽນ ແສງກະເລົາ ເປັນກຳມະການຄະນະໜ່ວຍພັກ.
ຕອນທ້າຍ ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຍັງໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ ຕະຫຼອດຮອດສະມາຊິກພັກທຸກສະຫາຍ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງ ແລະ ປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຄວາມຍຸຕິທຳ ແລະ ໂປ່ງໃສ, ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ມະຫາຊົນ ແລະ ສັງຄົມ, ປະຊາຊົນລາວບັນດາເຜົ່າ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນໜ່ວຍພັກ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ພ້ອມກັນຮັບມືກັບໜ້າທີ່ວຽກງານອັນສໍາຄັນ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ຢ່າງແທ້ຈິງ.
ຂ່າວ: ທິດປະສົງ