
ທ່ານ ດຣ ອິນປອນ ເດດວິກອນ ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄຊເສດຖາ ແຂວງອັດຕະປື ໃຫ້ສໍາພາດ ໃນວັນທີ 23 ກໍລະກົດ 2026 ນີ້ວ່າ: ລະດູຝົນປີນີ້ ຫ້ອງ ການສາທາລະນະສຸກ ເມືອງໄຊເສດຖາ ໄດ້ວາງ 9 ມາດຕະການ ໃນການປ້ອງກັນ ແລະ ຕອບໂຕ້ພະຍາດລະບາດຕາມລະດູການ ໂດຍສະເພາະພະຍາດໄຂ້ຍຸງລາຍ ແລະ ພະຍາດໝາກແດງ, ເຊິ່ງປະກອບມີດັ່ງນີ້:
1) ເຝົ້າລະວັງ, ລາຍງານປະຈໍາວັນ, ປະຈຳອາທິດ ໃຫ້ຂັ້ນເມືອງ-ແຂວງ, ຮັບພັງຂໍ້ມູນຈາກສື່, ຈາກສັງຄົມ.
2) ຂໍຄໍາສັ່ງເຈົ້າເມືອງວ່າດ້ວຍການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ.
3) ຈັດກອງປະຊຸມຂໍການສະໜັບສະໜູນຈາກຄະນະກຳມະການຂັ້ນເມືອງ ແລະ ບ້ານ.
4) ອອກແຈ້ງການກ່ຽວການການປະຕິບັດມາດຕະການປ້ອງກັນພະຍາດໄຂ້ຍຸງລາຍ ແລະ ພະຍາດອື່ນໆ ທີ່ເກີດຂຶ້ນຕາມລະດູການ.
5) ລົງສຸຂະສຶກສາໃຫ້ບ້ານທີ່ເກີດພະຍາດຄື ສະແຄະ 3 ຄັັ້ງ, ບ້ານສະປວນ, ບ້ານຕວຍ ແລະ ບ້ານໃກ້ຄຽງ-ສຽງ ເຄື່ອນທີ່ ແລະ ຄົງທີ່, ໂຮງຮຽນປະຖົມ, ດ້ວຍຮູບການ ໂທລະໂຄ່ງຕິດລົດ, ອອກຂ່າວ,ເຟສບຸກ.
6) ລົງສໍາຫຼວດໜອນນໍ້າ ໜ້າກະດານ, ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ 5 ປີ, ສໍາຫຼວດຄວາມໜາແ ໝັນຍຸງລາຍ ຕາມບ້ານ ເພື່ອຕີລາຄາຄວາມສຽງ.
7) ໄດ້ແຈກຢາຍມຸ້ງເຄືອບຢາ ທົ່ວປວງຊົນ ໃຫ້ແກ່ປະຊາຊົນ 22 ບ້ານ ຈໍານວນມຸ້ງ 25,750 ດາງ, ອັດຕາປົກຄຸມປະຊາຊົນ 100%, ອັດຕາການປົກຄຸມມຸ້ງ/ຄົນ ໄດ້ 1,76 ດາງ/ຄົນ.
8) ໂຮງໝໍມີການກະກຽມຄວາມພ້ອມດ້ານຢາ, ອຸປະກອນການແພດ ເພື່ອຮອງຮັບກໍລະນີມີການລະບາດຮຸນ ແຮງຂອງພະຍາດໄຂ້ຍຸງລາຍ, ພະຍາດຖອກທ້ອງ, ພະຍາດໄຂ້ມາລາເຣຍ ແລະ ພະຍາດອື່ນໆ ກໍລະນີພະຍາດ ໝາກແດງແຍກປຽ່ວຄົນເຈັບ ໃຫ້ອະນາໄມ 3 ສະອາດ, ລົງສັກຢາວັກຊີນໝາກແດງຄືນອາຍຸ9ເດືອນ-59ເດືອນ, ເຖິງຈະໄດ້ສັກຢາມາກ່ອນກໍ່ຕາມ. ບ້ານທີ່ເກີດເຫດ ແລະ ບ້ານທີ່ໃກ້ຄຽງ.
9) ມາດຕະການຕໍ່ປະຊາຊົນ ພົບໜອນນໍ້າຫຼາຍເທື່ອ ສຶກສາອົບຮົມ ແລະ ປັບໄໝຕ່າງໆ.
ທ່ານ ດຣ ອິນປອນ ເດດວິກອນ ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄຊເສດຖາ ໃຫ້ຮູ້ອີກວ່າ: ພະຍາດໄຂ້ຍຸງລາຍເປັນພະຍາດຈາກຈຸລະໂລກ Denque, ສາມາດຕິດ ຕໍ່ຈາກຄົນສູ່ຄົນໄດ້ໂດຍມີຍຸງເປັນ ພະຫະນໍາເຊື້ອ, ອາການພະຍາດ ໄຂ້ຍູງລາຍ ມີໄຂ້ສູງ 40 ອົງ ສາ, ປວດໂຕ, ເຈັບຫົວ, ອິດເມື່ອຍ, ຮາກ, ຊ໋ອກ, ໄລຍະ 6 ເດືອນຕົ້ນປີນີ້ ທົ່ວເມືອງໄຊເສດຖາ ມີຜູ້ຕິດເຊື້ອໄຂ້ຍູງລາຍ ລວມ 53 ກໍລະນີ, ກວມເອົາ 14 ບ້ານ ຄື: ບ້ານແກ້ງໄຊ, ຊ້າຍ, ຝັ່ງແດງ, ຫາດຊາຍຂາວ, ໂພໄຊ, ແກ້ງໃຫຍ່, ຊະແຄະ, ວັດຫຼວງ, ຫາດຊັນ, ດອນສີມ, ບ້ານຕວຍ ແລະ ບ້ານສະປວນ. ໃນນີ້ ມີອາການຮຸນແຮງ 7 ກໍລະນີ ແລະ ບໍມີກໍລະນີເສຍຊີວິດ.
ສ່ວນພະຍາດໝາກແດງ ແມ່ນເຊື້ອໄວລັດ ຢູ່ນຳດິນຫຼືຕິດຕໍ່ໃສ່ກັນເປັນຈຸລະໂລກ ຕິດຕໍ່ຄົນສູ່ຄົນ ເຊັ່ນດຽວກັນໂດຍສະເພາະເດັກລຸ່ມ 5 ປີ, ອາການໝາກແດງ: ມີໄຂ, ໄອ, ຕາແດງ, ອອກຕຸ່ມຄັນ, ກ້ອງຫູ, ຄໍ, ເອິກ, ຫາຍໃຈຜິດ, ຕາແດງ, ຖ່າຍທ້ອງ ເປັນແລ້ວມີອາການສົນໃສ່ປອດ ແລະ ອື່ນໆ, ໄລຍະ 6 ເດືອນຕົ້ນປີ ທົ່ວເມືອງມີຜູ້ຕິດເຊື້ອພະຍາກໝາກແດງ 31 ກໍລະນີ, ກວມເອົາ 5 ບ້ານຄື: ບ້ານສະປວນ, ສະແຄະ, ບ້ານຕວຍ, ຫາດຊັນ, ຫາດຊາຍຂາວ.
ທ່ານ ດຣ ອິນປອນ ເດດວິກອນ ຍັງໄດ້ແນະນໍາ ເຖິງວິທີການປ້ອງກັນພະຍາດໄຂ້ຍູງລາຍ ໂດຍແນະນໍາ ໂດຍໃຫ້ປະຕິບັດຕາມຫຼັກການ 5 ປໍ ຄື:
1) ປິດ: ປົກປິດຝາພາຊະນະທີ່ກັກເກັບນໍ້າທັງ ຢູ່ ທາງ ໃນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່.
2) ປ່ຽນ: ປ່ຽນຖ່າຍນໍ້າໃນພາຊະນະຕ່າງໆ ເປັນປະຈໍາ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້ ແລະ ຖ່ານຮອງ ຈອກນໍ້າ.
3) ປ່ອຍ: ປ່ອຍປາຫາງນົກຍຸງລົງໃນພາຊະນະເກັບນໍ້າ ໃຫຍ່ ເພື່ອໃຫ້ມັນກິນໜອນນໍ້າຂອງຍຸງ.
4) ປັບປຸງ: ປັບປຸງສະພາບແວດລ້ອມອ້ອມເຮືອນ ບໍ່ໃຫ້ມີນໍ້າຂັງ ເຊັ່ນ: ຈັດເກັບກະໂປະ, ກະປ໋ອງ, ຢາງລົດເກົ່າ ແລະ ຮາງລິນ.
5) ປະຕິບັດ: ນຳ ໃຊ້ ມາດຕະການ ທັງໝົດ ຂ້າງເທິງນີ້ ໃຫ້ເປັນປະຈຳ ແລະ ເປັນນິໄສທຸກໆອາ ທິດ. ຖ້າຄົນ ໃນຄອບຄົວມີອາການໄຂ້ສູງ, ໃຫ້ຟ້າວໄປຫາໂຮງໝໍ ຫຼືສຸກສາລາທັນທີ ແລະ ຫ້າມຊື້ຢາມາກິນເອງເດັດຂາດ.
ສ່ວນວິທີປ້ອງກັນພະຍາດໝາກແດງ ແມ່ນໃຫ້ປະຕິບັດ ຫຼັກການອະນາໄມ້ 3 ສະອາດ ຄື:
1) ກິນສະອາດ (ກິນອາຫານທີ່ປຸງສຸກດີ).
2) ດື່ມສະອາດ (ດື່ມນໍ້າຕົ້ມສຸກ)
3) ຢູ່ສະອາດ (ຮັກສາສຸຂະອະນາໄມບ່ອນຢູ່ອາໄສ ແລະ ລ້າງມືເປັນປະຈໍາ) ແລະ ສັກວັກຊິນປ້ອງກັນ.
ຂ່າວ-ພາບ: ວົງສະໄໝ.