
ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V ທີ່ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ເມສາ 2026 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜຶ່ງໃນວາລາສໍາຄັນຂອງກອງປະຊຸມ ໄດ້ມີການພິຈາລະນາ ແລະ ຮັບຮອງເອົາຕຳແໜ່ງປະທານສະພາປະຊາຊົນແຂວງ ພ້ອມທັງກຳນົດເປົ້າໝາຍໃນການເລືອກຕັ້ງບຸກຄະລາກອນເຂົ້າໃນຕຳແໜ່ງບໍລິຫານສຳຄັນຂອງສະພາປະຊາຊົນແຂວງ.

ຜ່ານຂະບວນການລົງຄະແນນສຽງຢ່າງເປັນປະຊາທິປະໄຕ ໃນທີ່ປະຊຸມໄດ້ລົງຄະແນນສຽງເຫັນດີເປັນເອກະສັນ ເລືອກເອົາ ທ່ານ ບຸນເຖິງ ດວງສະຫວັນ ເປັນປະ ທານສະພາປະຊາຊົນແຂວງອັດຕະປື ຊຸດທີ V ຢ່າງເປັນທາງການ. ພ້ອມກັນນັ້ນ ທີ່ປະຊຸມຍັງໄດ້ເລືອກຕັ້ງເອົາ ທ່ານ ພູວັນ ພົມມະຈັນ ແລະ ທ່ານ ນາງ ອ່ອນໃສ ມຽງລາວັນ ທັງສອງເປັນຮອງປະທານສະພາປະຊາຊົນແຂວງ. ສຳລັບກໍາມະການຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ V ປະກອບມີ: ທ່ານ ນາງ ຈັນທະລີ ສີສຸວົງ, ທ່ານ ນາງ ແສງອາລຸນ ວົງສາທິການ, ທ່ານນາງ ສຸກວິໄລ ວຽງໄຊ ແລະ ທ່ານ ພົງສະຫວັນ ພົມມະວົງ.
ນອກຈາກນີ້ ທີ່ປະຊຸມຍັງໄດ້ພິຈາລະນາຮັບຮອງເອົາໂຄງປະກອບກົງຈັກ ແລະ ການແຕ່ງຕັ້ງປະທານຄະນະກຳມະການຕ່າງໆ ແລະ ຫົວໜ້າຫ້ອງວ່າການສະພາປະ ຊາຊົນແຂວງ, ໃນນີ້ ໄດ້ຕົກລົງແຕ່ງຕັ້ງ ທ່ານ ນາງ ຈັນທະລັງສີ ສີສຸວົງ ເປັນປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ, ທ່ານ ນາງ ແສງອາລຸນ ວົງສາທິການ ເປັນປະທານຄະນະກຳມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ, ທ່ານ ນາງ ສຸກວິໄລ ວຽງໄຊ ເປັນປະທານຄະນະກຳມະ ການວັດ ທະນະທຳ -ສັງຄົມ, ບັນດາເຜົ່າ ແລະ ສາສະໜາ ແລະ ແຕ່ງຕັ້ງ ທ່ານ ພົງສະຫວັນ ພົມມະວົງ ເປັນຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງອັດຕະປື.

ໂອກາດດັ່ງກ່າວ ພາຍຫຼັງໄດ້ຮັບຕຳແໜ່ງເປັນປະທານສະພາປະຊາຊົນແຂວງອັດຕະປື ຊຸດທີ V, ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວມີຄໍາເຫັນ ໂດຍໃຫ້ສັນຍາວ່າ: ຈະສຸມທຸກສະຕິປັນຍາ, ເຫື່ອແຮງ, ຄວາມຮູ້, ຄວາມສາມາດປະສົບການຜ່ານມາ ເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ, ຈະຊື່ສັດບໍລິສຸດຕໍ່ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຊາວແຂວງອັດຕະປື ແລະ ຈະຮ່ວມກັບໝູ່ຄະນະ ກໍຄືສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນແຂວງ ເຂົ້າໃນການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ມີບົດບາດພິຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດຕາມລັດຖະທໍາມະນູນ ແລະ ກົດ ໝາຍ ໃຫ້ມີໝາກຜົນຕົວຈິງ, ປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ເຂັ້ມແຂງ ແລະ ໜັກແໜ້ນ.
ຂ່າວ: ມະນີວອນ