
ວັນທີ 10 ພະຈິກ 2026, ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວຽກງານສື່ມວນຊົນ ຂຶ້ນທີ່ຫ້ອງປະຊຸມສຳນັກງານເມືອງໄຊເສດຖາ ໂດຍໃຫ້ກຽດເຜີຍແຜ່ຂອງ ທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ, ຄະ ນະນຳ ແລະ ສື່ມວນຊົນຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນການເຜີຍແຜ່ຄັ້ງນີ້ທ່ານ ກົງຈັກ ສີສະຫວາດ ໄດ້ບັນຍາຍ 3 ເອກະສານສຳຄັນ ຄື: ເອກະສານການເພີ່ມທະວີບົດບາດການນຳຂອງພັກຕໍ່ສື່ມວນຊົນໃນໄລຍະໃໝ່, ຈັນຍາບັນສື່ມວນຊົນ, ລວມທັງບັນ ດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ຮັບໃຊ້ການເຄື່ອນໄຫວວຽກງານສື່ມວນຊົນຢູ່ປະເທດເຮົາ.

ທ່ານໄດ້ເນັ້ນວ່າ ສື່ມວນຊົນເປັນເຄື່ອງມືສຳຄັນຂອງພັກ ແລະ ລັດ, ເປັນຂົວຕໍ່ລະຫວ່າງພັກ-ລັດກັບປະຊາຊົນບັນດາເຜົ່າ, ມີບົດບາດໃນການເຜີຍແຜ່ແນວທາງ, ນະໂຍບາຍ ແລະ ກົດໝາຍ, ສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ ພ້ອມທັງຕິດຕາມ ແລະ ສະທ້ອນຜົນການປະຕິບັດວຽກງານຂອງຂະແໜງການຕ່າງໆ.
ພ້ອມນີ້, ຍັງໄດ້ເນັ້ນເຖິງການຍຶດຖືຈັນຍາບັນວິຊາຊີບຂອງນັກຂ່າວ, ບັນນາທິການ, ຜູ້ຜະລິດລາຍ ການ ແລະ ຜູ້ສື່ສານຜ່ານສື່ອອນລາຍ ໃຫ້ມີຄວາມຮັບຜິດຊອບ, ກວດສອບແຫຼ່ງຂໍ້ມູນ ແລະ ນຳສະ ເໜີຂ່າວສານຢ່າງຖືກຕ້ອງ, ເປັນທຳ ແລະ ເປັນປະໂຫຍດຕໍ່ສັງຄົມ. ຂະນະທີ່ການກຳແໜ້ນ ແລະ ປະ ຕິບັດກົດໝາຍ, ນິຕິກຳດ້ານສື່ມວນຊົນ ກໍເປັນພື້ນຖານສຳຄັນໃນການຄຸ້ມຄອງ ແລະ ດຳເນີນວຽກ ງານສື່ມວນຊົນໃຫ້ຖືກຕ້ອງຕາມລະບຽບການ.

ການເຜີຍແຜ່ຄັ້ງນີ້ ມີຈຸດປະສົງເພື່ອຊ່ວຍໃຫ້ພະນັກງານສື່ມວນຊົນ ແລະ ຜູ້ກ່ຽວຂ້ອງ ມີຄວາມຮູ້, ຄວາມເຂົ້າໃຈຕໍ່ນິຕິກຳທີ່ກ່ຽວຂ້ອງ, ນຳໄປໝູນໃຊ້ໃນການເຄື່ອນໄຫວວຽກງານຕາມຫຼັກວິຊາຊີບ, ປະ ກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານສື່ມວນຊົນໃຫ້ດີຂຶ້ນ.
ຂ່າວ: ວົງສະໄໝ