ທ່ານລັດຖະມົນຕີ ກະຊວງ​ ຮສສ​ ມອບເຄື່ອງໃຫ້ເດັກນ້ອຍຜູ້ທຸກຍາກຢູ່ຫ່າງໄກ​ ທີ່ແຂວງອັດຕະປື

 

ໃນຄັ້ງວັນທີ 11 ມີນາ 2026, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ​ (ຮສສ)​ ໄດ້ເຄື່ອນ​ໄຫວມອບເຄື່ອງນຸ່ງຮົມ​ ແລະ ອຸປະກອນກິລາຈໍານວນໜຶ່ງໃຫ້ແກ່ນ້ອງນ້ອຍນັກຮຽນ​ ຢູ່ໂຮງຮຽນປະຖົມແບ່ງພູຄໍາ,​ ເມືອງສາມັກຄີໄຊ, ແຂວງອັດຕະປື, ເຊິ່ງແມ່ນນ້ອງນ້ອຍນັກຮຽນຜູ້ທຸກຍາກ​ ຢູ່ຫ່າງໄກ,​ ໂດຍນັກ​ຮຽນ​ທີ່ໄດ້ຮັບ​ເຄື່ອງ​ຊ່ວຍເຫຼືອເທື່ອນີ້ ມີຈໍານວນ 71 ນ້ອງ,​ ຍິງ​ 33​ ນ້ອງ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງຮສສ ໄດ້ກ່າວວ່າ: ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແມ່ນການສະແດງເຖິງຄວາມຫ່ວງໄຍຂອງພັກ ແລະ ລັດ​ຖະບານ ທີ່ມີຕໍ່ປະຊາຊົນບັນ​ດາເຜົ່າ, ໂດຍສະເພາະແມ່ນລູກຫຼານນັກ ຮຽນໃນເຂດຊົນນະ​ບົດ ເພື່ອໃຫ້ເຂົາເຈົ້າມີກຳລັງໃຈໃນການສຶກສາຮ່ຳຮຽນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ຂ່າວ-ພາບ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa