ປະທານຄະນະກໍາມະການປົກຄອງ ແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກ ຢູ່ບໍລິສັດ ໄຟຟ້າເຊຂະໝານ 1 ຈຳກັດ

ວັນທີ 4 ເມສາ 2026 ນີ້ ຄະນະກໍາມະການປົກຄອງແຂວງອັດຕະປື, ເຊິ່ງນຳໂດຍທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ພ້ອມຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ບໍລິສັດ ໄຟຟ້າເຊຂະໝານ 1 ຈຳກັດ, ພິທີໄດ້ຈັດຂື້ນທີ່ຫ້ອງປະຊຸມ ບໍລິສັດໄຟຟ້າເຊຂະໝານ 1 ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຟ້າມ ຮວ່າງ ຫວຽດ ຜູ້ອຳນວຍການ ບໍລິສັດ ໄຟຟ້າ ເຊຂະໝານ 1 ຈໍາກັດ ພ້ອມຄະນະນຳ ບໍລິສັດເຂົ້່າຮ່ວມໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວທ່ານປະທານຄະນະກໍາມະການປົກຄອງແຂວງອັດຕະປື ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ, ເຊິ່ງເຫັນໄດ້ວ່າມີຫຼາຍວຽກງານໄດ້ຮັບຜົນສຳເລັດຕາດຄາດໝາຍ ພ້ອມທັງໄດ້ຮັບຟັງການສະເໜີ ດ້ານຂໍ້ຍຸ້ງຍາກ ແລະ ຂໍ້ຄົງຄ້າງຕ່າງໆ ເພື່ອນຳໄປພິຈາລະນາ ຊຸກຍູ້ໃຫ້ພາກ ສ່ວນກ່ຽວຂ້ອງນຳໄປຄົ້ນຄວ້າຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງ ບໍລິສັດ ໄຟຟ້າເຊຂະໝານ 1 ໄດ້ຮັບການແກ້ໄຂຕາມຂັ້ນຕອນ, ໄດ້ຮັບຜົນດີ ແລະ ສຳເລັດຕາມຄາດໝາຍ, ພ້ອມນັ້ນ ຍັງໄດ້ລົງຕິດຕາມເບິ່ງຕົວຈິງກ່ຽວກັບບັນດາກິດຈະກຳໜ້າວຽກຕ່າງໆ ພາຍໃນບໍລິສັດ ແລະ ຈຸດສັນເຂື່ອນ.

ໂອກາດດຽວກັນນີ້ ຄະນະກຳມະການປົກຄອງແຂວງ ແລະ ບໍລິສັດໄຟຟ້າເຊຂະໝານ 1 ຈຳກັດ ຍັງໄດ້ຈັດກິດຈະກຳກິລາບານເຕະ ເພື່ອເປັນການພົບປະແລກປ່ຽນດ້ານກິລາ ແລະ ເປັນການເສີມສ້າງຄວາມສາມັກຄີຮັກແພງ ລະຫວ່າງ ອົງການຈັດຕັ້ງພາກລັດ ແລະ ບໍລິສັດ ໄຟຟ້າເຊຂະໝານ 1 ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ.
ຂ່າວ-ພາບ: ວິໄລສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa