ພິທີປ່ຽ່ນຜ່າບ່ຽງ ແລະ​ ອັງເຊີນພຣະພຸດທະຮູບອົງແສນ​ ຂຶ້ນປະດິດສະຖານທີ່ນັ່ງພັດທະສີມາ

ວັນທີ 21 ເມສາ 2026,​ ກົງກັບມື້ ຂື້ນ 5 ຄ່ຳ ເດືອນ 6 ລາວ ພສ 2569 ຢູ່ທີ່ວັດອົງແສນສຸກຂະຣາມ ບ້ານຊະແຄະ ເມືອງໄຊເສດຖາ,​ ແຂວງອັດຕະປື ໄດ້ຈັດພິທີປ່ຽນຜ່າບ່ຽງ​ ແລະ​ ອັງເຊີນພຣະເຈົ້າໃຫຍ່ພຣະພຸດທະຮູຍອົງແສນ ຂຶ້ນປະ​ດິດສະຖານສູ່ບັນລັງທີ່ນັ່ງພັດທະສີມາ,​ ພາຍຫຼັງຈາກ ການຫົດສົງ ເປັນເວລາ 7 ວັນ ຕາມປະເພ ນີບຸນປີໃໝ່ລາວ,​ ໂດຍມື້ນີ້ເປັນວັນຄົບຮອບ 7 ວັນ ອັນເປັນມື້ມຸງຄຸນ ໃນການອັງເຊີນພຣະພຸດ​ທະຮູບກັບຄືນສູ່ບັນລັງເກົ່າ ເພື່ອໃຫ້ພຸດທະສາ​ສະນິກະຊົນໄດ້ສັກກະລະບູຊາຕໍ່ໄປ.

ໃນພິທີຝ່າຍສົງ ນຳໂດຍ ພຣະອາຈານໃຫຍ່ ພອນສະຫວັນ ມະນີໂທ ຮອງ​ປະທານອົງການພຸດທະສາສະໜາສຳພັນລາວແຂວງ ພ້ອມຄະ​ນະສົງ,​ ຝ່າຍຄາລະວາດ ໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ​ ເລຂາພັກແຂວງອັດຕະປື ພ້ອມດ້ວຍການນຳພັກ-ລັດ ຂອງແຂວງ ແລະ ເມືອງ
ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ໄດ້ປະກອບມີ ການອາຣາທະນາອັງເຊີນພຣະພຸດທະຮູບອົງແສນ ຂຶ້ນສູ່ແທ່ນບັນລັງ ດ້ວຍຄວາມເຄົ້າລົບ ພ້ອມທັງປ່ຽນຜ່າບ່ຽງໃໝ່ ເພື່ອເປັນສິລິມົງຄຸນ ແລະ ສືບສານຮີດຄອງປະ​ເພນີອັນດີງາມ,​ ພ້ອມກັນນັ້ນ ຍັງໄດ້ມີການສັກ​ກະລະບູຊາ ແລະ ຖວາຍນໍ້າຫອມ ຢ່າງຄົບ​ຖ້ວນ ຕາມພິທີທາງພຸດທະສາສະໜາ.

ພິທີດັ່ງກ່າວ ບໍ່ພຽງແຕ່ເປັນການສືບສານຮີດຄອງປະເພນີ ແລະ ສົງເສີມຄຸນຄ່າທາງຈິດໃຈ ແຕ່ຍັງເປັນການລວມໃຈຂອງຊຸມຊົນ ໃນການຮ່ວມອະນຸລັກ ແລະ ສືບທອດມໍລະດົກວັດທະ​ນະທຳອັນດີງາມ ໃຫ້ຄົງຢູ່ຄູ່ສັງຄົມລາວຕະຫຼອດໄປ.
ຂ່າວ: ວິເດັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa